ເຕະບານຊາຍ ແຂວງເຊກອງ ແບ່ງແຕ້ມກັບ ແຂວງຊຽງຂວາງເຈົ້າພາບ ຊຽງຂວາງເກມ

ການແຂ່ງຂັນເຕະບານຊາຍ ນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ 2022 ສາຍ ຂ ຄູ່ທີ 2 ໃນວັນທີ 11 ທັນວາ 2022 ທີ່ສະໜາມໄຊຊະນະ ເປັນການແຂ່ງຂັນກັນ ລະຫວ່າງ ທີມແຂວງຊຽງຂວາງ ເຈົ້າພາບ ພົບ ແຂວງເຊກອງ ທັງໃນ ແລະ ນອກສະໜາມ ດຳເນີນໄປດ້ວຍບັນຍາກາດຟົດຟື້ນສ້າງຄວາມຕື່ນເຕັ້ນໃຫ້ແກ່ແຟນບານທັງສອງທີມຈຳນວນຫຼວງຫຼາຍ ທີ່ມາຊົມມາເຊຍ, ພາຍຫຼັງເກມການແຂ່ງຂັນໄດ້ເລີ່ມຕົ້ນຂຶ້ນ ທັງສອງຝ່າຍກໍ່ໄດ້ເປີດເກມບຸກເຂົ້າໃສ່ກັນ ເພື່ອຫວັງຍິງປະຕູຂຶ້ນນຳ ໃຫ້ເປັນທີມນຳຂອງສາຍ, ໃນສະໜາມເຫັນວ່າທັງສອງທິມຫຼິ້ນໄດ້ສູສີກັນ ຈົນຈົບການແຂ່ງຂັນ ໃນເວລາ 90 ນາທີ ບໍ່ສາມາດຍິງປະຕູກັນໄດ້, ປະກົດວ່າ ສະເໝີກັນ 0-0 ແບ່ງກັນທີມລະ 1 ຄະແນນ, ທັງສອງທີມລົງແຂ່ງ 2 ນັດເທົ່າກັນ ແລະ ມີຄະແນນ 4 ຄະແນນເທົ່າກັນເປັນທີມນຳຂອງສາຍ, ຂະນະທີ່ຜົນການແຂ່ງຂັນອີກຄູ່ໃນສາຍດຽວກັນ ກະຊວງສາທາລະນະສຸກ ຊະນະ ແຂວງບໍ່ແກ້ວ 3-2 ປະຕູ, ສົ່ງຜົນໃຫ້ກະຊວງສາທາລະນະສຸກ ມີ 3 ຄະແນນ ແລະ ບໍ່ແກ້ວ ຍັງບໍ່ມີຄະແນນ.

ຂະນະທີ່ ຜົນການແຂ່ງຂັນໃນສາຍ ກ ທີ່ແຂ່ງຂັນໃນວັນດຽກັນ ທີ່ສະໜາມກິລາໄຫຫີນນະຄອນຫຼວງວຽງຈັນ ຖະຫຼົ່ມກະຊວງປ້ອງກັນປະເທດ ຂາດຮອຍ 4-0 ປະຕູ ແລະໄຊຍະບູລີ ສະເໝີໄຊສົມບູນ 2-2 ປະຕູ.

ສ່ວນຕາຕະລາງແຂ່ງຂັນເຕະບານ ຮອບແບ່ງກຸ່ມ ໃນວັນທີ 12 ທັນວາ 2022 ມີ 4ຄູ່ ຄື: ສາຍ ງ ຫຼວງພະບາງ ພົບ ສາລະວັນ ໃນເວລາ 13:30 ໂມງ ແລະ ແຂວງສະຫວັນນະເຂດ ພົບ ແຂວງຫົວພັນ ໃນເວລາ 15:45 ໂມງ ທີ່ສະໜາມກິລາໄຊຊະນະ ແລະ ສາຍ ຄ ແຂວງຈໍາປາສັກ ພົບ ແຂວງຄໍາມ່ວນ ເວລາ 13:30 ໂມງ ແລະ ແຂວງບໍລິຄໍາໄຊ ພົບ ແຂວງອັດຕະປື ໃນເວລາ 15:45 ໂມງ ທີ່ສະໜາມກິລາໄຫຫີນ. ເຊີນຊວນບັນດາທ່ານ ແລະແຟນບານແຕ່ລະທີມຈົ່ງໄປຊົມ, ໄປເຊຍເປັນກຳລັງໃຈແກ່ນັກກິລາ ແລະສຳພັດກັບບັນຍາກາດສົດໆຈາກສະໜາມການແຂ່ງຂັນຕົວຈິງໄດ້ດ້ວຍຕົນເອງ, ໂດຍບໍ່ໄດ້ເສຍຄ່າເຂົ້າຊົມ.

ຂ່າວ: ຄ. ຄົນທໍາມະດາ