ບໍລິຄຳໄຊ ຕີລາຄາຄືນການປະຕິບັດວຽກກໍ່ສ້າງຮາກຖານການເມືອງ 5 ປີ

ກອງປະຊຸມ ສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງທົ່ວແຂວງ 5 ປີ (2016-2020)ຈັດຂຶ້ນໃນວັນທີ 28 ພະຈິກຜ່ານມາໂດຍການເປັນປະທານທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ,ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກ ແລະຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ຕະຫລອດໄລຍະ 5 ປີຜ່ານມາ, ແຂວງບໍລິຄຳໄຊ ໄດ້ຫັນພະນັກງານຫລັກແຫລ່ງລົງກໍ່ສ້າງຮາກຖານການເມືອງຕາມສະພາບ ແລະ ຈຸດພິເສດຂອງແຕ່ລະເມືອງ, ແຕ່ລະບ້ານ ຕິດພັນກັບການສ້າງພະ ນັກງານນຳພາຄຸ້ມຄອງ ເພື່ອກະກຽມໃສ່ກອງປະຊຸມ 3 ຂັ້ນ. ນອກຈາກນັ້ນ, ການລົງກໍ່ສ້າງຮາກຖານການເມືອງ ແມ່ນໄດ້ລົງແບບປະຈຳປົກກະຕິ, ຕາມຈຸດຫລໍ່ແຫລມ, ລົງແກ້ໄຂຕາມກໍລະນີ ແລະ ຕາມຂະແໜງການສາຍຕັ້ງ ເຊິ່ງມີພະນັກງານລົງກໍ່ສ້າງຮາກຖານການເມືອງ ທັງໝົດ 997 ສະຫາຍ, ຍິງ 63 ສະຫາຍ, ສາມາດປັບປຸງອົງການປົກຄອງບ້ານຕາມລະບົບ 5 ໜ່ວຍງານສຳເລັດ 100%, ບ້ານທີ່ມີຫ້ອງການບ້ານ ແລະ ປະຈຳການໄດ້ 197 ບ້ານ; ປັບປຸງ ແລະສ້າງກົດລະບຽບບ້ານໄດ້ທັງໝົດ 284 ບ້ານ ກວມເອົາ 100%; ການແກ້ໄຂຄວາມທຸກຍາກທົ່ວແຂວງມີ 7 ເມືອງ, ມີ 284 ບ້ານ,ມີ 55.716 ຄອບຄົວ ເພີ່ມຂຶ້ນ 8.947 ຄອບຄົວ, ພົນລະເມືອງ 314.579 ຄົນ, ຍິງ 157.371 ຄົນ ເພີ່ມຂຶ້ນ 38.053 ຄົນ (ທຽບໃສ່ປີ 2016), ຄອບຄົວທຸກຍາກຍັງເຫລືອ 3.172 ຄອບຄົວ, ກວມ 5,69% ຫລຸດລົງ 916 ຄອບຄົວ ຫລື 1,64%, ຄອບຄົວອານາຖາ 102 ຄອບຄົວ, ບ້ານທຸກຍາກຍັງເຫລືອ 35 ບ້ານກວມ 12,32%, ເມືອງທຸກຍາກ 2 ເມືອງ ຄື: ເມືອງວຽງທອງ ແລະ ເມືອງໄຊຈຳພອນ, ມີຄອບຄົວພັດທະນາແລ້ວ 11.366 ຄອບຄົວ, ກວມ 97,71%, ເພີ່ມຂຶ້ນ 1.894 ຄອບຄົວ, ກວມ 3,39% ແລະສ້າງບ້ານພັດທະນາໄດ້ 216 ບ້ານກວມ 76,06% ເພີ່ມຂຶ້ນ 12 ບ້ານ ກວມ 4,22%.

ສຳລັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດຕາມ 7 ດ້ານ ສາມາດບັນລຸໄດ້ພຽງ 6 ດ້ານ ແລະ 66 ຕົວຊີ້ບອກ, ສາມາດຈັດຕັ້ງປະຕິບັດບັນລຸໄດ້ 58 ຕົວຊີ້ບອກ, ເທົ່າກັບ 87,87%, ຕົວຊີ້ບອກບໍ່ສາມາດບັນລຸ 8 ຕົວຊີ້ບອກ, ເທົ່າກັບ 12,12%; ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ 47 ຊີ້ບອກ, ເມືອງບັນລຸ 5 ດ້ານ ມີ 6 ເມືອງ, ເມືອງບັນລຸ 4 ດ້ານ ມີ 4 ເມືອງ, ເມືອງບັນລຸ 3 ດ້ານ ມີ 1 ເມືອງ; ສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ 30 ຕົວຊີ້ບອກ, ບ້ານພັດທະນາ 4 ດ້ານ ມີ 176 ບ້ານ ກວມ 61,97% ຂອງຈຳນວນບ້ານທົ່ວແຂວງ, ບ້ານພັດທະນາ 3 ດ້ານ ມີ 59 ບ້ານ, ບ້ານພັດທະນາ 2 ດ້ານ ມີ 33 ບ້ານ, ບ້ານພັດທະນາ 1 ດ້ານ ມີ 8 ບ້ານ ແລະ ບ້ານທີ່ບໍ່ບັນລຸຈັກດ້ານມີ 8 ບ້ານ.

ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານບາງວຽກງານພົ້ນເດັ່ນຈາກບັນດາເມືອງ ແລະພາກສ່ວນກ່ຽວຂ້ອງ ແລະມີການແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ໃນຫລາຍບັນຫາສຳຄັນ, ທັງນີ້ກໍເພື່ອສົ່ງເສີມວຽກງານດ້ານດີ, ຮັບປະກັນບາງຂໍ້ຄົງຄ້າງໄດ້ຮັບການປັບປຸງແກ້ໄຂໃຫ້ມີຄວາມຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ແລ້ວນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດໄດ້ທັງປະລິມານ ແລະຄຸນນະພາບ.