ການຊີງຫຼຽນໃນງານກິລາແຫ່ງຊາດ ຄັ້ງທີ 11 ເລີ່ມແລ້ວ! ນັກກິລາຍິງປືນ ກະຊວງປ້ອງກັນຄວາມສະຫງົບ ຍາດໄດ້ 4 ຫລຽນຄຳທຳອິດ!!

ກິລາຍິງປືນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ເປັນກິລາທຳອິດທີ່ທຳການແຂ່ງຂັນກ່ອນກິລາປະເພດອື່ນໆ ເລີ່ມແຂ່ງຂັນວັນທີ 14 ພະຈິກນີ້ ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ, ຊຶ່ງກິລາຍິງປືນ ເປັນ 1 ໃນ 2 ປະເພດກິລາມາແຂ່ງຂັນຢູ່ນະຄອນຫລວງຕໍ່ຈາກກິລາລອຍນໍ້າ.

ໂດຍເກືອບ 30 ລາຍການຂອງກິລາຍິງປືນທີ່ຊິງໄຊໃນງານກິລາແຫ່ງຊາດຄັ້ງນີ້ມາແຂ່ງຂັນຢູ່ສະໜາມກິລາຍຶງປືນ 5 ເມສາ ແລະບາງລາຍການຈະແຂ່ງຂັນຢູ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງໃນໄລຍະກາງເດືອນທັນວາເຊັ່ນ: ປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ.

ກິລາຍິງປືນ ໃນງານກິລາແຫ່ງຊາດ ຄັ້ງນີ້ ມີ 9 ພາກສ່ວນເຂົ້າຮ່ວມຊິງໄຊຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຄຳມ່ວນ, ຜົ້ງສາລີ, ຫລວງພະບາງ, ຫົວພັນ, ສະຫວັນນະເຂດ, ກະຊວງປ້ອງກັນປະເທດ ແລະກະຊວງປ້ອງກັນຄວາມສະຫງົບ, ຊິງທັງໝົດ 34 ຫລຽນຄຳ, 34 ຫລຽນເງິນ ແລະ 68 ຫລຽນທອງ.
ສຳລັບມື້ທຳອິດຊິງ 4 ຫລຽນຄຳຄື: ປະເພດປືນສັ້ນອັດລົມ 10 ແມັດ ຍິງດ່ຽວ-ຊາຍດ່ຽວ ແລະ ທີມຍິງ-ທີມຊາຍ, ຜ່ານການແຂ່ງຂັນປະເພດຍິງດ່ຽວຫລຽນຄຳເປັນຂອງ ນາງ ໄພວອນ ວົງພະຈັນ ຈາກກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 371 ຄະແນນ, ຫລຽນເງິນ ນາງ ແສງແກ້ວ ມະນີເຟືອງ ຈາກກະຊວງປ້ອງກັນປະເທດ ໄດ້ 369 ຄະແນນ ແລະ ຫລຽນທອງຮ່ວມເປັນຂອງສອງນັກກິລາຈາກກະຊວງປ້ອງກັນຄວາມສະຫງົບ.

ປະເພດທີມຍິງຫລຽນຄຳເປັນຂອງກະຊວງປ້ອງກັນຄວາມສະຫງົບຍິງໄດ້ 1092 ຄະແນນ, ຫລຽນເງິນກະຊວງປ້ອງກັນປະເທດ ໄດ້ 1078 ຄະແນນ, ຫລຽນທອງຮ່ວມ ນະຄອນຫລວງວຽງຈັນ ແລະແຂວງຊຽງຂວາງ.

ປະເພດຊາຍດ່ຽວ ປືນສັ້ນອັດລົມ 10 ແມັດ ຫລຽນຄຳເປັນຂອງ ທ້າວ ນິກອນ ປັນຍາວົງ ຈາກກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 561 ຄະແນນ, ຫລຽນເງິນ ທ້າວ ສົມຈັນ ໄຊສົມມີ ຈາກກະຊວງປ້ອງກັນປະເທດ ໄດ້ 555 ຄະແນນ ແລະຫລຽນທອງຮ່ວມເປັນຂອງນັກກິລາຈາກກະຊວງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ.

ປະເພດທີມຊາຍຫລຽນຄຳເປັນຂອງກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 1649 ຄະແນນ, ຫລຽນເງິນ ກະຊວງປ້ອງກັນປະເທດ ໄດ້ 1646 ຄະແນນ, ຫລຽນທອງຮ່ວມ ນະຄອນຫລວງວຽງຈັນ ແລະແຂວງຊຽງຂວາງ.

ການແຂ່ງຂັນກິລາຍິງປືນໃນງານກິລາແຫ່ງຊາດ ຄັ້ງທີ 11 ແບ່ງການແຂ່ງຂັນອອກເປັນ 3 ໄລຍະຄື: ໄລຍະທີ 1 ແຂ່ງຂັນວັນທີ 14-20 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ, ໄລຍະທີ 2 ແຂ່ງຂັນວັນທີ 24-29 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ແລະ ໄລຍະທີ 3 ແຂ່ງຂັນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງເປັນປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ.