ເປຕັງຄູ່ຍິງ ສາລະວັນ ບຽດຊະນະ ຜົ້ງສາລີ 11-10 ຄວ້າຫຼຽນຄຳ ຊຽງຂວາງ ເກມ

ນາງ ໄກ່ທອງ ແກ້ວພິລາ ແລະນາງ ປິ່ນມະນີ ວົງສີ ສອງນັກກິລາເປຕັງປະເພດຄູ່ຍິງ ແຂວງສາລະວັນ ສ້າງຜົນງານໄດ້ຢ່າງໂດດເດັ່ນຫຼັງໃນຮອບຊີງຊະນະເລີດ ຫຼື ຮອບຊີງຫຼຽນຄຳ ສາມາດບຽດເອົາຊະນະນັກກິລາຈາກແຂວງຜົ້ງສາລີ ໄປໄດ້ແບບ ຫວຸດຫວິດ 11-10 ຄະແນນ ຄວ້າຫຼຽນຄຳກິລາເປຕັງປະເພດຄູ່ຍິງງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ໄປຄອງໄດ້ສຳເລັດ.


ການແຂ່ງຂັນກິລາເປຕັງປະເພດຄູ່ຍິງຮອບຊີງຊະນະເລີດ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບແມ່ນໄດ້ຈັດຂຶ້ນໃນຕອນບ່າຍວັນທີ 15 ທັນວາ 2022 ທີ່ສະໜາມກິລາເປຕັງ ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ, ລະຫວ່າງ ແຂວງສາລະວັນ ພົບກັບ ແຂວງຜົ້ງສາລີ ຊຶ່ງນັກກິລາແຂວງສາລະວັນ ປະກອບມີ ນາງ ໄກ່ທອງ ແກ້ວພິລາ ແລະ ນາງ ປິ່ນມະນີ ວົງສີ ແລະ ນັກກິລາແຂວງຜົ້ງສາລີ ປະກອບມີ ນາງ ສາວມະນີ ຕຸ້ຍ ແລະ ນາງ ແສງມະລີ ສີພະວົງ. ຜ່ານການແຂ່ງຂັນກວ່າຈະຕັດສິນໄຊຊະນະກັນໄດ້ຕ້ອງດວນກັນເຖິງ 9 ລ່ອງ ກ່ອນຈະເປັນຝ່າຍແຂວງສາລະວັນທີ່ເຂົ້າ ແລະຕີໄດ້ດີກວ່າ ບຽດເອົາຊະນະ ແຂວງສາລະວັນ ໄປໄດ້ແບບຫວຸດຫວິດ 11-10 ຄະແນນ ຄວ້າຫຼຽນຄຳ ເປຕັງປະເພດຄູ່ຍິງ ມາຄອງໄດ້ສໍາເລັດ. ສ່ວນແຂວງສາລະວັນ ໄດ້ພຽງຫຼຽນເງິນໄປຄອງ ແລະຫຼຽນທອງຮ່ວມ ຕົກເປັນຂອງນັກກິລາຈາກແຂວງຈຳປາສັກ ແລະກະຊວງປ້ອງກັນຄວາມສະຫງົບ.

ສຳລັບການແຂ່ງຂັນກິລາເປຕັງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ແມ່ນຈັດຂຶ້ນລະຫວ່າງວັນທີ 13-21 ທັນວາ 2022 ຊຶ່ງມີນັກກິລາຈາກ 21 ພາກສ່ວນເຂົ້າຮ່ວມ ໃນນັ້ນມີ 1 ນະຄອນຫຼວງ, 17 ແຂວງ ແລະ 3 ກະຊວງ ຄື: ນະຄອນຫຼວງວຽງຈັນ, ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື, ແຂວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະກະຊວງສາທາລະນະສຸກ. ມີການຊີງໄຊທັງໝົດ 11 ຫຼຽນຄໍາ, 11 ຫຼຽນເງິນ ແລະ 22 ຫຼຽນທອງ.

ຂະນະທີ່ ແຂວງສາລະວັນ ແມ່ນໄດ້ສົ່ງເຂົ້າຮ່ວມແຂ່ງຂັນທັງໝົດ 11 ລາຍການ ຄື: ປະເພດດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ຄູ່ປະສົມຍິງ-ຊາຍ, ທີມຊຸດປະສົມ (1 ຍິງ 2 ຊາຍ), ທີມຊຸດປະສົມ (2 ຍິງ 1 ຊາຍ), ຊຸດຕິ້ງຍິງ-ຊາຍ ແລະທີມຊຸດຍິງ-ຊາຍ ພ້ອມຕັ້ງເປົ້າໝາຍໄວ້ທີ່ 2 ຫຼຽນຄຳ, 4 ຫຼຽນເງິນ ແລະ 4 ຫຼຽນທອງ.