ສປ ຈີນ ຊ່ວຍເຫຼືອດ້ານໂພຊະນາການໃຫ້ແກ່ນັກຮຽນຊັ້ນປະຖົມໃນ ສປປ ລາວ

ກະຊວງສຶກສາທິການ ແລະ ກິລາ, ອົງການອາຫານໂລກ ແຫ່ງ ສະຫະປະຊາຊາດ (WFP) ແລະອົງການຊ່ວຍເຫຼືອເພື່ອການພັດທະນາສາກົນແຫ່ງ ສປ ຈີນ (CIDCA) ໄດ້ລົງນາມໃນຂໍ້ຕົກລົງສະບັບໃໝ່ເພື່ອສະໜອງການຊ່ວຍເຫຼືອດ້ານສະບຽງອາຫານປະເພດອາຫານເພີ່ມໃຫ້ແກ່ໂຄງການອາຫານທ່ຽງໃນໂຮງຮຽນຂອງລັດຖະບານ ສປປ ລາວ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 22 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ຊຽງ ຟາງຈຽງ ທີ່ປຶກສາສະຖານທູດຈີນ ປະຈໍາ ສປປ ລາວ, ທ່ານ ຢານ ເດວບາເຣີ ຜູ້ອຳນວຍການ ແລະຜູ້ຕາງໜ້າອົງການອາຫານໂລກປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອດັ່ງກ່າວ ແມ່ນເພື່ອຊ່ວຍລັດຖະບານລາວບັນລຸເປົ້າໝາຍໃນການຫຼຸດຜ່ອນອັດຕາການຂາດສານອາຫານໃນເດັກນ້ອຍຊຶ່ງ ສປ ຈີນ ໄດ້ສະໜອງເຂົ້າສານຈ້າວ ແລະປາກະປ໋ອງ ເຂົ້າໃນໂຄງການອາຫານທ່ຽງເພື່ອເປັນການເພີ່ມອາຫານທ່ຽງໃຫ້ນັກຮຽນຊັ້ນປະຖົມຈຳນວນ 132.450 ຄົນ ຢູ່ 1.400 ກວ່າແຫ່ງ ໃນ ສປປ ລາວ. ເຂົ້າສານຈຳນວນ 930 ໂຕນ ແລະ ປາກະປ໋ອງ 120 ໂຕນ ທີ່ ສປ ຈີນ ສະໜອງຜ່ານທາງອົງການອາຫານໂລກ ຈະຊ່ວຍໃຫ້ກະຊວງສຶກສາທິການ ແລະ ກິລາ ສາມາດນຳໄປຈັດຕັ້ງປະຕິບັດວຽກງານອາຫານໃນໂຮງຮຽນແຫ່ງຊາດຢູ່ 31 ເມືອງ ໃນ 8 ແຂວງ ຊຶ່ງຈະເລີ່ມຈັດຕັ້ງໃນພາກຮຽນທີ່ຈະມາເຖິງນີ້. ໂຄງການອາຫານທ່ຽງໃນໂຮງຮຽນແມ່ນແຜນງານລະດັບຊາດທີ່ເລີ່ມຕົ້ນດ້ວຍການສະໜັບສະໜູນຈາກອົງການອາຫານໂລກນັບຕັ້ງແຕ່ປີ 2010 ເປັນຕົ້ນມາວຽກງານດັ່ງກ່າວໄດ້ຂະຫຍາຍຈາກ 56 ໂຮງຮຽນໃນ 2 ແຂວງ ໄປເປັນ 1.700 ກວ່າໂຮງຮຽນໃນ 12 ແຂວງ ໃນປີ 2022.

ໂຄງການດັ່ງກ່າວເປັນໂຄງການໜຶ່ງໃນຊຸດທໍາອິດຫຼັງຈາກທຶນການຮ່ວມມືໃຕ້ໃຕ້ໄດ້ກາຍເປັນໂຄງການພັດທະນາຂອງໂລກ ແລະການຮ່ວມມືໃຕ້-ໃຕ້ ພາຍໃຕ້ຂໍ້ລິເລີ່ມພັດທະນາໂລກຂອງລັດຖະບານຈີນ. ທ່ານປະທານປະເທດ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມພັດທະນາໂລກ (GDI) ໃນກອງປະຊຸມໃຫຍ່ສະຫະປະຊາຊາດ ຄັ້ງທີ 76 ເພື່ອຊຸກຍູ້ການພັດທະນາຂອງໂລກກ້າວເຂົ້າສູ່ຂັ້ນຕອນໃໝ່ທີ່ມີການເຕີບໂຕອັນສົມດູນມີຜົນປະໂຫຍດຕໍ່ແຕ່ລະຝ່າຍ ແລະມີການຮ່ວມມືປະສິດທິຜົນ. ໂຄງການ GDI ແມ່ນສຸມໃສ່ການຫຼຸດຜ່ອນຄວາມທຸກຍາກການຄໍ້າປະກັນສະບຽງອາຫານການຕ້ານແຜ່ລະບາດຂອງພະຍາດການສະໜອງທຶນເພື່ອພັດທະນາການພັດທະນາແບບສີຂຽວ ແລະການຫັນເປັນອຸດສາຫະກໍາ ແລະການເຊື່ອມຈອດ.

ໂອກາດນີ້ ທ່ານ ພຸດ ສິມມາລາວົງ, ໄດ້ກ່າວວ່າ: “ການສະໜັບສະໜູນເຂົ້າສານຈ້າວ ຈໍານວນ 930 ໂຕນ ແລະ ປ໋ອງປາຈໍານວນ 120 ໂຕນ ຈາກລັດຖະບານ ສປ ຈີນ ໃນຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍ ຊ່ວຍຕື່ມເຕັມຄາບອາຫານທ່ຽງຂອງນັກຮຽນໃຫ້ມີໂພຊະນາການເພີ່ມຂຶ້ນ, ທັງເປັນການສະແດງເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນສອງຊາດ ທີ່ມີມາຍາວນານ ລະຫວ່າງ ສປປ ລາວ ແລະ ສປ ຈີນ.”

ທ່ານ ຊຽງ ຟາງຈຽງ ກ່າວວ່າ “ຝ່າຍຈີນຈະສືບຕໍ່ຮ່ວມມືກັບລັດຖະບານລາວ WFP ແລະ ບັນດາໝູ່ເພື່ອນພັດທະນາຢ່າງແໜ້ນແຟ້ນຮ່ວມກັນປະຕິບັດໂຄງການ GDI ຊຸກຍູ້ລະດັບການແລກປ່ຽນ ແລະການຮ່ວມມືໃນໂລກເພື່ອເປັນພະລັງແຮງໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2030 ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ແລະ ປະຊາຄົມຮ່ວມຊາຕາກໍາມວນມະນຸດ.”

ທ່ານ ຢານ ເດວບາເຣີ ຜູ້ອຳນວຍການ ແລະຜູ້ຕາງໜ້າອົງການອາຫານໂລກປະຈຳ ສປປ ລາວ ກ່າວວ່າ: “ໂຄງການຊ່ວຍເຫຼືອດ້ານສະບຽງອາຫານນີ້ແມ່ນເປັນສ່ວນໜຶ່ງຂອງການຕອບໂຕ້ຕໍ່ຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການລະບາດຂອງພະຍາດ ໂຄວິດ-19 ແລະວິກິດການດ້ານສະບຽງອາຫານໂລກຂອງອົງການອາຫານໂລກໃນ ສປປ ລາວ. ໃນຂະນະດຽວກັນ, ລັດຖະບານ ສປ ຈີນ ກໍາລັງຊ່ວຍເຫຼືອພວກເຮົາເພື່ອໃຫ້ບັນລຸເປົ້າໝາຍຂອງພວກເຮົາເພື່ອຮັບປະກັນຄວາມໝັ້ນຄົງ ແລະຍືນຍົງຂອງໂຄງການອາຫານທ່ຽງໃນໂຮງຮຽນແຫ່ງຊາດ.”
ຂ່າວ: ອົງການອາຫານໂລກ, ພາບ: ແສງຈັນ