"ຄອນສະຫວັນ" ນັກກິລາໝາກເສິກ ຄວ້າ 3 ຫຼຽນຄຳ ໃຫ້ບໍລິຄຳໄຊ ໃນ "ຊຽງຂວາງ ເກມ"

ນາງ ຄອນສະຫວັນ ສີປະເສີດ ນຳທັບນັກກິລາ ບໍລິຄໍາໄຊສາມາດສ້າງຜົນງານລື່ນເປົ້າໝາຍທີ່ວາງໄວ້ຍາດໄດ້ 3 ຫຼຽນຄໍາ ແລະ 1 ຫຼຽນທອງ ໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື "ຊຽງຂວາງ ເກມ" ທີ່ແຂວງຊຽງຂວາງເປັນເຈົ້າພາບ.

ການແຂ່ງຂັນກິລາໝາກເສິກໄດ້ເລີ່ມແຂ່ງຂັນໃນວັນທີ 7-11ທັນວາ 2022 ທີ່ສະໜາມໂຮງຮຽນພອນສະຫວັນ ເມືອງແປກ ແຂວງຊຽງຂວາງ ມີນັກກິລາເຂົ້າຮ່ວມ 7 ພາກສ່ວນ ກໍຄື: ບໍລິຄໍາໄຊ, ອຸດົມໄຊ, ນະຄອນຫຼວງ, ຊຽງຂວາງ,ຫຼວງພະບາງ ແລະ ຈໍາປາສັກ. ຜົນການແຂ່ງຂັນ ທີມນັກກິລາບໍລິຄໍາໄຊ ສາມາດຍາດໄດ້ 3 ຫຼຽນຄຳ ຈາກປະເພດໝາກເສິກ 3 ນາທີ, 25 ນາທີ ດ່ຽວຊາຍ ຜົນງານຂອງທ້າວ ຄອນສະຫວັນ ແສງເລກ ແລະທີມປະສົມ (ຊາຍ+ຍິງ) ສ່ວນ1 ຫຼຽນທອງ ເປັນຂອງຄູ່ທີມຍິງ ໄລຍະເວລາ 5 ນາທີ.

ໂອກາດນີ້, ທ່ານ ນາງ ນຸດ ຄຸນພະໄຊ ປະທານສະຫະພັນ ໝາກເສີກ ບໍລິຄໍາໄຊໃຫ້ສຳພາດວ່າ: ທາງສະຫະພັນໄດ້ຕັ້ງເປົ້າໝາຍ ໃນການເຂົ້າຮ່ວມແຂ່ງຂັນກິລາແຫ່ງຊາດໃນຄັ້ງນີ້ໄວ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ແຕ່ນັກກິລາຂອງພວກເຮົາຍາດມາໄດ້ 3 ຫຼຽນຄຳ ແລະ 1 ຫຼຽນທອງ ຖືກໄດ້ນັກກິລາເຮົາສາມາດເຮັດໃຫ້ເກີນເປົ້າໝາຍທີ່ວາງໄວ້ ຢ່າງໃດກໍຕາມທາງສະຫະພັນກໍຈະໄດ້ສືບຕໍ່ພັດທະນານັກກີລາເພື່ອສາມາດສ້າງ.

ນາງ ຄອນສະຫວັນ ສີປະເສີດ ໃຫ້ສຳພາດວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ສ້າງຜົນງານໃຫ້ນັກກິລາ ໝາກເສິກ ບໍລິຄໍາໄຊກໍຄືຊາວ ແຂວງບໍລິຄໍາໄຊ ຈາກນີ້ກໍຈະສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໄປເລື້ອຍໆ ເພື່ອຈະຮັກສາມູນເຊື້ອເພື່ອກຽມເຂົ້າແຂ່ງຂັນໃນຄັ້ງຕໍ່ໄປ.