ແຂວງຊຽງຂວາງສະເຫຼີມສະຫຼອງໃບຢັ້ງຢືນ ມໍຣະດົກໂລກໄຫຫີນ ແຫ່ງທີ 3 ຂອງ ສປປ ລາວ

ໃນວັນທີ 29 ພະຈິກ 2022 ອຳນາດການປົກຄອງແຂວງຊຽງຂວາງ ຮ່ວມກັບກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ ໄດ້ຈັດພິທີ ສະເຫຼີມ ສະຫຼອງໃບຢັ້ງຢືນມໍລະດົກໂລກໄຫຫີນ, ຂຶ້ນຢູ່ບໍລິເວນ ທົ່ງໃຫ້ຫີນ 1 ບ້ານນາໂອ ເມືອງແປກແຂວງຊຽງຂວາງ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກ ລັດ ຖະມົນຕີ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີຜູ້ຕາງໜ້າອົງການອຸຍແນສໂກ, ມີອຳນາດການປົກຂອງແຂວງ, ເມືອງ, ພ້ອມດ້ວຍຊາວບ້ານ ໄດ້ເຂົ້າຮ່ວມ.

ພິທີເລີ່ມຕົ້ນດ້ວຍ ຂະບວນແຫ່ໃບຍັ້ງຢືນ ຈາກຫ້ອງການມໍລະດົກໂລກໄຫຫີນຊຽງຂວາງ ອ້ອມຕົວເມືອງໂພນສະຫວັນ, ປະກອບມີ ຂະບວນຟ້ອນ ຈາກ 6 ຊົນເຜົ່າ, ຂະບວນເປົ່າແຄນຂັບລຳ, ມີຂະບວນຕີກອງຄູ່ໃນລົດແຫ່, ມີການຟ້ອນເທິງລົດແຫ່, ໂດຍມີຄົນຢືນລຽນແຖວຕ້ອນຮັບສອງຝາກທາງ, ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຊົມການສະແດງສິລະປະຕື່ມອີກ.

ໃນພິທີ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ໄດ້ຂຶ້ນລາຍງານສະພາບຄວາມເປັນມາກ່ຽວກັບການຮັບຮອງເປັນມໍລະດົກໂລກໄຫຫີນ ທ່ານໃຫ້ຮູ້ວ່າ: ຕະຫຼອດໄລຍະ 20 ກວ່າປີທີ່ຢາກໃຫ້ໄຫຫີນໄດ້ເຂົ້າເປັນມໍລະດົກໂລກ, ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍແນດສະໂກໄດ້ມີການຮ່ວມມືກັນໃນການສຶກສາສຳຫຼວດ, ຄົ້ນຄວ້າ ແລະ ກຳນົດ ແຜນໃນການປົກປັກຮັກສາ ແລະ ຄຸ້ມຄອງ ມໍລະດົກ ທາງດ້ານວັດທະນະທຳອັນລໍ້າຄ່າດັ່ງກ່າວໃຫ້ມີ ຄວາມຍືນຍົງ ແລະ ເກີດປະໂຫຍດສູງສຸດ ໂດຍສຸມໃສ່ບັນດາໜ້າວຽກທີ່ສຳຄັນຄື:

ມາຮອດວັນທີ 25 ມັງກອນ 2018 ເອກະສານຄຳຮ້ອງ ແລະ ເອກະສານແຜນແມ່ບົດແຫຼ່ງໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງຈາກລັດຖະບານແຫ່ງ ສປປ ລາວ ເປັນສະບັບສົມ ບູນໄດ້ສຳເລັດ ແລະ ຖືກນຳສົ່ງໄປຍັງສູນມໍລະດົກໂລກ ຂອງອົງການອຸຍແນດສະໂກຢ່າງເປັນທາງການ ແລະ ວັນທີ 20-30 ຕຸລາ 2018 ທາງອົງການອຸຍແນດສະໂກໄດ້ສົ່ງຜູ້ຊ່ຽວຊານ ຂອງອົງການອີໂຄມອດສ ລົງມາກວດກາເບິ່ງສະພາບຄວາມເປັນຈິງ ຂອງພື້ນທີ່ແຫຼ່ງໄຫຫີນ ແຂວງຊຽງຂວາງ; ໃນວັນທີ 10 ກໍລະ ກົດ 2019 ກອງປະຊຸມໃຫຍ່ຄັ້ງທີ 43 ຂອງອົງການອຸຍແນດສະໂກ ໄດ້ຈັດຂຶ້ນຢູ່ເມືອງ ບາກູ ປະເທດ ອາແຊກໄບຊານ ໄດ້ຮັບຮອງເອົາ “ ໄຫຫີນ ” ເຂົ້າເປັນມໍລະດັກໂລກຢ່າງເປັນທາງການ.

