ຫຼາຍແຫຼ່ງທ່ອງທ່ຽວເມືອງຄໍາ ເລີ່ມຄຶກຄື້ນຄາດໂຕເລກນັກທ່ອງທ່ຽວຈະເພີ່ມຂຶ້ນສູງ

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍແຫຼ່ງທ່ອງທ່ຽວຢູ່ເມືອງຄໍາ ແຂວງຊຽງຂວາງຢຸດຊະງັກ ແລະປິດໃຫ້ບໍລິການເຮັດໃຫ້ໂຕເລກນັກທ່ອງທ່ຽວໃນໄລຍະ 2 ປີທີ່ຜ່ານມາເປັນສູນ; ນັບແຕ່ເດືອນ 1 ປີນີ້ມາກ່ອນການເປີດປະເທດມີພຽງນັກທ່ອງທ່ຽວພາຍໃນ ແຕ່ເມື່ອເລີ່ມເປີດປະເທດການທ່ອງທ່ຽວຢູ່ເມືອງຄໍາ ກັບມາຄຶກຄື້ນອີກຄັ້ງ, ໂດຍສະເພາະໃນໄລຍະງານຊຽງຂວາງເກມ ນີ້ນັກທ່ອງທ່ຽວໄດ້ເພີ່ມຂຶ້ນຫຼາຍ.

ທ່ານ ຄໍາໃບ ແສງຈັນເພັງ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ເມືອງຄຳ ໃຫ້ສໍາພາດເມື່ອວັນທີ 16 ທັນວາຜ່ານມາວ່າ: ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມຕາມສະຖານທີ່ຕ່າງໆໃນເມືອງຄໍາແມ່ນມີຫຼາຍກວ່າ 30.000 ຄົນຕໍ່ປີ. ໄລຍະທີ່ມີການແຜ່ລະບາດຂອງໂຄວິດ-19, ແຫຼ່ງສະຖານທີ່ທ່ອງທ່ຽວຕ່າງໆແມ່ນຢຸດຊະງັກ ແລະປິດໃຫ້ບໍລິການ ເຮັດໃຫ້ໂຕເລກນັກທ່ອງທ່ຽວໃນໄລຍະ 2 ປີທີ່ຜ່ານມາເປັນສູນ; ໃນໄລຍະເດືອນ 1 ປີນີ້ມາ ຮອດກ່ອນເປີດປະເທດນັກທ່ອງທ່ຽວທີ່ມາກໍແມ່ນນັກທ່ອງທ່ຽວພາຍໃນແຕ່ເມື່ອມີການເປີດປະເທດຢ່າງເປັນທາງການ, ສະເພາະການທ່ອງທ່ຽວໃນເມືອງຄຳແມ່ນເລີ່ມຄຶກຄື້ນຂຶ້ນສະເລ່ຍຈໍານວນນັກທ່ອງທ່ຽວ ນັບແຕ່ເດືອນ 1-11 ມີປະມານ 28.000 ກວ່າຄົນ. ເຖິງຢ່າງໃດກໍຕາມ, ການທ່ອງທ່ຽວ ກໍຍັງມີລັກສະນະກ້າວກະໂດດໂດຍສະເພາະໃນໄລຍະທີ່ມີການແຂ່ງຂັນກິລາ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ນັກທ່ອງທ່ຽວໄດ້ເພີ່ມຂຶ້ນຫຼາຍ ແລະ ຄາດວ່າຈະມີຈໍານວນເພີ່ມສູງຂຶ້ນອີກໃນທ້າຍເດືອນທັນວານີ້.

