ສາລະວັນ ຄວ້າຫຼຽນໄດ້ເກີນຄາດ ໃນງານແຂ່ງຂັນກີລາເປຕັງ

  ງານແຂ່ງຂັນກີລາເປຕັງທົ່ວປະເທດຄັ້ງທີ IX ຊິງຂັນປະທານ ສະພາແຫ່ງຊາດທີ່ໄດ້ໄຂຂຶ້ນໃນລະຫວ່າງ 28-30 ມີນາ ຜ່ານມາທີ່ແຂວງສາລະວັນຕາມຄາດໝາຍທີ່ ປະທານສະຫະພັນກີລາເປຕັງແຂວງ ສາລະວັນຕັ້ງເປົ້າໄວ້ 5 ຫຼຽນ ແຕ່ ສາມາດຍາດມາໄດ້ເຖິງ 12 ຫຼຽນຄື: 4 ຫຼຽນຄຳ, 3 ຫຼຽນເງິນ ແລະ5 ຫຼຽນທອງ.

ການແຂ່ງຂັນກີລາເປຕັງທົ່ວປະ ເທດຊິງຂັນປະທານສະພາແຫ່ງຊາດ ຄັ້ງທີ  IX  ມີທັງໝົດ 7 ລາຍການຄື: ດ່ຽວຍິງມີ  25  ທີມ, ດ່ຽວຊາຍມີ 84 ທີມ, ຄູ່ຊາຍມີ  82 ທີມ, ຄູ່ກິຕິມະສັກ VIP ມີ 20 ທີມ, ທີມຊຸດຍິງ 17 ທີມ ແລະທີມຊຸດຊາຍມີ 56 ທີມ, ລວມທັງໝົດ 300 ທີມ, ມີຈຳນວນ ນັກກີລາທັງໝົດ  600  ກວ່າຄົນ, ຍິງ 200 ຄົນ ທີ່ມາຈາກແຕ່ລະແຂວງ ແລະກົມກອງຕ່າງໆທົ່ວປະເທດ. ເພື່ອສືບຕໍ່ຍົກລະດັບວົງການກີລາ ລາວໃຫ້ສູງຂຶ້ນ  ແລະສ້າງຄວາມສາ ມັກຄີພາຍໃນຊາດຕາມແນວທາງ ນະໂຍບາຍຂອງພັກ-ລັດ, ທັງເປັນການພັດທະນາຊັບພະຍາກອນມະ ນຸດໃຫ້ມີສຸຂະພາບເຂັ້ມແຂງທາງ ດ້ານຮ່າງກາຍ-ຈິດໃຈ, ມີຫົວຄິດປະດິດສ້າງ, ມີຄຸນສົມບັດສິນທຳປະຕິ ວັດ ແລະອີກອັນໜຶ່ງກໍ່ເພື່ອຄັດເລືອກ ນັກກີລາຮຸ່ນສືບທອດຜູ້ທີ່ມີຄວາມ ສາມາດດີເດັ່ນມາປະກອບເຂົ້າເປັນ ນັກກີລາທີມຊາດເຂົ້າຮ່ວມການ ແຂ່ງຂັນກີລາເປຕັງໃນລະດັບອະນຸ ພາກພື້ນ ແລະສາກົນ. 

ຜ່ານການແຂ່ງຂັນໃນແຕ່ລະ ຮອບ, ຊະນະເລີດປະເພດດ່ຽວຍິງໄດ້ແກ່ແຂວງບໍ່ແກ້ວ ແລະປະເພດ ຊາຍດ່ຽວໄດ້ແກ່ແຂວງສະຫວັນນະ ເຂດໄດ້ຮັບຫຼຽນຄຳພ້ອມຂັນ 1 ໜ່ວຍ  ເງິນສົດ 2,5  ລ້ານກີບ,  ທີ 2 ປະເພດຍິງດ່ຽວໄດ້ແກ່ແຂວງຄໍາ ມ່ວນ ແລະປະເພດຊາຍດ່ຽວໄດ້ແກ່ແຂວງບໍ່ແກ້ວໄດ້ຮັບຫຼຽນເງິນພ້ອມ ເງິນສົດ 1,5 ລ້ານກີບ, ທີ 3 ຮ່ວມ ປະເພດຍິງດ່ຽວໄດ້ແກ່ແຂວງຈຳປາສັກ ແລະແຂວງຄຳມ່ວນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ 1 ລ້ານກີບ ແລະທີ 3 ຮ່ວມ ປະເພດຊາຍ ດ່ຽວໄດ້ແກ່ແຂວງຈຳປາສັກ  ແລະໄຟຟ້າແຂວງສາລະວັນ  ໄດ້ຮັບຫຼຽນ ທອງ ພ້ອມເງິນສົດ 1 ລ້ານກີບ.

