ປກສ ເມືອງສັງທອງ ທໍາລາຍສວນກະທ່ອມ ທີ່ປະຊາຊົນລັກປູກ

ໃນວັນທີ 28 ພະຈິກ 2022, ຫ້ອງການກວດກາ ແລະຄວບຄຸມຢາເສດຕິດສົມທົບກັບກອງບັນຊາການ ປກສ ເມືອງສັງທອງ ນະຄອນວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງລົງທໍາລາຍສວນກະທ່ອມທີ່ປະຊາຊົນບ້ານໄຮ່ໃຕ້ ເມືອງສັງທອງ ລັກປູກ ລວມທັງໝົດ 110 ຕົ້ນ, ນໍາພາໂດຍ ທ່ານ ພັທ ປານີ ສຸດສະຫວັດ ຫົວໜ້າຫ້ອງການກວດກາ ແລະຄວບຄຸມຢາເສບຕິດ, ທ່ານ ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ, ມີເຈົ້າໜ້າທີ່ກ່ຽວຂອງພ້ອມດ້ວຍອໍານາດການປົກຄອງບ້ານ, ປກຊ-ປກສ ບ້ານເຂົ້າຮ່ວມທໍາລາຍ.

ໂອກາດນີ້ ທ່ານ ພັທ ສີວິໄລ ພູມນະໄຊ ໄດ້ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກອໍານາດການປົກຄອງບ້ານວ່າມີປະຊາຊົນຢູ່ເຂດບ້ານໄຮ່ໃຕ້ ລັກລອບປູກຕົ້ນກະທ່ອມ, ຈາກນັ້ນ, ກອງບັນຊາການ ປກສ ເມືອງ ຈຶ່ງແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງສົມກັບ ກັບ ປກສ ກຸ່ມ III ແລະ ການຈັດຕັ້ງບ້ານໄຮ່ໃຕ້ ລົງກວດກາຕົວຈິງ ແລະ ສາມາດເກັບກຳຕົ້ນກະທ່ອມໄດ້ທັງໝົດ 110 ຕົ້ນທີ່ ທ້າວ ສອນໄຊ ອາຍຸ 47 ປີ ແລະ ນາງ ຊຳ ອາຍຸ 22 ປີ ທັງສອງເປັນຜົວເມຍກັນ ຢູ່ບ້ານໄຮ່ໃຕ້ ເມືອງສັງທອງ ນະຄອນຫລວງວຽງຈັນ ລັກປູກ, ປັດຈຸບັນເຈົ້າໜ້າທີ່ໄດ້ຕັດ ແລະຂຸດຮາກຂຶ້ນຈາກດິນແລ້ວໃຊ້ໄຟຈູດເພື່ອບໍ່ໃຫ້ກຸ່ມຄົນບໍ່ດີນໍາໃບໄປຕົ້ມດື່ມ, ຂາຍ ຫລືນໍາໄປປູກຄືນໃໝ່.

ທ້າວ ສອນໄຊ ແລະ ນາງ ຊໍາ ຍອມຮັບຕໍ່ເຈົ້າໜ້າທີ່ວ່າ: ພາຍຫລັງເຫັນໂຄສະນາຂາຍຕົ້ນກະທ່ອມຢູ່ ເຟສບຸກຂອງຄົນໄທທີ່ໂຄສະນາຂາຍເຄື່ອງອອນລາຍແລ້ວຈຶ່ງມີແນວຄິດຢາກປູກ ແລະ ໄດ້ສັ່ງຊື້ຕົ້ນກະທ່ອມຜ່ານທາງເຟສບຸກດັ່ງກ່າວ ຈໍານວນ 120 ຕົ້ນ ມາປູກໄວ້ດິນຄັງຂອງຕົນເອງໃນເນື້ອທີ່ປະມານເຄິ່ງໄລ່ ໃນເດືອນເມສາ 2022,ຜ່ານການປູກເບ້ຍກະທ່ອມຕາຍ 10 ຕົ້ນຍັງເຫລືອ 110 ຕົ້ນ ແລະ ມາຮອດວັນທີ 11 ຕຸລາ 2022 ຈຶ່ງຖືກເຈົ້າໜ້າກວດພົບເຫັນ.

ທ່ານ ພັທ ສີວິໄລ ພູມນະໄຊ ກ່າວຕື່ມວ່າ: ການທີ່ປູກຕົ້ນກະທ່ອມ ຫຼືມີໄວຄອບຄອງແມ່ນຜິດຕໍ່ລະບຽບກົດໝາຍ ແລະແຈ້ງການຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວາງອອກກ່ຽວກັບການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນການປູກ, ຜະລິດ, ປຸງແຕ່ງຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ, ນຳເຂົ້າ, ສົ່ງອອກ ພືດທີ່ມີສານເສບຕິດ ຫລືຜະລິດຕະພັນທີ່ມີສ່ວນປະສົມສານຕັ້ງຕົ້ນ ແລະສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ. ສະນັ້ນ, ເມື່ອພົບເຫັນຈຶ່ງນໍາມາທຳລາຍຖິ້ມ ແລະນຳຕົວຜູ້ກະທຳຜິດມາດຳເນີນຄະດີຕາມກົດໝາຍ.
ຂ່າວ-ພາບ: ຈັນສະໝອນ