ແຫຼ່ງມໍລະດົກໄຫຫີນ 11 ແຫ່ງທີ່ປະກອບດ້ວຍ 15 ອົງປະກອບໄດ້ກວມເອົາເນື້ອທີ່ຂະໜາດ ໃຫຍ່ ຊຶ່ງນອນຢູ່ໃນ 4 ເມືອງ ຂອງແຂວງຊຽງຂວາງຄື: ເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ ທີ່ປະກອບດ້ວຍໄຫຫີນໃຫຍ່-ນ້ອຍ ທີ່ຖືກຄວັດເຈາະຢ່າງປານີດ ຈຳນວນ 1.325 ໜ່ວຍ ຢັງ ຢາຍກັນຢູ່ ຊຶ່ງໜ່ວຍໄຫຫີນມີຂະໜາດ 1 ຫາ 3 ແມັດ, ມີແຜ່ນຫີນຈຳນວນໜຶ່ງອາດມີຄວາມເປັນໄປໄດ້ ທີ່ຈະເປັນຝາປິດໄຫຫີນ, ບັນດາອົງປະກອບຕ່າງໆນັ້ນ ລ້ວນແຕ່ແມ່ນຫຼັກຖານທີ່ໂດດເດັ່ນທີ່ສຸດສະແດງ ໃຫ້ເຫັນຄວາມຈະເລີນຮຸ່ງເຮືອງ ຂອງຊຸມຊົນໃນສັງຄົມຍຸກເຫຼັກ ທີ່ເປັນຜູ້ສ້າງ ແລະ ນຳໃຊ້ບັນດາໄຫຫີນ ເຫຼົ່ານັ້ນ ຊຶ່ງມີອາຍຸລະຫວ່າງ 2.500-3000 ປີ.

ໃນຈຳນວນ 15 ອົງປະກອບ ຂອງບັນດາແຫຼ່ງໄຫຫີນນັ້ນ ແມ່ນປະກອບມີ 5 ແຫຼ່ງໄຫຫີນໃຫຍ່ ຄຶ: ແຫຼ່ງໄຫຫີນ 1, ໄຫຫີນ 2, ໄຫຫີນ 3, ໄຫຫີນ 42 ແລະ ໄຫຫີນ 52. ຈາກນັ້ນ, ຍັງປະກອບມີ ແຫຼ່ງໄຫຫີນນ້ອຍເຊັ່ນ: ໄຫຫີນ 23, 25 ແລະ 28 ທີ່ຖືກຄັດເລືອກດ້ວຍເຫດຜົນທີ່ມີຄວາມໝາຍສຳ ຄັນທາງດ້ານຫຼັກຖານບູຮານຄະດີ, ສ່ວນອີກ 3 ແຫຼ່ງແມ່ນຖືກຄັດເລືອກດ້ວຍເຫດຜົນທີ່ເປັນຕົວແທນ ໃຫ້ແກ່ແຫຼ່ງຕັດຫີນ ແລະ ແຫຼ່ງຜະລິດໄຫຫີນເຊັ່ນ: ແຫຼ່ງໄຫຫີນ 8, 21 ແລະ 12 ຕາມລຳດັບ.

