ການລັກຊັບໃນ ນວ ຍັງເປັນບັນຫາທີ່ພົ້ນເດັ່ນ

ປັດຈຸບັນ, ການລັກຊັບພົນລະເມືອງໃນນະຄອນຫຼວງວຽງຈັນ (ນວ) ຍັງເປັນບັນຫາທີ່ພົ້ນເດັ່ນ ແລະເກີດຂຶ້ນໃນແຕ່ລະວັນຈໍານວນຫຼາຍຄັ້ງເປັນຕົ້ນແມ່ນບັນຫາການລັກລົດຈັກ ເຊິ່ງກຸ່ມຄົນບໍ່ດີດັ່ງກ່າວໄດ້ກໍ່ເຫດເຄື່ອນໄຫວກະທໍາຜິດແບບຕ່ອງໂສ້, ເປັນກຸ່ມແກ້ງ ຫຼືບຸກຄົນ ພາໃຫ້ສັງຄົມບໍ່ມີຄວາມສະຫງົບ-ປອດໄພ ແລະສ້າງຄວາມເສຍຫາຍຫຼາຍສົມຄວນ.

ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຫົວໜ້າຫ້ອງຕໍາຫຼວດ ໃຫ້ສາພາດໃນວັນທີ 23 ພະຈິກ 2022 ວ່າ: ປັດຈຸບັນສະພາບປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ນະຄອນຫຼວງວຽງຈັນ ຍັງເປັນບັນຫາທີ່ພົ້ນເດັ່ນ ໂດຍສະເພາະການປຸ້ນຊັບ-ຊີງຊັບ, ງັດແງະ-ລັກຊັບ ພົ້ນເດັ່ນແມ່ນການລັກລົດຈັກເກີດຂຶ້ນເປັນລາຍວັນ ເຫັນວ່າມີລັກສະນະເພີ່ມຂຶ້ນ ຫຼື ຫຼຸດລົງໃນບາງຄັ້ງຄາວ ຍ້ອນກຸ່ມຄົນບໍ່ດີຈຳນວນໜຶ່ງຍັງສືບຕໍ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ດ້ວຍຫຼາຍຮູບແບບຫຼາຍວິທີການ, ຫຼາຍເລ້ລ່ຽມເລີກແລບແນບນຽນ ແລະ ມີການເຄື່ອນໄຫວກໍ່ການກະທຳຜິດເປັນຕ່ອງໂສ້, ເປັນກຸ່ມແກ້ງ ຫຼື ເປັນລາຍບຸກຄົນ ໃນນີ້້, ບາງກຸ່ມຍັງໄດ້ນໍາໃຊ້ພາຫານະເຄື່ອງມືອຸປະກອນ-ອາວຸດປະເພດລົດຈັກບໍ່ຕິດປ້າຍທະບຽນ ຫຼືປ້າຍປອມຂີ່ຊ້ອນກັນ ແລ້ວຊອກຫາເຍື່ອເມື່ອພວກເຂົາມີໂອກາດ, ຊ່ອງຫວ່າງກໍ່ລົງມືກໍ່ເຫດປຸ້ນຊັບ-ຊີງຊັບຂອງບຸກຄົນ ນັບທັງຄົນລາວ ຫຼື ຄົນຕ່າງປະເທດ ແລະ ລັກເອົາລົດຈັກຂອງພົນລະເມືອງທີ່ຈອດໄວ້ສະຖານທີ່ຕ່າງໆ ຫຼື ໃຊ້ອາວຸດນາບຂູ່ໃຊ້ຄວາມຮຸນແຮງເພື່ອຍາດຊີງເອົາຊັບ ແລະ ຈຳນວນໜຶ່ງກໍນຳໃຊ້ເຄື່ອງມືອຸປະກອນເຂົ້າງັດເເງະລັກຊັບຕາມບໍລິສັດ, ສໍານັກງານອົງການ ແລະ ເຮືອນປະຊາຊົນ ເມື່ອສຳເລັດແລ້ວກໍເອົາໂຕຫຼົບໜີໄປລີ້ຊ່ອນຢູ່ຕ່າງເມືອງ, ຕ່າງແຂວງເພື່ອຫຼີກລ້ຽງການຈັບກຸມຂອງເຈົ້າໜ້າທີ່.

ຕໍ່ກັບສະພາບການດັ່ງກ່າວ, ເຈົ້າໜ້າທີ່ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ແກ້ໄຂຕາມຄຳສັ່ງວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສົມທົບກັບກອງບັນຊາການ ປກສ 9 ເມືອງ, ປກສ ກຸ່ມ ແລະ ພະນັກງານກໍ່ສ້າງຮາກຖານ ເພື່ອສ້າງແຜນມ້າງ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ ໂດຍອອກເຄື່ອນໄຫວກວດກາລາດຕາເວນຕາມຈຸດຫຼໍ່ແຫຼມ, ເສັ້ນທາງສ່ຽງ ນອກນັ້ນ, ຍັງໄດ້ຂຶ້ນບັນຊີເປົ້າໝາຍ, ໄລ່ຊອກໄລ່ຈັບພ້ອມທັງກວດກາຄົນພັກເຊົາ, ຄົນເຂົ້າ-ອອກຕາມສະຖານທີ່ອື່ນໆເພື່ອຮັບປະກັນ ແລະ ຫຼຸດຜ່ອນບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ນັບມື້ຫຼຸດໜ້ອຍຖອຍລົງຕາມລໍາດັບ.
ຂ່າວ: ລັດດາວັນ