ໝາກແລ້ ແຂວງຫົວພັນ ກວາດ 3 ຫຼຽນຄໍາ ບັນລຸຄາດໝາຍຊຽງຂວາງເກມ

ທັບນັກກິລາໝາກແລ້ ແຂວງຫົວພັນ ສ້າງຜົນງານໄດ້ຢ່າງໂດດເດັ່ນເກີນຄາດໝາຍຫຼັງກວາດມາໄດ້ເຖິງ 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 6 ຫຼຽນ ເປັນອັນດັບທີ 2 ຂອງຕາຕະລາງສະຫຼຸບຫຼຽນ ໃນການແຂ່ງຂັນກິລາໝາກແລ້ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ.

ການແຂ່ງຂັນກິລາໝາກແລ້ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 8-12 ທັນວາ 2022 ທີ່ສະໂມສອນກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ, ຊຶ່ງມີຄະນະນຳ, ຄູຝຶກ ແລະນັກກິລາຈາກ 12 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມແຂ່ງຂັນ ປະກອບມີ: ແຂວງຊຽງຂວາງ ເຈົ້າພາບ, ແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫົວພັນ, ແຂວງໄຊຍະບູລີ, ແຂວງວຽງຈັນ, ແຂວງສາລະວັນ, ແຂວງຈຳາສັກ, ແຂວງເຊກອງ, ແຂວງອັດຕະປື ແລະນະຄອນຫຼວງວຽງຈັນ, ມີການຊີງໄຊທັງໝົດ 12 ຫຼຽນຄຳ ໃນ 12 ລາຍການ ຄື: ທີມ 4 ລາຍການ, ຄູ່ 4 ລາຍການ ແລະ ປະເພດດ່ຽວ 4 ລາຍການ. ໃນນີ້ສະເພາະແຂວງຫົວພັນ ສົ່ງນັກກິລາເຂົ້າຮ່ວມຄົບທຸກລາຍການ ຈຳນວນ 16 ຄົນ. ຜ່ານການແຂ່ງຂັນຕົວຈິງ ຜົນປະກົດວ່າ ທັບນັກກິລາໝາກແລ້ແຂວງຫົວພັນ ສາມາດຍາດໄດ້ 3 ຫຼຽນຄໍາ ຈາກປະເພດທີມຍິງ 10 ທ່າ, ຄູ່ຊາຍ 10 ທ່າ ແລະ ທີມຊາຍ 2 ທ່າ; 2 ຫຼຽນເງິນ ໄດ້ຈາກ ປະເພດດ່ຽວຊາຍ 10 ທ່າ ແລະ ດ່ຽວຍິງ 2 ທ່າ; 1 ຫຼຽນທອງແດງ ຈາກປະເພດຄູ່ຍິງ 10 ທ່າ ລວມທັງໝົດ 6 ຫຼຽນ ຈັດຢູ່ອັນດັບທີ 2 ຂອງຕາຕະລາງສະຫຼຸບຫຼຽນ. ຊຶ່ງເກີນຄາດໝາຍທີ່ຕັ້ງເປົ້າໄວ້ໃນເບື້ອງຕົ້ນພຽງ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ.

ຂະນະທີ່ອັນດັບທີ 1 ຕົກເປັນຂອງທັບນັກກິລາແຂວງອຸດົມໄຊຍາດມາໄດ້ເຖິງ 4 ຫຼຽນຄໍາ ແລະ 2 ຫຼຽນທອງ ເປັນອັນດັບທີ 1 ຂອງຕາຕະລາງ; ອັນດັບທີ 3 ເຈົ້າພາບ ແຂວງຊຽງຂວາງ ຍາດໄດ້ 1 ຫຼຽນຄໍາ, 3 ຫຼຽນເງິນ ແລະ 1 ຫຼຽນທອງ; ອັນດັບທີ 4 ແຂວງບໍ່ແກ້ວ ຍາດໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ; ອັນດັບທີ 5 ແຂວງສາລະວັນ ຍາດໄດ້ 1 ຫຼຽນຄໍາ, 1 ຫຼຽນເງິນ ແລະ 1 ຫຼຽນທອງ; ອັນດັບທີ 6 ແຂວງເຊກອງ ຍາດໄດ້ 1 ຫຼຽນຄໍາ ແລະ 1 ຫຼຽນທອງ; ອັນດັບທີ 7 ນະຄອນຫຼວງວຽງຈັນ ຍາດໄດ້ 1 ຫຼຽນຄໍາ; ອັນດັບທີ 8 ແຂວງຫຼວງນໍ້າທາ ຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ; ອັນດັບທີ 9 ແຂວງວຽງຈັນ ຍາດໄດ້ 1 ຫຼຽນເງິນ ແລະ 1 ຫຼຽນທອງ; ອັນດັບທີ 10 ແຂວງຜົ້ງສາລີ ຍາດໄດ້ 1 ຫຼຽນເງິນ; ອັນດັບທີ 11 ແຂວງອັດຕະປື ຍາດໄດ້ 2 ຫຼຽນທອງ.

ຂ່າວໂດຍ: ສີສົມສັກ ພົມມະທຳ (ສກຂ ຫົວພັນ)