ຖອດຖອນບົດຮຽນການຄຸ້ມຄອງຊີວະນາໆພັນເຂດອະນຸລັກ ນະຄອນຫຼວງພະບາງ

ອາທິດຜ່ານມານີ້ ນະຄອນຫຼວງພະບາງ ຈັດກອງປະຊຸມຖອດຖອນບົດຮຽນວຽກງານຄຸ້ມຄອງຊີວະນາໆພັນເຂດອະນຸລັກຢູ່ນະຄອນຫຼວງພະບາງ ແລະເມືອງຈອມເພັດ,ໂດຍເປັນປະທານຂອງ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງມີຕາງໜ້າການນຳເມືອງຈອມເພັດ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການອອ້ມຂ້າງ ແລະອົງການປົກຄອງບ້ານເຂົ້າຮ່ວມ.

ພິທີທ່ານ ສຸພານຸສິດ ອາລຸນ ຫົວໜ້າຫ້ອງການຊັບພະຍາກອນ,ທຳມະຊາດ ແລະສີ່ງແວດລ້ອມນະຄອນຫຼວງພະບາງໄດ້ຜ່ານບົດລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ປົກປັກຮັກສາຊີວະນາໆພັນໃນເຂດອະນຸລັກ ໄດ້ປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ແລະແຜນການ ເຄື່ອນໄຫວປີ 2017 ຫາ 2024 ໃນນັ້ນ ເຂດອະນຸລັກຊີວະນາໆພັນຈຸດທີ່ 1 ແມ່ນກຳນົດເອົາແຕ່ປາກນໍ້າຄານ ຫາ ແກ້ງຍອງ ເຂດບ້ານດອນແກ້ວ ມີຄວາມຍາວກວ່າ 8 ກິໂລແມັດ, ເນື້ອທີ່ 85,86 ເຮັກຕາ,ກວມເອົາ 14 ບ້ານ, ໄດ້ຮັບຮອງປະກາດເປັນທາງການໃນວັນທີ່ 13 ກໍລະກົດ ປີ 2017 ເປັນຕົ້ນມຈາກນັ້ນ ວັນທີ 25 ພຶດສະພາ 2020, ໄດ້ມີການຂະຫຍາຍອອກເປັນຈຸດທີ 2 ເຊື່ອມຕໍ່ກັນໃນເຂດນໍ້າຂອງເລີ້ມແຕ່ຊາຍແດນບ້ານຊຽງເຫຼັກ-ໂພນສະອາດ ລົງຮອດຜາຕັດແກ້ມີລວງຍາວກວ່າ 7 ກິໂລແມັດ, ກວມເອົາ 15 ບ້ານ, ຜ່ານການປະຕິບັດວຽກງານຂອງຄະນະກຳມະການໄດ້ກວດກາພົບເຫັນ ແລະຈັບໄດ້ຜູ້ລະເມີດລັກລອບລົງຈັບປາດ້ວຍການໃຊ້ເບັດ,ມອງ-ໄຊ ແລະອຸປະກອນຫາປາອື່ນໆ ຈຳນວນໜຶ່ງ ເຊີ່ງໄດ້ດຳເນີນການສຶກສາອົບຮົມກ່າວເຕືອນ ແລະປັບໃໝຕາມລະບຽບການ.

ຈາກນັ້ນໄດ້ມີການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຕໍ່ອົງການປົກຄອງບ້ານເພື່ອພ້ອມກັນປຸກລະດົມແນວຄິດໃຫ້ພະນັກງານ, ທະຫານຕໍາຫຼວດລວມທັງປະຊາຊົນທັງພາຍໃນ ແລະຕ່າງປະເທດໃຫ້ເຂົ້າໃຈ ແລະພ້ອມກັນປົກປັກຮັກສາຊີວະນາໆພັນໃຫ້ກວ້າງຂວາງ. ຕອນທ້າຍ ທ່ານ ວຽງທອງ ຫັດສະຈັນ ໄດ້ເນັ້ນໜັກໃຫ້ຄະນະກຳມະການ ແລະອົງການປົກຄອງບ້ານ ສືບຕໍ່ປະຕິບັດລະບຽການທີ່ວາງອອກໃຫ້ເຂັ້ມງວດ, ສືບຕໍ່ໂຄສະນາລະບຽບການຜ່ານພາຫະນະສື່ມວນຊົນເຊັ່ນ: ໂທລະພາບ, ວິທະຍຸກະຈາຍສຽງ ແລະຂ່າວສານຊ່ອງທາງອ່ອນລາຍ, ພ້ອມທັງປັບປຸງ-ແຕ່ງຕັ້ງຄະນະກຳມະການຕິດຕາມກວດກາ ໃຫ້ມີຄວາມສອດຄ່ອງ, ເພື່ອເປັນເຈົ້າການກວດກາຢ່າງເປັນປົກກະຕິ, ປຸກລະດົມທືນນໍາທຸກພາກນັກທຸລະກິດ, ໂຄງການຕ່າງປະເທດ, ບຸກຄົນ, ນິຕິບຸກຄົນ ແລະອື່ນໆ ປະກອບສ່ວນເຂົ້າໃນການປົກປັກຮັກສາຊີວະນາໆພັນ, ສ້າງເປັນບ່ອນເກືອປາ-ຊົມປາ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ ນະຄອນຫຼວງພະບາງ ນັບມື້ນັບຫຼາຍຂຶ້ນ.