ສຳລັບທິມຄູ່ຍິງຊະນະເລີດໄດ້ແກ່ທິມແຂວງສາລະວັນ  ແລະທິມຄູ່ ຊາຍ ທີ 1 ໄດ້ແກ່ທີມທະນາຄານລາວ-ຫວຽດ (ຈາກນະຄອນຫຼວງ ວຽງຈັນ) ໄດ້ຮັບຫຼຽນຄຳພ້ອມຂັນ 1 ໜ່ວຍ, ເງິນສົດ 3 ລ້ານກີບ, ທີ 2 ທີມຄູ່ຍິງ ແລະຄູ່ຊາຍ ໄດ້ແກ່ທີມ ແຂວງສາລະວັນ ໄດ້ຮັບຫຼຽນເງິນ ແລະເງິນສົດ 2 ລ້ານກີບ, ສ່ວນທີ 3 ທີມຮ່ວມຍິງໄດ້ແກ່ແຂວງຄໍາມ່ວນ ແລະແຂວງຊຽງຂວາງໄດ້ຮັບຫຼຽນທອງພ້ອມເງິນສົດ 1 ລ້ານກີບ ແລະ ທີມຄູ່ຊາຍຮ່ວມທີ 3 ໄດ້ແກ່ທີມ ແຂວງສາລະວັນ ແລະແຂວງສະ ຫວັນນະເຂດ ໄດ້ຮັັບຫຼຽນທອງ ພ້ອມເງິນສົດ 1 ລ້ານກີບ ແລະທີມ ຄູ່ກິຕິມະສັກ VIP ຊະນະເລີດທີ 1 ໄດ້ແກ່ທີມສະພາການຄ້າແຂວງສາ ລະວັນ  2  ໄດ້ຮັບຫຼຽນຄຳພ້ອມຂັນ 1 ໜ່ວຍ ເງິນສົດ 3 ລ້ານກີບ, ທີ 2 ໄດ້ແກ່ທີມແຂວງໄຊສົມບູນ ໄດ້  ຮັບຫຼຽນເງິນ ແລະເງິນສົດ 2 ລ້ານກີບ ແລະທີ 3 ຮ່ວມໄດ້ແກ່ທີມສະ ພາການຄ້າແຂວງສາລະວັນ 3 ແລະທີມພະແນກການເງິນແຂວງສາລະ ວັນ ໄດ້ຮັບຫຼຽນທອງພ້ອມເງິນສົດ 1 ລ້ານກີບ, ທີມຊຸດຍິງທີ 1 ໄດ້ ແກ່ທີມແຂວງສາລະວັນ 1 ໄດ້ຮັບຫຼຽນຄໍາ, ຂັນ 1 ໜ່ວຍ ແລະເງິນສົດ 4,5  ລ້ານກີບ, ທີ 2 ໄດ້ແກ່ແຂວງ ສາລະວັນ 3 ໄດ້ຫຼຽນເງິນພ້ອມເງິນ ສົດ 2,5 ລ້ານກີບ, ທີ 3 ຮ່ວມໄດ້ແກ່ ທີມແຂວງຈຳປາສັກ ແລະແຂວງ ສາລະວັນ 2 ໄດ້ຫຼຽນທອງ, ເງິນສົດ 1 ລ້ານກີບ, ທີມຊຸດຊາຍທີ 1 ໄດ້ແກ່ ທີມແຂວງສາລະວັນ ໄດ້ຫຼຽນຄຳ, 1 ໜ່ວຍ, ເງິນສົດ 5 ລ້ານກີບ, ທີ 2 ໄດ້ແກ່ແຂວງຫຼວງພະບາງໄດ້ຫຼຽນ ເງິນ, ເງິນສົດ 3 ລ້ານກີບ ແລະທີມທີ 3 ຮ່ວມໄດ້ແກ່ແຂວງຫຼວງພະບາງ ແລະທະນາຄານລາວ-ຫວຽດ ໄດ້ຫຼຽນທອງ ແລະເງິນສົດ 1 ລ້ານກີບ. ໂດຍເປັນກຽດມອບຫຼຽນ ແລະລາງ ວັນຂອງທ່ານ ບຸນປອນ ບຸດຕະນະ ວົງ ຮອງປະທານສະພາແຫ່ງຊາດ.

ໂດຍ: ທິດລານີ