ຮອງລັດຖະມົນຕີກະຊວງການຕ່າງປະເທດເຄື່ອນໄຫວວຽກງານ ຢູ່ເຈົ້າແຂວງຈຳປາສັກ

ໃນວັນທີ 29 ພະຈິກ 2022 ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ ເພື່ອເປີດຝຶກອົບຮົມພາກພື້ນກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມື ແລະພາກປະຕິບັດທີ່ດີ ໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະສາກົນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະອະນຸສັນຍາທີ່ກ່ຽວຂ້ອງ.
 
ໃນໂອດກາດນີ້,ທ່ານ ວິໄລວົງ ບຸດດາຄຳ ໄດ້ຕີລາຄາສູງຕໍ່ການມາເຄື່ອນໄຫວວຽກງານຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດພ້ອມຄະນະ, ການຝຶກອົບຮົມຄັ້ງນີ້ຈະເປັນການຍົກລະດັບ ແລະສ້າງຄວາມຮູ້, ຄວາມເຂົ້າໃຈໃຫ້ເລິກເຊິ່ງ, ສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມື ແລະພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະສາກົນໃຫ້ແກ່ພະນັກງານທີ່ກ່ຽວຂ້ອງຂັ້ນສູນກາງ ແລະຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງພາກກາງ ແລະພາກໃຕ້ເພື່ອໃຫ້ກົນໄກການຮ່ວມມືໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະປະສິດທິຜົນສູງຂຶ້ນກວ່າເກົ່າ.
 
ພ້ອມນີ້, ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ແຈ້ງໃຫ້ຊາບເຖິງແຜນການຝຶກອົບຮົມດັ່ງກ່າວ ແລະໄດ້ມີການແລກປ່ຽນບາງບັນຫາຕໍ່ວຽກງານການຕ່າງປະເທດຂອງແຂວງ ໂດຍສະເພາະການພົວພັນຮ່ວມມືຂອງບັນດາແຂວງກັບຕ່າງປະເທດ, ການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ແລະແຜນການຍົກລະດັບດ່ານປະເພນີ ໃຫ້ເປັນດ່ານທ້ອງຖິ່ນຢູ່ ແຂວງຈຳປາສັກ ນຳອີກ.
ຂໍ້ມູນ: ພະແນກການຕ່າງປະເທດ ແຂວງຈຳປາສັກ