ຄື້ນສຶນາມິຖະຫຼົ່ມເວທີ ຄົນໃນວົງເຊເວ່ນທີນ ຂອງອິນໂດເນເຊຍສູນຫາຍ

    ນັກຮ້ອງດັງວົງເຊເວ່ນທີນຂອງອິນໂດເນເຊຍຮ້ອງໄຫ້ສວດມົນພາວະນາຫຼັງຈາກທີ່ພັນລະຍາຄົນງາມແລະເພື່ອນຮ່ວມວົງດົນຕີສູນຫາຍໄປໃນເຫດການຄື້ນສຶນາມິໃນຄືນວັນທີ 22 ທັນວາ  ຜ່ານມາ.

    ຫຼ້າສຸດສື່ຂອງອິນໂດເນເຊຍລາຍງານວ່າຮູບພາບທີ່ໄດ້ຮັບການແຊຣຫຼາຍທີ່ສຸດໃນໂລກໂຊຊຽວມິເດຍເປັນພາບທີ່ວົງດົນຕີເຊເວ່ນທີນກຳລັງສະແດງດົນຕີຢູ່ແຄທະເລຕັນຈຸງເລຊຸງຊຶ່ງເປັນແຫຼ່ງທ່ອງທ່ຽວຊື່ດັງໂດຍຂະນະທີ່ວົງດົນຕີກຳລັງຮ້ອງເພງຢູ່ນັ້ນຢູ່ໆກໍ່ມີຄື້ນສຶນາມິພັດເຂົ້າມາຢ່າງຮຸນແຮງເຮັດໃຫ້ເວທີແລະນັກດົນຕີເທິງເວທີຖືກພັດໄປຕາມກະແສນໍ້າໜຶ່ງໃນຜູ້ສູນຫາຍຈາກເຫດຄື້ນສຶນາມິຄັ້ງນີ້ມີຄື Dylan Sahara ນັກສະແດງຄົນງາມພັນລະຍາຂອງນັກຮ້ອງນໍາ Ifan Seventeen ແລະສະມາຊິກໃນວົງສູນຫາຍໄປ 3 ຄົນຊຶ່ງມີລາຍງານລະບຸວ່ານັກກີຕາແລະຜູ້ຈັດການຂອງວົງໄດ້ເສຍຊີວິດແລ້ວ,ຢ່າງໃດກໍຕາມ Ifanໄດ້ໂພສຄລິບຜ່ານອິນສະຕາແກມສ່ວນຕົວຊຶ່ງລາວກຳລັງຮ້ອງໄຫ້ແລະຂໍໃຫ້ຊາວອິນໂດເນເຊຍຊ່ວຍສວດມົນພາວະນາໃຫ້ຕົນໄດ້ພົບກັບພັນລະຍາແລະເພື່ອນຮ່ວມວົງໂດຍໄວແລະປອດໄພດ້ວຍ.