ບໍລິສັດຈີນຫຼຸດລາຄາໄອໂຟນຮອບ 2 ຫຼັງ ຈາກຍອດຂາຍຫຼຸດລົງ

ແອັບເປີ້ນເຄີຍປັບຫຼຸດລາຄາ ໄອໂຟນພຽງ 1 ຄັ້ງກ່ອນໜ້ານີ້ຄືໃນ ໄລຍະຫຼັງຈາກເປີດໂຕໄອໂຟນໃນ  ປີ2017 ໄດ້ບໍ່ດົນ.ບໍລິສັດຄ້າຍ່ອຍອອນລາຍຂອງ ສປ ຈີນ ຕ່າງກໍພາກັນປັບຫຼຸດລາຄາໄອໂຟນໃນອາທິດນີ້ຊຶ່ງເປັນຄັ້ງທີ 2 ໃນປີນີ້ທ່າມກາງຍອດຂາຍ ທີ່ຕົກຕໍ່າ ໂດຍບໍລິສັດເຫຼົ່ານີ້ເຄີຍປັບ ຫຼຸດໄອໂຟນມາແລ້ວໃນເດືອນມັງ ກອນກ່ອນທີ່ບໍລິສັດແອັບເປີ້ນຈະ ເປີດເຜີຍຍອດຂາຍທີ່ຫຼຸດລົງໃນຈີນ ທັງນີ້ຊູໜິງດອດຄອມປະກາດ ຫຼຸດລາຄາໄອໂຟນເອັກຊເອສເປັນ ຈຳນວນ 1.000  ຢວນຈາກລາຄາ ຂາຍຢ່າງເປັນທາງການຫຼັງຈາກທີ່ ໄດ້ປະກາດຫຼຸດລາຄາໄອໂຟນຫຼາຍ ລຸ້ນໃນເດືອນມັງກອນ ແຕ່ຂະນະ ນັ້ນບໍ່ລວມລຸ້ນໄອໂຟນເອັກຊເອສ ສ່ວນບໍລິສັດພິນຕົວຕົວປະກາດຂາຍໄອໂຟນເອັກຊເອສ 64 ກິກະໄບທີ່ລາຄາ 6.999 ຢວນ ໂດຍ ຫຼຸດລົງຫຼາຍກວ່າ 1.000 ຢວນ ດ້ານເຈດີດອດຄອມປະກາດຫຼຸດ ລາຄາຜະລິດຕະພັນແອັບເປີ້ນ ຊຶ່ງລວມທັງໄອໂຟນເອັກຊເອສ ແລະ ໄອໂຟນເອັກຊເອສແມັກຊ ຊຶ່ງໄອ ໂຟນເອັກຊເອສແມັກຊມີການຫຼຸດ ລາຄາຫຼາຍເຖິງ 1.700  ຢວນທ່ານ ທິມຄຸກປະທານບໍລິຫານຂອງບໍລິສັດແອັບເປີ້ນອິງກ່າວກ່ອນໜ້ານີ້ ວ່າແອັບເປີ້ນມີແຜນທີ່ຈະປັບຫຼຸດ ລາຄາໄອໂຟນຊຶ່ງຈະເປັນການປັບຫຼຸດລາຄາເປັນຄັ້ງທີ 2 ໃນຮອບ 12 ປີນັບຕັ້ງແຕ່ມີການເປີດໂຕໄອໂຟນ ແຕ່ແອັບເປີ້ນບໍ່ໄດ້ປະກາດວ່າວ່າຈະມີການປັບຫຼຸດລາຄາໄອໂຟນລຸ້ນໃດເມື່ອໃດ ແລະໃນປະເທດໃດທັງນີ້ການປັບຫຼຸດລາຄາດັ່ງກ່າວຈະມີຜົນສຳລັບຕະຫຼາດພາຍນອກອາເມລິກາ ໂດຍແອັບເປີ້ນຈະປັບໂຄງສ້າງລາຄາໃຫ້ມີການຕັ້ງລາ ຄາ ໂດຍອີງກັບສະກຸນເງິນທ້ອງຖິ່ນຂອງປະເທດຕ່າງໆແທນທີ່ຈະອີງໃສ່ເງິນໂດລາທີ່ແຂງຄ່າຂຶ້ນໃນໄລຍະທີ່ຜ່ານມາຂະນະທີ່ແອັບເປີ້ນຈະຮັບພາລະປັດໄຈການແຂງຄ່າຂອງໂດລາແທນທີ່ຈະຊຸກຍູ້ພາລະໃຫ້ລູກຄ້າ.

ນັກວິເຄາະໃຫ້ຄວາມເຫັນວ່າການທີ່ແອັບເປີ້ນອາໄສກົນລະຍຸດການປັບຫຼຸດລາຄາໃນຄັ້ງນີ້ເນື່ອງຈາກບໍລິສັດກຳລັງປະເຊີນກັບຍອດຂາຍໄອໂຟນຕົກຕໍ່າໃນປະເທດຕ່າງໆ ໂດຍສະເພາະໃນຈີນຊຶ່ງທີ່ຜ່ານມາການທີ່ແອັບເປີ້ນຕັ້ງລາຄາ ໄອໂຟນ ໂດຍອີງໃສ່ຄ່າເງິນໂດລາທີ່ແຂງຄ່າຂຶ້ນ10% ໃນປີທີ່ແລ້ວ ໄດ້ເຮັດໃຫ້ຜະລິດຕະພັນຂອງແອັບເປີ້ນມີລາຄາແພງກວ່າຄູ່ແຂ່ງ.

ນສພ ເສດຖະກິດ-ສັງຄົມ