ການນຳແຂວງຄໍາມ່ວນຢ້ຽມຊົມແຫລ່ງທ່ອງທ່ຽວເຂດປ່າສະຫງວນແຫ່ງຊາດຫີນໜາມໜໍ່

ໃນໂອກາດ ເຄື່ອນໄຫວເຮັດວຽກຢູ່ເມືອງບົວລະພາ ໃນວັນທີ 10 ພະຈິກທີ່ຜ່ານມາຂອງຄະນະການນໍາແຂວງຄໍາມ່ວນນໍາໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ ແລະຄະນະໄດ້ເຄື່ອນໄຫວຢ້ຽມຊົມສະຖານທີ່ແຫລ່ງທ່ອງທ່ຽວເຂດປ່າສະຫງວນແຫ່ງຊາດຫີນໜາມໜໍ່, ໂດຍສະເພາະການພັດທະນາດ້ານພື້ນຖານໂຄງລ່າງຈຸດຮອງຮັບການທ່ອງທ່ຽວທາງເຂົ້າໄປສູ່ຖໍ້ານໍ້າລອດ ເຊບັ້ງໄຟ ທີ່ບ້ານໜອງປີງ ເມືອງບົວລະພາ ໂດຍມີຄະນະຮັບຜິດຊອບ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ພະແນກກະສິກໍາ ແລະປ່າໄມ້ແຂວງນໍາພາຄະນະເຄື່ອນໄຫວຢ້ຽມຊົມ, ປ່າສະຫງວນແຫ່ງຊາດຫີນໜາມໜໍ່, ມີເນື້ອທີ່ 82 ພັນເຮັກຕາ, ມີທິວທັດທຳມະຊາດທີ່ສວຍສົດງົດງາມໂດດເດັ່ນ ແລະເປັນເຂດຫີນປູນທີ່ກວ້າງໃຫຍ່ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ເມື່ອລວມພື້ນທີ່ຜາຫີນປູນຂອງແຂວງຄຳມ່ວນ ເຂົ້າກັບພື້ນທີ່ຜາຫີນປູນຂອງຟອງຍາ-ເກບ່າງ ແຂວງກວາງບິ່ງ ສສ ຫວຽດນາມ ຈະເປັນພື້ນທີ່ຜາຫີນປູນທີ່ໃຫຍ່ທີ່ສຸດໃນຂົງເຂດເນື່ອງຈາກວ່າສອງເຂດອະນຸລັກນີ້ແມ່ນເປັນເຂດອະນຸລັກຜາຫີນປູນທີ່ຕິດຈອດເປັນຜາຫີນປູນອັນດຽວກັນ, ເຊິ່ງມີຄວາມຍາວປະມານ 230 ກິໂລແມັດ, ຕັ້ງຢຽດຍາວຕາມສັນຂອງສາຍພູຫຼວງແຕ່ທິດເໜືອ ຫາ ທິດໃຕ້. ປ່າສະຫງວນຫີນໜາມໜໍ່ ກໍ່ຍັງເປັນຕົວແທນທີ່ສຳຄັນຂອງອົງປະກອບທາງດ້ານລະບົບນິເວດປ່າດົງດິບຢູ່ໃນເຂດສາຍພູຫຼວງ. ນອກນັ້ນທາງຄະນະການນໍາແຂວງ ຍັງໄດ້ສືບຕໍ່ເຄື່ອນໄຫວຢ້ຽມຊົມເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ແລະຜະລິດຕະພັນແຜ່ນແພຂອງກຸ່ມຫັດຖະກໍາຕໍ່າແຜ່ນຢູ່ເມືອງບົວລະພາຕື່ມອີກ.