ທ່ານຮອງຫົວໜ້າຫ້ອງການ ຖວທ ເມືອງຄໍາ ຍັງໄດ້ກ່າວວ່າ: ອໍານາດການປົກຄອງເມືອງ ໄດ້ກຳນົດເອົາການທ່ອງທ່ຽວຢູ່ເມືອງຄຳຕິດພັນກັບທໍາມະຊາດ ແລະ ປະຫວັດສາດ ລວມທັງແຫລ່ງທ່ອງທ່ຽວທີ່ເປີດຢ່າງເປັນທາງການກໍມີຫຼາຍເຊັ່ນ: ຖໍ້າປິວ, ບໍ່ນໍ້າອຸ່ນທີ1 ທີ່ຕັ້ງຢູ່ບ້ານນໍ້າຮົ່ມ ຊຶ່ງເປັນບໍ່ນໍ້າທີ່ໃຫຍ່ກວ່າໝູ່, ບໍ່ນໍ້າອຸ່ນທີ 2 ທີ່ບ້ານຊາງ, ບໍ່ນໍ້າອຸ່ນທີ 3 ທີ່ບ້ານພູເມືອງ ແລະໄຫຫີນທີ່ອົງການ UNESCO ຮັບຮອງຂຶ້ນເປັນມໍລະດົກໂລກ ໃນນັ້ນມີໄຫຫີນທີ 23 ທີ່ບ້ານນໍ້າຮົ່ມ (ຈໍານວນ27 ໜ່ວຍ) ແລະ ໄຫຫີນ 42 ທີ່ພູຊ້າງ ບ້ານຊາງ ທີ່ມີລະດັບຄວາມສູງຈາກໜ້ານໍ້າທະເລ 1.200 ກວ່າແມັດ (ຈໍານວນ 100 ກວ່າໜ່ວຍ). ນອກນີ້, ກໍຍັງມີອີກຫຼາຍແຫ່ງ ທີ່ຍັງບໍ່ທັນເປີດໃຫ້ບໍລິການຢ່າງເປັນທາງການ ເຊັ່ນ: ຖໍ້າ ແລະ ນໍ້າຕົກຕາດແຫ່ງຕ່າງໆ ເນື່ອງຈາກຍັງຢູ່ໃນຂັ້ນຕອນການສໍາຫຼວດ, ຄົ້ນຄວ້າ ແລະກະກຽມດ້ານເອກະສານ.ສະເພາະສະຖານທີ່ທ່ອງທ່ຽວທາງປະຫວັດສາດຖໍ້າປິວແມ່ນຂຶ້ນກັບການຄຸ້ມຄອງຂອງລັດຖະບານລາວໂດຍກົງແຕ່ເປີດໃຫ້ປະຊາຊົນມີສ່ວນຮ່ວມບໍ່ວ່າຈະເປັນການເຝົ້າຍາມຕະຫຼອດ 24 ຊົ່ວໂມງ, ຮ້ານອາຫານ,ການໃຫ້ບໍລິການຕ່າງໆ ລວມໄປເຖິງການມີສ່ວນຮ່ວມໃນເລື່ອງການປົກປັກຮັກສາທໍາມະຊາດບໍລິເວນອ້ອມຮອບຖໍ້າ ໄປຈົນເຖິງເຂດແດນທີ່ຕິດຈອດກັບທີ່ດິນຂອງພໍ່ແມ່ປະຊາຊົນ.

ໃນຕອນທ້າຍ, ທ່ານ ຄໍາໃບ ແສງຈັນເພັງ ກໍໄດ້ຂໍເຊີນຊວນພີ່ນ້ອງປະຊາຊົນລາວ ແລະຊາວຕ່າງຊາດເຂົ້າມາທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆຂອງເມືອງຄໍາກໍຄືເມືອງອື່ນໆຂອງແຂວງຊຽງຂວາງ ເພື່ອຟື້ນຟູ, ຊຸກຍູ້ ແລະສົ່ງເສີມການທ່ອງທ່ຽວລາວພ້ອມທັງໃຫ້ມີການອະນຸລັກ ແລະພັດທະນາໄປພ້ອມໆກັນ.

ທ່ອງທ່ຽວ: ບຸນນິກ ມະນີ