ມອບຫຼຽນກິລາລອຍນໍ້າ ຊຽງຂວາງ ເກມ ຂະນະທີ່ເຈົ້າພາບຄອງເຈົ້າຫຼຽນຄໍາ

ພິທີມອບຫຼຽນລາງວັນ ການແຂ່ງຂັນກິລາລອຍນໍ້າໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງເປັນເຈົ້າພາບຈັດຂຶ້ນວັນທີ 12 ທັນວາ 2022 ຢູ່ສະໜາມກິລາໄຊຊະນະ ແຂວງຊຽງຂວາງ, ໂດຍໃຫ້ກຽດມອບຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ ແລະພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.

ການແຂ່ງຂັນຄັ້ງນີ້ ມີ 5 ພາກສ່ວນເຂົ້າຮ່ວມຄື: ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ, ຫຼວງພະບາງ, ສະຫວັນນະເຂດ ແລະຈຳປາສັກ ມີນັກກິລາເຂົ້າຮ່ວມ 37 ຄົນ ໃນນີ້ ເປັນຍິງ 12 ຄົນ ຊາຍ 25 ຄົນ ຊີງ 27 ຫຼຽນຄຳ ປະເພດດ່ຽວ 26 ລາຍການ ແລະປະເພດທີມ 1 ລາຍການ ໂດຍນັກກິລາທີມຊາດສາມາດລົງແຂ່ງຂັນປະເພດດ່ຽວໄດ້ 3 ລາຍການ ແລະທີມ 1 ລາຍການ.

ຜ່ານການແຂ່ງຂັນ ແຂວງຊຽງຂວາງ ເຈົ້າພາບຄອງອັນດັບທີໜຶ່ງເປັນເຈົ້າຄອງຫຼຽນຄຳກິລາປະເພດນີ້ໄດ້ມາທັງໝົດ 8 ຫຼຽນຄຳ, 1 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 15 ຫຼຽນ, ທີ 2 ແຂວງຈຳປາສັກ ໄດ້ 6 ຫຼຽນຄຳ ແລະ 8 ຫຼຽນເງິນ 8 ຫຼຽນທອງ, ທີ 3 ແຂວງສະຫວັນນະເຂດ ໄດ້ 5 ຫຼຽນຄຳ, 7 ຫຼຽນເງິນ ແລະ 4 ຫຼຽນທອງ, ທີ 4 ນະຄອນຫຼວງວຽງຈັນ ໄດ້ 4 ຫຼຽນຄຳ, 8 ຫຼຽນເງິນ ແລະ 6 ຫຼຽນທອງ ແລະ ທີ 5 ແຂວງຫຼວງພະບາງ ຍາດມາໄດ້ 4 ຫຼຽນຄຳ 3 ຫຼຽນເງິນ ແລະ 3 ຫຼຽນທອງ.

ຂ່າວໂດຍ: ລູກນໍ້າເຊ ອິນທະດາລິນ