ມສ ເທສະບານແຂວງຫຼວງນໍ້າທາ ນຳໃຊ້ອ່າງບຳບັດນໍ້າເປື້ອນ

 

ພິທີມອບ-ຮັບອ່າງບຳບັດ ນໍ້າເປື້ອນໃຫ້ແກ່ໂຮງຮຽນ ມສ ເທສະບານແຂວງຫຼວງນໍ້າທາລະຫວ່າງພະແນກຊັບພະຍາກອນທຳ ມະຊາດ ແລະສີ່ງແວດລ້ອມແຂວງ ກັບພະແນກສຶກສາທິການ ແລະກີລາແຂວງຫຼວງນໍ້າທາຊຶ່ງໄດ້ຮັບທືນຈາກໂຄງການຮ່ວມມືດ້ານສີ່ງແວດລ້ອມລາວ-ຈີນໄດ້ຈັດຂຶ້ນໃນວັນທີ 28 ມີນາ 2019 ທີ່ໂຮງຮຽນ ມສ ເທສະບານແຂວງ ໂດຍການເປັນ ປະທານຮ່ວມຂອງທ່ານ ສົມຮັກ ສຸຂະພອນ ຮອງຫົວໜ້າພະແນກ ສຶກສາທິການ ແລະກີລາ,  ທ່ານ  ສຸກສັນ ພົນປະດິດ ຮັກສາການຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງເປັນກຽດ ເຂົ້າຮ່ວມຂອງທ່ານ ຄຳໄຫຼ ສີປະ ເສີດ  ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ນາງ ລັດສະ ໝີ ມິ່ງບຸບຜາ ປະທານແນວລາວ ສ້າງຊາດແຂວງມີບັນດາຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວ ຂ້ອງ, ຫົວໜ້າ-ຮອງອໍານວຍການ ໂຮງຮຽນຕະຫຼອດຮອດຄູອາຈານ ແລະນັກຮຽນເຂົ້າຮ່ວມ.

ໃນພີທີໄດ້ຜ່ານການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຮ່ວມ ມືດ້ານສິ່ງແວດລ້ອມສົກ 2018- 2019 ຂອງພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະພະແນກຄຸ້ມຄອງສິ່ງແວດ ລ້ອມແຂວງຢູນນານ ສປ ຈີນ, ນັບ ແຕ່ປີ 2016 ເປັນຕົ້ນມາທາງໂຄງ ການໄດ້ຊ່ວຍເຫຼືອທາງດ້ານງົບປະ ມານໃນການຟື້ນຟູບູລະນະສິ່ງແວດ ລ້ອມຂອງແຂວງເປັນຕົ້ນແມ່ນການສ້າງບ້ານ ແລະແຜນສູ້ຊົນເປັນໂຮງ ຮຽນສີຂຽວສະອາດງາມຕາໃນອະນາຄົດ,  ສະນັ້ນການກຳຈັດຂີ້ເຫຍື້ອ, ນໍ້າເປື້ອນຈິ່ງເປັນປັດໃຈໜຶ່ງທີ່ສຳ ຄັນ ແລະໃຫ້ຖືກວີທີ, ບໍ່ສ້າງມົນລະ ພິດຕໍ່ສັງຄົມ. ໄລຍະຜ່ານມາໂຄງ ການຮ່ວມມືດ້ານສິ່ງແວດລ້ອມ ລາວ-ຈີນ ໄດ້ສ້າງເຕົາຂີ້ເຫຍື້ອໂດຍ ໃຊ້ພະລັງງານຄວາມຮ້ອນຢູ່ບ້ານ ນໍ້າແງ້ນ ເມືອງຫຼວງນໍ້າທາ ສຳເລັດ ແລະດຳເນີນການເຜົາເປັນປົກກະຕິ,ໂຄງການໄລຍະ 2 ໄດ້ເລີ່ມກໍ່ສ້າງ ອ່າງບຳບັດນໍ້າເປື້ອນຢູ່ໂຮງຮຽນ ມສ ເທສະບານແຂວງ ຊຶ່ງໄດ້ເລີ່ມມາ ແຕ່ທ້າຍເດືອນພະຈິກ 2018 ແລະ ສໍາເລັດໃນເດືອນມັງກອນ 2019 ໂດຍໃຊ້ເວລາ 3 ເດືອນລວມມູນ ຄ່າການກໍ່ສ້າງທັງໝົດ 1,7 ຕື້ກີບ.

ຈາກນັ້ນກໍ່ໄດ້ເຊັ່ນບົດບັນທຶກ ມອບ-ຮັບຮ່ວມກັນລະຫວ່າງພະ ແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມກັບພະແນກສຶກ ສາທິການ ແລະກີລາແຂວງ, ໂດຍ ຊ້ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພິ ຍານ ແລະຮ່ວມຕັດແຖບຜ້າມອບ- ຮັບອ່າງບຳບັດນໍ້າເປື້ອນໃຫ້ແກ່ ໂຮງຮຽນ ມສ ເທສະບານແຂວງ ຫຼວງນໍ້າທາຢ່າງເປັນທາງການ.

ໂອກາດດັ່ງກ່າວຄູ-ອາຈານ ແລະນັກຮຽນໂຮງຮຽນ ມສ ເທສະ ບານແຂວງຫຼວງນໍ້າທາ ຍັງໄດ້ຈັບມືສູ້ຊົນເພື່ອເຮັດໃຫ້ໂຮງຮຽນ ມສ ເທສະບານແຂວງກາຍເປັນໂຮງ ຮຽນສີຂຽວຕາມມາດຖານເງື່ອນໄຂຕື່ມອີກ. 

ໂດຍ: ອຸ້ມ