ໂອກາດຂຶ້ນກ່າວມອບໃບຢັ້ງຢືນ ທົ່ງໄຫຫີນແຂວງຊຽງຂວາງ ມໍຣະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຂອງທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ ໄດ້ກ່າວບາງຕອນທີ່ສຳຄັນວ່າ: ທົ່ງໄຫຫີນແຂວງຊຽງຂວາງໄດ້ຖືກຮັບຮອງໃຫ້ເປັນມໍຣະດົກໂລກຈາກອົງການອຸຍແນັສໂກ ໃນວັນທີ 10 ກໍລະກົດ 2019 ເຊິ່ງເປັນແຫ່ງທີ 3 ຂອງ ສປປ ລາວ ຖັດຈາກເມືອງມໍຣະດົກໂລກຫຼວງພະບາງ ແລະ ວັດພູຈໍາປາສັກ. ມື້ນີ້ພວກເຮົາໄດ້ພ້ອມກັນມາເຕົ້າໂຮມເພື່ອສະເຫຼີມສະຫຼອງທົ່ງໄຫຫີນອັນເອກະລັກທີ່ເປັນມິ່ງຂວັນຂອງຊາວພວນແຂວງຊຽງຂວາງ ທີ່ມີປະຫວັດສາດຄວາມເປັນມາຍາວນານ ແລະ ມີຄຸນຄ່າອັນໂດດເດັ່ນລະດັບຈັກກະວານຄຽງຄູ່ແຜ່ນດິນຊຽງຂວາງນັບເປັນເວລາຫຼາຍພັນປີ ໂດຍມີວັດຖຸໄຫຫີນມໍຣະດົກໂລກ ຈຳນວນຫຼາຍກວ່າ 2.100 ໜ່ວຍ ທີ່ເຄີຍນຳໃຊ້ເຂົ້າໃນພິທີຊາປະນະກິດສົບໃນຍຸກເຫຼັກ ແລະ ໄດ້ກາຍມາເປັນຊື່ຂອງທົ່ງໄຫຫີນ. ຜ່ານການກະກຽມຮອບດ້ານ ແລະ ການຄອງຄອຍມາເປັນເວລາຍາວນານ 20 ກວ່າປີ ທີ່ຢາກໃຫ້ທົ່ງໄຫຫີນ ໄດ້ເປັນມໍຣະດົກໂລກ. ມາປະຈຸບັນນີ້ຄວາມພະຍາຍາມກໍໄດ້ກາຍເປັນຄວາມຈິງສົມດັ່ງຄວາມຫວັງຕັ້ງໃຈ ແລະ ການຄອງຄອຍ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ປະຊາຊົນຊາວຊຽງຂວາງ ແມ່ນສຸດແສນມີຄວາມປິຕິຊົມຊື່ນຍິນດີເປັນຢ່າງຍິ່ງ. ແມ່ນກຽດສັກສີອັນສູງສົ່ງຂອງຊາດ ຢູ່ໃນເວທີລະດັບໂລກ. ມັນເຮັດໃຫ້ຊື່ສຽງ ແລະ ພາບພົດຂອງປະເທດຊາດຖືກໂຄສະນາເຜີຍແຜ່ໂດ່ງດັງໄປທົ່ວໂລກ ເຮັດໃຫ້ຊາວໂລກສົນໃຈຢາກມາທ່ຽວຊົມປະເທດລາວນັບມື້ນັບເພີ່ມຂຶ້ນ.

ນາມມະຍົດແຫ່ງຄວາມເປັນມໍຣະ ດົກໂລກ ໄດ້ກະຕຸກຊຸກຍູ້ອຸດສະຫະກໍາການທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ ທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ແລະ ທັງເປັນແມ່ເຫຼັກດຶງດູດການລົງທຶນ, ການຮ່ວມມືສາກົນ, ການພັດທະນາລະບົບໂຄງລ່າງຮອບດ້ານ ຊຶ່ງເປັນການປະກອບສ່ວນອັນສຳຄັນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນ, ເປັນການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ, ເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ. ສັງລວມແລ້ວອາດເວົ້າໄດ້ວ່າການອະນຸລັກ ແລະການພັດທະນາ ແມ່ນໄດ້ຊຸກຍູ້ສົ່ງເສີມຊຶ່ງກັນ ແລະ ກັນ ເພາະເມື່ອພວກເຮົາຫາກມີຄວາມເຂົ້າໃຈເລິກຊຶ່ງໃນການພັດທະນາຢ່າງມີການວາງແຜນການຮອບຄອບ ໂດຍຄຳນຶງລ່ວງໜ້າເຖິງທ່າແຮງຂອງມໍຣະດົກທີ່ບັນພະບູລຸດໄດ້ປູພື້ນຖານໄວ້ໃຫ້ແລ້ວນັ້ນ ກໍຍ່ອມເຮັດໃຫ້ເກີດພະລັງແຮງຕໍ່ຍອດ ຊຸກຍູ້ຊຶ່ງກັນ ແລະ ກັນ, ກາຍເປັນຊັບພະຍາກອນການທ່ອງທ່ຽວທີ່ບໍ່ບົກແຫ້ງ, ຍືນຍົງ ແລະ ເປັນແມ່ແຮງທາງດ້ານເສດຖະກິດແບບສີຂຽວຂອງຊາດ. ທັງໝົດທັງມວນນັ້ນກໍແມ່ນ ເພື່ອຍົກໃຫ້ທົ່ວສັງຄົມເຫັນໄດ້ຄຸນຄ່າອັນແທ້ຈິງຂອງມໍຣະດົກ ແລະ ຜົນໄດ້ຈາກການນຳໃຊ້ຄຸນຄ່າຂອງມໍຣະດົກດັ່ງກ່າວໃນການປະກອບສ່ວນແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ, ຊຶ່ງມັນກໍແມ່ນເປົ້າໝາຍຂອງນະໂຍບາຍ ຂອງພັກ ແລະ ລັດຖະບານ.

