ກອງປະຊຸມຝຶກອົບຮົມ ກົນໄກການຮ່ວມມືການຕ້ານອາຊະຍາກຳຂ້າມຊາດ

ໃນລະຫວ່າງວັນທີ 29-30 ພະຈິກ 2022, ກະຊວງການຕ່າງປະເທດ (ກົມສົນທິສັນຍາ ແລະກົດໝາຍ) ພາຍໃຕ້ການສະໜັບສະໜູນຈາກກອງທຶນພິເສດການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຈັດກອງປະຊຸມຝຶກອົບຮົມພາກພື້ນກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມື ແລະພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ອະນຸສັນຍາທີ່ກ່ຽວຂ້ອງໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງບັນດາແຂວງພາກກາງ ແລະພາກໃຕ້, ທີ່ນະຄອນປາກເຊ, ແຂວງຈຳປາສັກ, ພາຍໃຕ້ການເປັນປະທານກອງປະຊຸມໂດຍທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດານັກວິທະຍາກອນຈາກສູນກາງທີ່ມາຈາກກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ຜູ້ຕາງໜ້າຈາກ ຣາຊະອານາຈັກ ກຳປູເຈຍ ແລະ ສສ ຫວຽດນາມ ເຂົ້າຮ່ວມ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 90 ທ່ານ (ຍິງ 10 ທ່ານ).

ຊຶ່ງຈຸດປະສົງຂອງກອງປະຊຸມຝືກອົບຮົມໃນຄັ້ງນີ້ແມ່ນເພື່ອແລກປ່ຽນຄຳຄິດເຫັນ ແລະບົດຮຽນພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງລວມທັງການຊ່ວຍເຫຼືອຊຶ່ງກັນ ແລະກັນທາງດ້ານກົດໝາຍ ລະຫວ່າງປະເທດແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ.ນອກຈາກນັ້ນ,ຍັງເປັນການສ້າງຄວາມຮັບຮູ້,ຄວາມເຂົ້າໃຈ ແລະເສີມຂະຫຍາຍການຮ່ວມມືທີ່ດີກັບບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງພາຍໃຕ້ສົນທິສັນຍາທີ່ໄດ້ເປັນພາຄີຮ່ວມກັນ ແລະເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງ ສປປ ລາວ ໃນການຮ່ວມມືກັບປະເທດອ້ອມຂ້າງໃນວຽກງານການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງໃຫ້ມີປະສິດທິພາບ, ປະສິດທິຜົນ ແລະໄດ້ຮັບປະຜົນໂຫຍດຮ່ວມກັນ.

ກອງປະຊຸມຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນເປັນຄັ້ງທີ 02 ພາຍຫຼັງໄດ້ຈັດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສູນກາງ ແລະແຂວງພາກເໜືອໃນລະຫວ່າງ 12-13 ຕຸລາ 2022 ຜ່ານມາ, ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ.