ປະຊາຊົນມີວຽກເຮັດງານທຳ 2,4 ລ້ານຄົນ ຂອງກຳລັງແຮງງານທັງໝົດ ຢູ່ ສປປ ລາວ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ລາຍງານກ່ຽວກັບການສ້າງອາຊີບ, ການພັດທະນາສີມືແຮງງານເພື່ອການມີວຽກເຮັດງານທຳ ແລະແກ້ໄຂບັນຫາການວ່າງງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 9 ທັນວາ 2022,ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ລາຍງານວ່າ: ອີງຕາມຜົນຂອງການສຳຫຼວດກຳລັງແຮງງານ ປີ 2022 ໄດ້ສະແດງໃຫ້ເຫັນວ່າພົນລະເມືອງມີທັງໝົດ 7,4 ລ້ານຄົນ ຊຶ່ງຜູ້ຢູ່ໃນເກນອາຍຸອອກແຮງງານ 15 ປີ ຂຶ້ນໄປ ມີ 5,3 ລ້ານຄົນ, ກຳລັງແຮງງານມີ 2,5 ລ້ານຄົນ, ໃນນີ້ ຜູ້ມີວຽກເຮັດງານທຳ 2,4 ລ້ານຄົນ ເທົ່າກັບ 97,6% ຂອງກຳລັງແຮງງານທັງໝົດ. ໂຄງປະກອບກຳລັງແຮງງານທີ່ມີວຽກເຮັດງານທຳດັ່ງກ່າວໄດ້ແຍກຕາມໂຄງປະກອບເສດຖະກິດຄື: ຂະແໜງກະສິກຳ ກວມ 1,4 ລ້ານຄົນ ເທົ່າກັບ 56,8%; ອຸດສາຫະກຳກວມ 252,4 ພັນຄົນ ເທົ່າກັບ 10,2% ແລະ ບໍລິການກວມ 814,3 ພັນຄົນ ເທົ່າກັບ 32,9%.

ໂອກາດນີ້ ທ່ານ ນາງ ໃບຄຳ ຂັດທິຍະ ລາຍງານຕື່ມວ່າ: ການຈັດຫາວຽກເຮັດງານທຳ ແລະການແກ້ໄຂອັດຕາວ່າງງານກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ສົ່ງເສີມທຸກຫົວໜ່ວຍເສດຖະກິດທັງພາກລັດ, ວິສາຫະກິດ, ເຂດເສດຖະກິດພິເສດ ແລະ ໂຄງການລົງທຶນຕ່າງໆ ຈັດຫາວຽກເຮັດງານທຳເຂົ້າສູ່ຕຳແໜ່ງງານພາຍໃນ ແລະຕ່າງປະເທດຕິດພັນກັບວາລະແຫ່ງຊາດ ໄດ້ 73.541 ຄົນ, ລື່ນແຜນການປີ 34,9%, ໃນນີ້ເຂົ້າສູ່ຕຳແໜ່ງງານພາຍໃນໄດ້ 20.930 ຄົນ ແລະຕ່າງປະເທດ 52.611 ຄົນ. ຈາກຄວາມພະຍາຍາມໃນການສົ່ງເສີມຈັດຫາວຽກເຮັດງານທຳໃຫ້ເຂົ້າສູ່ຕຳແໜ່ງງານພາຍໃນ ແລະຕ່າງປະເທດໄດ້ເຮັດໃຫ້ຜູ້ທີ່ວ່າງງານໃນປີ 2021 ຈຳນວນ 496.918 ຄົນ ເທົ່າກັບ 21,8% ມີທ່າອ່ຽງຫຼຸດລົງຊຶ່ງຕາມການຄິດໄລໂດຍໃຊ້ຂໍ້ມູນລາຍງານແບບບໍລິຫານອັດຕາການວ່າງງານໃນປີ 2022 ຢູ່ໃນລະດັບ 18,5% (423.427 ຄົນ) ຊຶ່ງໂຕເລກຈັດຫາງານນີ້ບໍ່ລວມແຮງງານທີ່ເຮັດວຽກດ້ວຍຕົນເອງ ແລະເຮັດວຽກຊ່ວຍທຸລະກິດຄອບຄົວ. ສຳລັບອັດຕາວ່າງງານຕາມຜົນການສຳຫຼວດ ກຳລັງແຮງງານ ປີ 2022 ແມ່ນ 2,4% (61.207 ຄົນ) .

ຈາກນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆ ກໍໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບໃສ່ບົດລາຍງານດັ່ງກ່າວ.
ຂ່າວ-ພາບ: ຕຸໄລເພັດ ພິມເມືອງ