ໃນຂອດການປະສານງານ ແລະ ການປະຕິບັດໜ້າທີ່ການເມືອງຂອງແຕ່ລະຂະແໜງການຈະຕ້ອງມີຄວາມປະສົມກົມກືນ ຊຶ່ງຈະພາໃຫ້ເກີດຄວາມເຂັ້ມແຂງໃນການປະຕິບັດນະໂຍບາຍແຫ່ງການອະນຸລັກ ແລະ ການພັດທະນາເພື່ອເປັນພື້ນຖານ ຄວາມຮັບຮູ້ ແລະ ເຂົ້າໃຈທີ່ເປັນເອກະພາບກັນຂອງຂະແໜງການ ໂດຍ ການມີສ່ວນຮ່ວມຂອງ ປະຊາຊົນ ໃນການວາງແຜນ, ປະຕິບັດເງື່ອນໄຂ, ລະບຽບຫຼັກການ, ພັນທະ ແລະ ໜ້າທີ່ ໃນການເຂົ້າຮ່ວມເປັນພາຄີຂອງລັດເຮົາຕໍ່ສົນທິສັນຍາສາກົນ ໃນເມື່ອເຮົາໄດ້ຮັບເຂົ້າເປັນມໍຣະດົກໂລກ ກໍຄືໄດ້ກາຍເປັນພາຄີຂອງສົນທິສັນຍາສາກົນຕ່າງໆ. ການປັບປຸງ, ປົວແປງກົນໄກຂອດການປະສານງານຂອງແຕ່ລະຂະແໜງການ ແມ່ນເປັນເປົ້າໝາຍເຮັດໃຫ້ມີຄວາມຄ່ອງຕົວ, ລວມສູນ ແລະ ແທດເໝາະຫຼາຍຂຶ້ນເພື່ອເຮັດໃຫ້ການຊີ້ນໍາ, ນໍາພາ ແລະ ເສີມຂະຫຍາຍທ່າແຮງທາງດ້ານຊັບພະຍາກອນວັດທະນະທໍາຂອງຊາດ ໃຫ້ມີຄວາມຍືນຍົງ.

ໃນຕອນທ້າຍ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໄດ້ຂຶ້ນກ່າວຮັບເຊິ່ງທ່ານ ໄດ້ມີຄວາມເຫັນບາງຕອນສຳຄັນວ່າ: ທົ່ງໄຫຫີນ ເປັນເອກະລັກທີ່ເປັນມິ່ງຂວັນຊາວເມືອງພວນ ທີ່ຍືນຍົງຄົງຢູ່ຄູ່ແຜ່ນດິນຊຽງຂວາງນັບເປັນເວລາພັນໆປີມາແລ້ວ. ຕະຫຼອດໄລຍະເວລາ 20 ກວ່າປີ ທີ່ລັດຖະບານ ແຫ່ງ ສປປລາວ ແລະ ອົງການອຸຍແນັດສະໂກ ໄດ້ຮ່ວມມືກັນໃນການດຳເນີນການສຶກສາ, ຄົ້ນຄວ້າ ແລະ ວາງແຜນ ໃນການປົກປັກຮັກສາມໍລະດົກວັດທະນະທຳອັນລ້ຳຄ່າດັ່ງກ່າວ ຈົນມາເຖິງວັນທີ 10 ກໍລະກົດ 2019 ໄຫຫີນແຂວງຊຽງຂວາງ ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຢ່າງເປັນທາງການ. ເຊິ່ງໄດ້ເປັນກຽດສັກສີອັນສູງສົ່ງຂອງຊາດລາວ ຢູ່ໃນເວທີສາກົນ ແລະ ພາກພື້ນ, ໄດ້ເຮັດໃຫ້ຊື່ສຽງຂອງປະເທດລາວໂດ່ງດັງໄປທົ່ວໂລກ ເຮັດໃຫ້ຊາວໂລກສົນໃຈຢາກມາທ່ອງທ່ຽວ ສປປ ລາວ ເພີ່ມຂຶ້ນ.

ນາມມະຍົດມໍລະດົກໂລກ ມີຄຸນຄ່າຍອດຍິ່ງ ແລະ ເປັນແຮງດຶງດູດການລົງທຶນ, ການຮ່ວມມືຈາກສາກົນ ເຊິ່ງໄດ້ເປັນການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນສ້າງວຽກເຮັດງານທຳ ທັງເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ເຮັດໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

ຫຼັງຈາກນັ້ນ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ການນຳແຂວງ, ບັນດາແຂກໄດ້ຂຶ້ນເປັນສັກຂີພິຍານລັ່ນຄ້ອງເກົ້າບາດ, ເພື່ອເປັນມົງຄຸນ ແລະຢັ້ງຢືນການຮັບໃບຢັ້ງຢືນຢ່າງເປັນທາງການ.

ຂ່າວ;ພາບ: ພັກສະຫວັນ ວົງໄຊຍາ