ກອງປະຊຸມສຳມະນາວິທະຍາສາດ“ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ 1955-1975 ”

ຄະນະຮັບຜິດຊອບການຄົ້ນຄວ້າ ແນວຄິດໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສຳມະນາ ປະກອບຄໍາຄິດເຫັນໃສ່ບົດວິທະຍາສາດ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975” ຂຶ້ນໃນວັນທີ 24 ພະຈິກ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງວັງວຽງ ແຂວງວຽງຈັນ. ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ ທີ່ປຶກສາຄະນະຮັບຜິດການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ມີທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຮອງປະທານສະພາທິດສະດີສູນກາງພັກ ຮອງຫົວໜ້າຄະນະ ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກໍໄດ້ໃຫ້ກຽດເປັນປະທານຮ່ວມ; ນອກຈາກນີ້, ຍັງມີ ທ່ານ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ, ມີບັນດາທ່ານຄະນະປະຈໍາພັກເມືອງ, ພະນັກງານຫຼັກແຫຼ່ງຕາງໜ້າຫ້ອງການອ້ອມຂ້າງເມືອງວັງວຽງ ແລະ ບັນດາຜູ້ສັງເກດຕີລາຄາບົດ, ບັນດານັກວິທະຍາສາດຈາກສູນກາງ, ພະນັກງານສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສມປຊ ເຂົ້າຮ່ວມ ທັງໝົດ 35 ຄົນ.

ຊຶ່ງຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອລະດົມແນວຄວາມຄິດປະກອບຄໍາເຫັນໃສ່ບົດຄົ້ນຄວ້າວິທະຍາສາດ ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975” ໃນບາງເນື້ອໃນທີ່ເຫັນວ່າຍັງບໍ່ທັນຈະແຈ້ງ ເພື່ອສົນທະນາແລກປ່ຽນຄໍາຄິດຄໍາເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມໃຫ້ມີລັກສະນະວິທະຍາສາດ ແນໃສ່ປັບປຸງບົດຄົ້ນຄວ້າໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.

ໃນກອງປະຊຸມ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວເປີດກອງປະຊຸມ ຊຶ່ງໄດ້ເນັ້ນໃຫ້ເຫັນວ່າ: ໄລຍະປີ 1955-1975 ແມ່ນໄລຍະນໍາພາ-ຊີ້ນໍາ ພາລະກິດປະຕິວັດອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານ ໂດຍກຳເນີດເກີດຂຶ້ນໃນເງື່ອນໄຂທີ່ອິດທິກໍາລັງຈັກກະພັດມີກໍາລັງທາງດ້ານເສດ ຖະກິດ-ການເງິນ ທີ່ເຂັ້ມແຂງ, ພາຫະນະອາວຸດສົງຄາມທີ່ທັນສະໄໝ ໃນການເພີ່ມທະວີສົງຄາມຮຸກຮານປະເທດເຮົາ ດ້ວຍຍຸດທະສາດອັນໃໝ່ ຊຶ່ງເປັນພາລະກິດອັນໜັກໜ່ວງ ທີ່ປະທານ ໄກສອນ ພົມວິຫານ ໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຊອກຫາເສັ້ນທາງ ແລະ ວິທີການຕໍ່ສູ້ປົດປ່ອຍຊາດ ທີ່ແທດເໝາະກັບຈຸດພິເສດທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ ຈົນສາມາດຍາດໄດ້ໄຊຊະ ນະເປັນກ້າວໆມາ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການນຳສະເໜີ 5 ຫົວຂໍ້ຍ່ອຍ ຄື: ພາລະກິດສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ປົກປັກຮັກສາເຂດທີ່ໝັ້ນ ສອງແຂວງເຕົ້າໂຮມ: ຫົວພັນ ແລະ ຜົ້ງສາລີ ປີ 1955-1959; ຊີ້ນໍາຫັນທິດຕໍ່ສູ້ໂດຍເອົາການຕໍ່ສູ້ ດ້ວຍອາວຸດເປັນກົກ ສົມທົບກັບການຕໍ່ສູ້ທາງດ້ານການເມືອງ ແລະ ກົດໝາຍ ປີ 1960-1965; ການນໍາພາຕໍ່ສູ້ຕ້ານຍຸດທະສາດສົງຄາມພິເສດເພີ່ມທະວີ ປີ 1966-1970; ປະທານ ໄກສອນ ພົມວິຫານ ຊີ້ນຳການສ້າງຄວາມຖືກຕ້ອງປອງດອງຊາດ ປີ 1970-1973 ແລະ ພາລະກິດນຳພາປວງຊົນລາວທັງຊາດ ລຸກຮືຂຶ້ນຢຶດອຳນາດໃນທົ່ວປະເທດ ແລະ ສະຖາປະນາ ສປປ ລາວ ປີ1974-1975 ຊຶ່ງໄດ້ຍົກໃຫ້ເຫັນເນື້ອໃນອັນອຸດົມສົມບູນ, ມີຊີວິດຊີວາ ແລະ ຢັ້ງຢືນເຖິງຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຜູ້ທີ່ໄດ້ອຸທິດຊີວິດ ແລະປະກອບສ່ວນອັນຍິ່ງໃຫຍ່ ຕໍ່ພາລະກິດປະຕິວັດ ຂອງປະຊາຊົນລາວ ແລະ ມີສ່ວນປະກອບເຂົ້າໃນການປະຕິວັດໂລກ.

ຫຼັງຈາກນັ້ນ, ບັນດາທ່ານນັກວິທະຍາສາດຜູ້ສັງເກດຕີລາຄາບົດ ແລະ ແຂກທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ເນື້ອໃນບົດຄົ້ນຄວ້າວິທະຍາສາດ ໃນແຕ່ລະຫົວຂໍ້ຢ່າງພາວະວິໄສ.

ໃນຕອນທ້າຍ ໄດ້ຮັບຟັງການສະຫຼຸບຂອງກອງປະຊຸມ ໂດຍ ທ່ານ ພູວົງ ອຸ່ນຄຳແສນ ຊຶ່ງໄດ້ສັງລວມຄືນ ການປະກອບຄໍາຄິດຄໍາເຫັນ ຂອງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ແລະ ໄດ້ເນັ້ນໜັກໃຫ້ບັນດານັກຄົ້ນຄວ້ານໍາເອົາຄຳຄິດຄຳເຫັນ ຈາກຜູ້ສັງເກດຕີລາຄາບົດ, ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນຳໄປປັບປຸງບົດໃຫ້ສົມບູນຂຶ້ນ ເພື່ອກະກຽມສຳມະນາລະດັບຊາດ ສະເຫຼີມສະຫຼອງວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໃນເດືອນທັນວາ ທີ່ຈະມາເຖິງນີ້.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ 1 ວັນ ແລະ ປິດລົງດ້ວຍຜົນສໍາເລັດອັນຈົບງາມ.

 (ຂ່າວ: ສມປຊ)