ແລ່ນທວນໄຟງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI

ພິທີແລ່ນທວນໄຟໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນຕອນເຊົ້າວັນທີ 12 ທັນວານີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງຊຽງຂວາງ, ພ້ອມດ້ວຍຕາງໜ້າຄະນະນໍາ, ຄູຝຶກ ແລະນັກນັກລາຈາກແຕ່ລະພາກສ່ວນທີ່ເຂົ້າຮ່ວມແຂ່ງຂັນກິລາຄັ້ງນີ້ເຂົ້າຮ່ວມ.

ການແລ່ນທວນໄຟໃນຄັ້ງນີ້ ເລີ່ມຈາກການຂໍໄຟສັກສິດຢູ່ວັດສັນຕິພາບ, ເມືອງແປກ ຂອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ແລ້ວສົ່ງຕໍ່ໃຫ້ເຈົ້າແຂວງຊຽງຂວາງ, ເຊີ່ງວັດດັ່ງກ່າວເປັນສະຖານສັກສິດ, ເປັນປູສະນິຍະສະຖານມໍລະດົກວັດທະນາທຳອັນລໍ້າຄ່າ, ເປັນສູນລວມນໍ້າໃຈຂອງຊາວຊຽງຂວາງບັນດາເຜົ່າ,ໂດຍສະເພາະຂອງຊາວເມືອງແປກມາແຕ່ບູຮານນະການ. ທວນໄຟສັກສິດຈາກວັດສັນຕິພາບທີ່ສັກສິດແຫ່ງນີ້ຈະກາຍເປັນສັນຍາລັກແຫ່ງຄວາມສາມັກຄີ-ມິດຕະພາບ ແລະ ຄວາມເປັນຈິດໜຶ່ງໃຈດຽວຂອງຄະນະນຳນັກກິລາທີ່ມາຈາກບັນດາແຂວງໃນທົ່ວປະເທດ, ພ້ອມກັນສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນໃນວົງການກິລາລາວ ແລະເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ ບັນລຸຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້. ຈາກນັ້ນ ທ່ານເຈົ້າແຂວງຊຽງຂວາງ ໄດ້ມອບທວນໄຟຕໍ່ໃຫ້ນັກກິລາແລ່ນທວນໄຟແລ່ນຜ່ານຈຸດຕ່າງໆ ພາຍໃນເທດສະບານແຂວງໄລຍະທາງຫລາຍກວ່າ 10 ກິໂລແມັດ ເຊີ່ງໄດ້ຮັບການຕ້ອນຮັບຈາກມວນຊົນຊາວແຂວງຊຽງຂວາງເປັນຢ່າງດີ, ແລ້ວໄປສິ້ນສຸດຢູ່ສະໜາມໄຫຫີນ ຫລືສະໜາມກິລາຂອງແຂວງຊຽງຂວາງແຫ່ງໃໝ່ເພື່ອກຽມພ້ອມໃຫ້ແກ່ພິທີເປີດການແຂ່ງຂັນຢ່າງເປັນທາງການທີ່ຈະຈັດຂຶ້ນໃນວັນທີ 13 ທັນວານີ້.

ສໍາລັບງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 13-22 ທັນວານີ້ ໂດຍມີແຂ່ງຂັນ 25 ປະເພດກິລາ ຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກ໊ອຟ, ດອກປີກໄກ່, ເຕັນນິສ, ລົດຖີບ, ປິງປ໋ອງ, ມວຍລາວ, ຢູໂດ ແລະວູຊູ ໂດຍມີ 4 ກະຊວງ, 17 ແຂວງ ແລະ 1 ນະຄອນຫຼວງ ເຂົ້າຮ່ວມ. ໃນນີ້ 4 ກະຊວງ ລວມມີ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະກະຊວງສາທາລະນະສຸກ, ຈະມີນັກກິລາເຂົ້າຮ່ວມ 3.000 ກ່ວາຄົນ, ຍີງ 1.029 ຄົນ ໂດຍຈະມີການຊີງຫຼຽນທັງໝົດ 1.311 ຫຼຽນ, ໃນນັ້ນ ມີ 365 ຫຼຽນຄໍາ, 365 ຫຼຽນເງີນ ແລະ 581 ຫຼຽນທອງ. Up

ຂ່າວ: BT
ພາບ: ເດດອາລຸນ