“ກັນຕະນາ” ແຈ້ງເກີດຄວ້າ 2 ຫຼຽນຄໍາ ຍິງປືນດ່ຽວຍິງ ແລະທີມຍິງ ໃຫ້ນະຄອນຫຼວງ ໃນຊຽງຂວາງເກມ

ນາງ ກັນຕະນາ ໄຊຍະລາດ ນັກກິລາແມ້ນປືນນ້ອງໃໝ່ຂອງທັບນັກກິລາຍິງປືນ ນະຄອນຫຼວງວຽງຈັນ ສາມາດແຈ້ງເກີດ ຄວ້າ 2 ຫຼຽນຄໍາ ເປັນຜົນງານຄັ້ງທໍາອິດ ໃຫ້ກັບຕົນເອງ ແລະນະຄອນຫຼວງວຽງຈັນ ໃນການແຂ່ງຂັນປືນສັ້ນແກັບກາງ ໄລຍະ 15 ແມັດ ດ່ຽວຍິງ-ທີມຍິງ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ຈັດຂຶ້ນລະຫວ່າງວັນທີ 14-16 ທັນວາ 2022 ທີ່ໂຮງຮຽນປ້ອງກັນຄວາມສະຫງົບ ຫຼື ປກສ ຊັ້ນຕົ້ນ ເລກ 03 ເມືອງແປກ ແຂວງຊຽງຂວາງ.

ການແຂ່ງຂັນຍິງປືນ ໄລຍະທີ 3 ຊຶ່ງໄລຍະສຸດທ້າຍຈັດຂຶ້ນໃນວັນທີ 14 ທັນວາ 2022 ທີ່ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 03 ເມືອງແປກ ແຂວງຊຽງຂວາງ, ໂດຍມີນັກກິລາຈາກນະຄອນຫຼວງ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ, ສະຫວັນນະເຂດ ແລະແຂວງຊຽງຂວາງເຈົ້າພາບເຂົ້າຮ່ວມມີການຊີງໄຊທັງໝົດ 8 ຫຼຽນຄຳ, 8 ຫຼຽນເງິນ ແລະ 16 ຫຼຽນທອງ. ຜ່ານການແຂ່ງຂັນຜົນປະກົດວ່າ: ປະເພດຍິງປືນສັ້ນແກັບກາງ 2 ຫຼຽນຄຳ ທັງດ່ຽວຍິງ ແລະທີມຍິງຕົກເປັນຂອງນັກກິລາຈາກນະຄອນຫຼວງວຽງຈັນກໍຄືປະເພດດ່ຽວຍິງເປັນຂອງ ນາງ ກັນຕະນາ ໄຊຍະລາດ ນັກກິລາແມ້ນປືນນ້ອງໃໝ່ ທີ່ສາມາດເອົາຊະນະ ນາງ ໄພວອນ ວົງພະຈັນ ນັກກິລາຈາກກະຊວງປ້ອງກັນຄວາມສະຫງົບ 289-284 ຄະແນນ ໄດ້ຫຼຽນຄໍາໄປຄອງສ່ວນນາງ ໄພວອນ ວົງພະຈັນ ໄດ້ພຽງຫຼຽນເງິນ ແລະຫຼຽນທອງຮ່ວມເປັນຂອງນາງ ວຽງສະຫວັນ ພົມມະກອງ ຈາກ ປກສ ແລະ ນາງ ມະນີບົດ ວົງໄຊ ຈາກນະຄອນຫຼວງວຽງຈັນ.

ຂະນະທີ່ປະເພດທີມຍິງຫຼຽນຄຳເປັນຂອງນະຄອນຫຼວງວຽງຈັນ ນາງ ກົງຄຳ ບົວແສງພະຈັນ, ນາງ ມະນີບົດ ວົງໄຊ ແລະນາງ ກັນຕະນາ ໄຊຍະລາດ ຊ່ວຍກັນຍິງເປົ້າໄດ້ຢ່າງແມ້ນຍຳໄລ່ເອົາຊະນະນາງ ວຽງສະຫວັນ ພົມມະກອງ, ນາງ ແປັກ ບົວລີພອນ ແລະນາງ ມະນີວອນ ວົງໄຊ ຈາກກະຊວງປ້ອງກັນຄວາມສະຫງົບ 852-843 ຄະແນນຄວ້າຫຼຽນຄຳ ເປັນຫຼຽນທີ 4 ໃນປະເພດກິລາຍິງປືນແກັບກາງ ໄລຍະ 15 ແມັດທີມຍິງ ສ່ວນ ປກສ ໄດ້ພຽງຫຼຽນເງິນ ແລະຫຼຽນທອງຮ່ວມເປັນຂອງກະຊວງປ້ອງກັນປະເທດ ແລະແຂວງຊຽງຂວາງ.

ແນວໃດກໍດີ, ສາວທັບນັກກິລາແມ້ນປືນນະຄອນຫຼວງວຽງຈັນ ຍັງມີລຸ້ນອີກ 4 ຫຼຽນຄຳ ໃນປະເພດປືນສັ້ນແກັບກາງ ໄລຍະ 25 ແມັດດ່ຽວຍິງ-ຊາຍ ແລະທີມຍິງ-ທີມຊາຍສ່ວນຜົນງານຈະເປັນແນວໃດນັ້ນຈະຂໍລາຍງານໃຫ້ຊາບຕື່ມອີກ.