ການຍາດໄດ້ຜົນງານມາສູ່ກອງທັບ ແມ່ນກຽດສັກສີຂອງກອງທັບຂອງລວມໝູ່ ແລະຂອງຕົນເອງ

ໃນພິທີສົ່ງຄະນະນັກກິລາກະຊວງປ້ອງກັນປະເທດເຂົ້າຮ່ວມມະຫະກຳກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງໃນວັນທີ 28 ພະຈິກ 2022 ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໃຫ້ນັກກິລາແຕ່ລະສະຫາຍ ເອົາໃຈໃສ່ຝຶກຊ້ອມ, ເຮັດໜ້າທີ່ທີ່ໄດ້ຮັບມອບໝາຍ, ສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ເຊິ່ງການສ້າງຜົນງານ ຫລືສ້າງຊື່ສຽງໃຫ້ກັບປະເທດຊາດກໍຄືຍາດໄດ້ຜົນງານມາສູ່ກອງທັບແມ່ນກຽດສັກສີຂອງກອງທັບ, ຂອງລວມໝູ່ ແລະຂອງຕົນເອງ.

ພ້ອມນີ້, ຄະນະຮັບຜິດຊອບ ແລະຄູຝຶກກໍຕ້ອງໄດ້ສຶກສາຮໍ່າຮຽນເອົາປະສົບການ, ເຕັກນິກນຳປະເທດເພື່ອນມິດ ເພື່ອນຳເອົາບົດຮຽນມາປັບປຸງນັກກິລາ, ກົມກອງ, ປັບປຸງຕົນເອງໃຫ້ນັບມື້ນັບດີຂຶ້ນ; ຫລິ້ນກິລາ ເພື່ອເຮັດໃຫ້ສຸຂະພາບແຂງແຮງ, ກິລາແມ່ນກຽດສັກສີຂອງບຸກຄົນ ແລະ ລວມໝູ່ ດັ່ງນັ້ນ, ບັນດາສະຫາຍຕ້ອງຍົກສູງຄວາມຮັບ ຜິດຊອບຂອງຕົນໃນການເຮັດໜ້າທີ່ການເມືອງຂອງຕົນດ້ວຍການຝຶກແອບ, ຮໍ່າຮຽນ ແລະຝຶກຊ້ອມໃຫ້ມີຄວາມຊຳນິຊຳນານ, ໃຫ້ເກັ່ງ, ການແຂ່ງຂັນກໍຕ້ອງເປັນແບບຢ່າງໃຫ້ແກ່ທຸກຫົວໜ່ວຍນັກກິລາຂອງບັນດາແຂວງອື່ນ ແລະບັນດາກະຊວງ, ຮູ້ເສຍ-ຮູ້ຊະນະ, ມີນ້ຳໃຈນັກກິລາ, ມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງໃຫ້ ສົມກັບເປັນນັກກິລາ ຈາກກຳລັງປະກອບອາວຸດທີ່ມີລະບຽບວິໄນຢ່າງເຂັ້ມງວດ.

ໂອກາດດຽວກັນນີ້, ສະຫາຍ ພັນໂທ ແກ້ວສະຫວ່າງ ສະຕິທອງຫົວໜ້າການທະຫານກອງກິລາກອງທັບກໍໄດ້ລາຍງານຄວາມພ້ອມໃນການເຂົ້າຮ່ວມມະຫະກຳກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ໂດຍກະຊວງປ້ອງກັນປະເທດໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 259 ສະຫາຍ, ມີ 16 ປະເພດກິລາ, 18 ລາຍການແຂ່ງຂັນ, ກຳລັງຫລັກແມ່ນນັກກິລາຢູ່ກອງກິລາກອງທັບ. ນອກນັ້ນ, ຍັງມີນັກກິລາມາຈາກກອງພົນທີ 2, ກອງພົນທີ 4, ບັນດາກອງພັນໃຫຍ່ 11, 279, 702, 641, ກົມໃຫຍ່ພະລາ, ກົມໃຫຍ່ເຕັກນິກ, ກົມ 213, ບັນດາວິທະຍາຄານ, ມະຫາໄລ, ໂຮງຮຽນ 307, 301 ແລະ ນັກຮຽນ, ນັກສຶກສາ, ປະຊາຊົນອ້ອມຂ້າງຈຳນວນໜຶ່ງຕື່ມອີກ.

ຜ່ານການຫັດແອບ-ຝຶກຊ້ອມເຫັນວ່ານັກກິລາແຕ່ລະປະເພດໄດ້ເອົາໃຈໃສ່ຫັດແອບ-ຝຶກຊ້ອມເປັນທີມ, ຕາມຕາຕະລາງ, ຕາມໂມງເວລາ ແລະປະຕິບັດຂໍ້ກຳນົດໃນການນອນສູນໄດ້ເປັນຢ່າງດີ. ມາຮອດປັດຈຸບັນ, ການກະກຽມຄວາມພ້ອມທາງດ້ານຈິດໃຈ, ພາລະກຳລັງ, ເຕັກນິກ-ຍຸດທະວິທີ ແລະວຽກງານຮັບປະກັນອື່ນໆ ຂອງນັກກິລາກອງທັບແມ່ນມີຄວາມພ້ອມ 100% ທີ່ຈະເຂົ້າຮ່ວມແຂ່ງຂັນ ແລະຍາດເອົາໄຊຊະນະ (ຮັກສາແຊ້ມເປັນເຈົ້າຫລຽນຄຳ) ມາສູ່ກະຊວງປ້ອງກັນປະເທດຕາມແຜນການຄາດກະໄວ້.
ຂໍ້ມູນ-ພາບ: ໜັງສືພິມກອງທັບ