ແຂວງໄຊສົມບູນ ຈັດພິທີທາງສາສະໜາເພື່ອເທທອງຫຼໍ່ໝວກເຈົ້າອະນຸວົງ

ໃນວັນທີ 13 ພະຈິກທີ່ຜ່ານມາ ຊຶ່ງກົງກັບມື້ແຮມ 5 ຄໍ່າ ເດືອນ 12 ລາວນີ້ແຂວງໄຊສົມບູນ ໄດ້ຈັດພິທີທາງສາສະໜາເພື່ອເທທອງຫຼໍ່ໝວກເຈົ້າອະນຸວົງຂຶ້ນຢູ່ທີ່ເດີ່ນສວນສາທາລະນະຖໍ້າເຈົ້າອະນຸວົງໂດຍເຂົ້າຮ່ວມພິທີໃນຄັ້ງນີ້ມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍການນໍາແຂວງຕະຫຼອດຮອດບໍລິສັດຮັບເໝົາກໍ່ສ້າງ, ບໍລິສັດທີ່ປຶກສາ, ພຣະສົງ 3 ອົງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກ່ອນດໍາເນີນພິທີສູດປະລິຕະມຸງຄຸນ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ຍົກໃຫ້ເຫັນຄວາມໝາຍ-ສໍາຄັນຂອງການກໍ່ສ້າງອະນຸສາວະລີກໍຄືສວນສາທາລະນະຖໍ້າເຈົ້າອະນຸວົງ ແຫ່ງນີ້ ກໍເພື່ອໃຫ້ພະນັກງານ-ລັດຖະກອນ,ທະຫານ, ຕໍາຫຼວດຕະຫຼອດຮອດພໍ່ແມ່ປະຊາຊົນຊາວແຂວງໄຊສົມບູນ ໂດຍສະເພາະແມ່ນຄົນຮຸ່ນໃໝ່ ໄດ້ເຂົ້າໃຈ ແລະກໍາໄດ້ມູນເຊື້ອອັນດີງາມ ຂອງເຈົ້າອະນຸວົງ ແລະບັນດານັກຮົບປະຕິວັດທີ່ເຄີຍເສຍສະຫຼະເພື່ອພາລະກິດປົກປັກຮັກສາປະເທດຊາດກໍຄືແຂວງໄຊສົມບູນໃນໄລຍະທີ່ເພີ່ນເຄີຍມາພັກຜ່ອນຢູ່ຖໍ້າແຫ່ງນີ້ ແລະ ອີກຢ່າງໜຶ່ງກໍເພື່ອເປັນການສ້າງສະຖານທີ່ແຫ່ງນີ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມສວຍງາມ, ຄົງຄວາມເປັນທໍາມະຊາດ ແລະເຕັມໄປດ້ວຍຄວາມໝາຍທາງປະຫວັດສາດ. ຈາກນັ້ນໄດ້ມີພິທີທາງສາສະໜາສູດປະລິຕະມຸງຄຸນ, ຢາດນໍ້າ ແລະສູດຖອດເທທອງຫຼໍ່ໝວກເຈົ້າອະນຸວົງເພື່ອເປັນສິລິມຸງຄຸນ, ສັກສິດ ແລະກາຍເປັນມິ່ງຂວັນຂອງຊາວແຂວງໄຊສົມບູນຕະຫຼອດໄປ.
ຂ່າວ: ພາພອນ ນະວົງໄຊ