ເທສະການແຫ່ພຣະໄຕປີດົກ ສືບສານວັດທະນະທຳລຳວົງສາລະວັນ ຈະຈັດຂຶ້ນໃນວັນທີ 21-27 ພະຈິກ

ແຫຼ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນປະທານຈັດງານເທສະການແຫ່ພຮະໄຕປີດົກສືບສານວັດທະນະທຳ ລຳວົງສາລະວັນ ໄດ້ຖະແຫລງການເລື່ອນການຈັດງານ ຊຶ່ງໃນເມື່ອກ່ອນໄດ້ ກຳນົດເອົາວັນທີ 14-20 ພະຈິກ 2022 ໄດ້ເລື່ອນມື້ຈັດງານມາເປັນວັນທີ 21-27 ພະຈິກ 2022 ຢ່າງເປັນທາງການ ເນື່ອງຈາກການກະກຽມວຽກງານແຕ່ລະດ້ານບໍ່ທັນມີຄວາມພ້ອມເທົ່າທີ່ຄວນ ແລະເພື່ອເຮັດໃຫ້ງານດັ່ງກ່າວມີຄວາມໝາຍຄວາມສຳຄັນ, ມີຄວາມສວຍງາມ, ຮັກສາໄດ້ມູນເຊື້ອວັດທະນະທຳ, ຮີດຄອງປະເພນີຕິດພັນກັບກິດຈະກຳທີ່ສຳຄັນທາງສາດສະໜາ, ຮັບປະກັນຄວາມພ້ອມ 100% ເພື່ອຮອງຮັບແຂກ, ນັກທ່ອງທ່ຽວ ແລະມວນຊົນທີ່ຈະເຂົ້າຮ່ວມໃນງານດັ່ງກ່າວ.

ສຳລັບກິດຈະກຳຕ່າງໆໃນການຈັດງານແມ່ນໄດ້ສືບຕໍ່ດຳເນີນໄປຕາມແຜນການທີ່ວາງໄວ້ໂດຍບໍ່ໄດ້ມີການປ່ຽນແປງເປັນຕົ້ນພິທີປະກາດຫໍພຣະໄຕປິດົກ ເປັນມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ, ການວາງສະແດງຜະລິດຕະພັນສິນຄ້າ ແລະການທ່ອງທ່ຽວ ລາວ-ຫວຽດນາມ, ການປະກວດ ແລະສະແດງສິລະປະເວທີ (ນາງສາວເຜົ່າ, ນັກຮ້ອງ-ຂັບລຳ, ໝໍແຄນ, ອາຫານພື້ນເມືອງ,ກາຍະສິນສູນກາງ ແລະນັກຮ້ອງຮັບເຊີນ),ຈັດສໍາມະນາການທ່ອງທ່ຽວ ແລະຈັບຄູ່ທຸລະກິດ (ລາວ-ສສ ຫວຽດນາມ), ການແຂ່ງຂັນກິລາປະເພດຕ່າງໆ (ປະເພດທີ່ຈະໄປຊຽງຂວາງ ແລະ ກິລາພື້ນເມືອງເພື່ອການທ່ອງທ່ຽວ), ພິທີແຫ່ພຣະໄຕປິດົກ 15 ກ້ອນກຳລັງ ແລະ ພິທີທາງສາສະໜາ (ຕັ້ງບຸນ, ສົມໂພດພະພຸດທະຮູບ, ຕັກບາດຖວາຍສັງຄະທານ) ແລະກິດຈະກຳອື່ນໆ.

ໂອກາດນີ້, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນຍັງໄດ້ກ່າວສະແດງຄວາມຂໍອະໄພມາຍັງທຸກພາກສ່ວນໃນສັງຄົມ, ທັງອົງການຈັດຕັ້ງພາກລັດ, ເອກະຊົນ, ນັກທຸລະກິດ, ຜູ້ປະກອບການ ແລະມວນຊົນ ເນື່ອງຈາກທີ່ເຮົາໄດ້ເລື່ອນການຈັດງານຄັ້ງນີ້ ແລະກໍໄດ້ເຊີນຊວນມວນຊົນທັງພາຍໃນ, ຕ່າງແຂວງ ແລະຕ່າງປະເທດ ເຂົ້າຮ່ວມກິດຈະກຳຕ່າງໆ, ທ່ຽວຊົມເທສະການແຫ່ພຣະໄຕປີດົກສືບສານວັດທະນະທຳລຳວົງສາລະວັນ.
ຂ່າວ-ພາບ: ວິໄວອນ ສິດທິໄຊ