ສຳເລັດໃນການອະນາໄມ ເດີ່ນພະທາດຫຼວງພາຍຫຼັງສຳເລັດງານບຸນ

ບໍລິສັດ ສະມ້ອນບີ້ ໃນນາມທີ່ຮັບຜິດຊອບໃນການອະນາໄມ ເດີນພະທາດຫຼວງ ຮ່ວມກັບ ຫ້ອງການຄຸ້ມຄອງ ແລະບໍລິຫານຕົວເມືອງວຽງຈັນ (ຄບຕ) ໄດ້ສຳເລັດການອະນາໄມບໍລິເວນເດີນສະໜາມຫຼວງ ແລະເດີ່ນພະທາດຫຼວງເປັນທີ່ຮຽບຮ້ອຍແລ້ວ.

ກ່ອນໜ້ານີ້ການປະຕິບັດຂອງທັງສອງພາກສ່ວນໄດ້ອອກສື່ຕ່າງໆ ເຊິ່ງໃນງານບຸນນະມັດສະການພະທາດຫຼວງ ປະຈຳປີ 2022 ນີ້ ນັບແຕ່ມື້ກຽມງານຈົນຮອດມື້ປິດໄດ້ຈັດວາງຖັງໃສ່ສິ່ງເສດເຫຼືອຂີ້ເຫຍື້ອຫຼາຍກວ່າ 300 ຖັງ ເພື່ອເຮັດໃຫ້ງານບຸນມີຄວາມສະອາດຈົບງາມ.

ນອກຈາກການຈັດວາງຖັງຂີ້ເຫຍື້ອແລ້ວຍັງມີພະນັກງານອະນາໄມປະຈໍາຈຸກຕ່າງໆເຖິງ 150 ຄົນ ເຮັດໃຫ້ພາຍໃນງານມີຄວາມສະອາດຈົບງາມສົມຄວນໂດຍສະເພາະ ພາຍຫຼັງທີ່ການຈັດງານບຸນໄດ້ສິ້ນສຸດລົງໜ່ວຍງານຮັບຜິດຊອບກໍໄດ້ສຸມໃສ່ຈັດກຳລັງອະນາໄມບໍລິເວນເດີນພະທາດຫຼວງ ແລະປັບຈຸບັນໄດ້ອະນາໄມສຳເລັດແລ້ວເຮັດໃຫ້ບໍລິເວນເດີ່ນມີຄວາມຈົບງາມ.

ປີນີ້ເປັນປີທຳອິດທີ່ທີມງານຂອງພວກເຮົາໄດ້ເຂົ້າມາມີສ່ວນຮ່ວມຮັບຜິດຊອບເລື່ອງຄວາມສະອາດພາຍໃນງານບຸນທາດຫລວງຮ່ວມກັບ ຄບຕ, ເປັນອີກຫນຶ່ງພາລະກິດທີ່ທ້າທາຍແຕ່ໃຫ້ປະສົບການທີ່ຄຸ້ມຄ່າທີ່ສຸດ! ຂອບໃຈທີມງານທຸກຄົນສຳລັບຄວາມຫ້າວຫັນທຸ່ມເທເຮັດວຽກຫນັກ ຈົນຮອດ 3-4 ໂມງເຊົ້າ ທຸກມື້ເພື່ອກວດກາຄວາມຮຽບຮ້ອຍຕັ້ງແຕ່ມື້ເລີ່ມກະກຽມຈົນຮອດມື້ສຸດທ້າຍ, ຖືວ່າພາລະກິດເປັນອັນສຳເລັດ ແລະລຸລ່ວງໄປໄດ້ດ້ວຍດີ.

ທີ່ສຳຄັນຖ້າທຽບໃສ່ປີຜ່ານມາເຫັນໄດ້ວ່າປີນີ້ພໍ່ຄ້າແມ່ຄ້າຊາວຂາຍ ແລະມວນຊົນທີ່ຫລັ່ງໄຫລເຂົ້າມາຫລິ້ນບຸນທາດຫລວງມີຄວາມຮັບຜິດຊອບໂດຍການຖິ້ມຂີ້ເຫຍື້ອລົງຖັງຫລາຍຂຶ້ນ, ຖືເປັນການເລີ່ມຕົ້ນທີ່ດີສຳລັບປີຕໍ່ໆໄປ.