ຈຳປາສັກ ຊະນະເຈົ້າພາບ 3-2 ຄວ້າຫຼຽນຄຳ ກິລາໝາກຂ່າງທີມຍິງ ງານກິລາແຫ່ງຊາດ ຄັ້ງທີ 11 ໄປຄອງ

ນັກກິລາໝາກຂ່າງປະເພດທີມຍິງ ແຂວງຈຳປາສັກ ສ້າງຜົນງານໄດ້ຢ່າງໂດດເດັ່ນຫຼັງໃນຮອບຊີງຫຼຽນຄຳເອົາຊະນະນັກກິລາຈາກແຂວງຊຽງຂວາງເຈົ້າພາບໄປໄດ້ 3-2 ເຊັດ ຄວ້າຫຼຽນຄຳ ມາຄອງໄດ້ສຳເລັດໃນການແຂ່ງຂັນກິລາໝາກຂ່າງງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ.

ການແຂ່ງຂັນກິລາໝາກຂ່າງປະເພດທີມຍິງຮອບຊີງຫຼຽນຄຳໄດ້ມີຂຶ້ນໃນຕອນເຊົ້າວັນທີ 16 ທັນວາ 2022 ທີ່ສະໜາມກິລາໝາກຂ່າງໄຫຫີນ ເມືອງແປກ ແຂວງຊຽງຂວາງ ລະຫວ່າງ ແຂວງຈຳປາສັກ ພົບກັບ ແຂວງຊຽງຂວາງ ເຈົ້າພາບ. ຜ່ານການແຂ່ງຂັນຜົນປະກົດວ່າ ທັບນັກກິລາໝາກຂ່າງແຂວງຈຳປາສັກ ສ້າງຜົນງານໄດ້ຢ່າງໂດດເດັ່ນ ບຽດເອົາຊະນະ ແຂວງຊຽງຂວາງ ເຈົ້າພາບ ໄປໄດ້ແບບຫວຸດຫວິດ 3-2 ເຊັດ ດ້ວຍຄະແນນ 60-10, 70-20, 30-45, 35-40 ແລະ 55-20 ຄວ້າຫຼຽນຄຳ ທຳອິດໃນປະເພດກິລາໝາກຂ່າງໃຫ້ກັບທັບນັກກິລາແຂວງຈຳປາສັກໄດ້ສຳເລັດ. ຂະນະທີ່ແຂວງຊຽງຂວາງເຈົ້າພາບ ໄດ້ພຽງຫຼຽນເງິນ. ສ່ວນຫຼຽນທອງ ຕົກເປັນຂອງນັກກິລາຈາກແຂວງຫຼວງນໍ້າທາ. ສຳລັບປະເພດທີມຊາຍ ຫຼຽນຄຳ ຕົກເປັນຂອງນັກກິລາຈາກແຂວງຜົ້ງສາລີ, ຫຼຽນເງິນ ແຂວງຊຽງຂວາງ ເຈົ້າພາບ ແລະຫຼຽນທອງ ນະຄອນຫຼວງວຽງຈັນ.

ສຳລັບການແຂ່ງຂັນກິລາໝາກຂ່າງໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບຈະຈັດຂຶ້ນລະຫວ່າງວັນທີ 14-20 ທັນວາ 2022 ມີການຊີງໄຊທັງໝົດ 27 ຫຼຽນ ໃນນີ້, ມີ 9 ຫຼຽນຄຳ, 9 ຫຼຽນເງິນ ແລະ 9 ຫຼຽນທອງ. ຊຶ່ງມີ 10 ພາກສ່ວນເຂົ້າຮ່ວມ ຄື: ແຂວງຜົ້ງສາລີ, ແຂວງຫຼວງນໍ້າ, ແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງຫົວພັນ, ແຂວງໄຊສົມບູນ, ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ ແລະແຂວງຊຽງຂວາງເຈົ້າພາບ.