ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນວັນຊາດລາວ ຄົບຮອບ 47 ປີ

ໃນຕອນວັນທີ 28 ພະຈິກ 2022, ທີ່ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະເຂົ້າອວຍພອນເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 47 ປີ.

ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງການຕ່າງປະເທດຫວຽດນາມ ແລະ ພະນັກງານສະຖານທູດຫວຽດນາມ ປະຈໍາ ສປປ ລາວ ອວຍພອນໄຊອັນປະເສີດໃຫ້ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດລາວທຸກຄົນ ເນື່ອງໃນວັນສໍາຄັນດັ່ງກ່າວ, ພ້ອມທັງ ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການສ້າງສາພັດທະນາປະເທດຊາດ ຂອງ ສປປ ລາວ ຕະຫຼອດໄລຍະ 47 ປີ ຜ່ານມາ.

ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງການຕ່າງປະເທດ ສະແດງຄວາມຂອບໃຈຕໍ່ ສະຫາຍ ຫງວຽນ ບ໋າ ຮຸ່ງ ແລະ ພະນັກງານຈາກສະຖານທູດຫວຽດນາມ ທີ່ມາອວຍພອນວັນຊາດ ແຫ່ງ ສປປ ລາວໃນຄັ້ງນີ້, ເຊິ່ງປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສໍາຄັນສໍາລັບສອງປະເທດ ຄືເປັນປີທີ່ສອງປະເທດ ຮ່ວມກັນສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ເພື່ອລະນຶກເຖິງ 2 ວັນປະຫວັດສາດສໍາຄັນຂອງສອງຊາດ ຄື ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປິ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ສອງປະເທດ ຄົບຮອບ 45 ປີ. ພ້ອມນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ກໍຄືສອງສະຖານທູດ ແລະ ບັນດາກົງສຸນໃຫຍ່ ຂອງສອງປະເທດ ທີ່ໄດ້ຮ່ວມກັນປະກອບສ່ວນສໍາຄັນໃນການເປັນເສນາທິການໃຫ້ແກ່ການນຳຂັ້ນສູງສອງປະເທດ.

ສອງຝ່າຍຢືນຢັນຢ່າງໜັກແໜ້ນຈະເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຜົນການຕົກລົງຂອງການນໍາຂັ້ນສູງສອງປະເທດກໍ່ຄືບັນດາເອກະສານຕ່າງໆທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ຢ່າງມີປະສິດທິຜົນ, ພ້ອມກັນ ກະກຽມບັນດາແຜນວຽກຕ່າງໆທີ່ຈະມີຂຶ້ນໃນທ້າຍປີ 2022 ນີ້ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມໃນນັ້ນລວມເຖິງພິທີສະຫລຸບປີສາມັກຄີມິດຕະພາບລາວ-ຫວຽດນາມທີ່ນະຄອນຫຼວງວຽງຈັນ,ກໍ່ຄືການເປັນຂົວຕໍ່ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.