ຮອງປະທານສະຫະພັນລົດຖີບແຫ່ງຊາດຊີ້ແຈງ ໄຂຂໍ້ຂ້ອງໃຈເລື່ອງ drama ທີ່ເປັນປະເດັນໃນງານ ຊຽງຂວາງເກມ

ທ່ານ ສຸກສາຄອນ ໃສທິທາດ ຮອງປະທານສະຫະພັນລົດຖີບແຫ່ງຊາດ ແລະປະທານສະຫະພັນລົດຖີບ ນະຄອນຫລວງກ່ອນອື່ນຂ້າພະເຈົ້າຂໍຊີ້ແຈງ ແລະໄຂຂໍ້ຂ້ອງໃຈ ເລື່ອງ drama ທີ່ເປັນປະເດັນໃນງານ ຊຽງຂວາງເກມ ຄັ້ງທີ 11 ເລື່ອງມີຢູ່ວ່າ ການແຂ່ງຂັນລົດຖີບ ເພດຍິງລຸ້ນບຸກຄົນຍິງ ລົດກ໋ວກລຸ້ນ 80 ກິໂລແມັດ ໄດ້ມີການແຂ່ງຊິງເຂົ້າເສັ້ນໄຊລະຫວ່າງ ຄຳມ່ວນ ແລະນະຄອນຫລວງ ໃນວິດີໂອຂ້າພະເຈົ້າໄດ້ຖາມຊ່ຽວຊານກຳມະການ UCi ຫນື່ງດຽວຂອງລາວ ຊື່ Villy.

ພວກເຮົາໄດ້ຕັ້ງຂໍ້ສັງເກດດັ່ງນີ້.

1. ເວລາ spin ເຂົ້າເສັ້ນໄຊ ຖ້າໃຫ້ທຸກຄົນ ເບິ່ງວິດີໂອຄືນສາມຮອບ ຂໍໃຫ້ທ່ານສັງເກດເບິ່ງໄຫລ່ຂອງນັກກິລາລົດຖີບຄຳມ່ວນ ເສື້ອເຫລືອງຕາມວິດີໂອໄດ້ເບັດມາໃສ່ນະຄອນຫລວງ ເຊັ່ສດຽວກັນພາໃຫ້ເກີດອຸບັດເຫດເຊິ່ງມັນກໍເປັນເຫດສຸດວິໃສເຊິ່ງບໍ່ມີໃຜຢາກໃຫ້ເກີດບໍ່ແມ່ນເຈດຕະນາຂອງນັກກິລາຢາກໃຫ້ລົ້ມ.

2. ອີງໃສ່ກາຕິການການແຂ່ງຂັນລົງວັນທີ 20 ພະຈິກ 2022 ມາດຕາ 01 ຂໍ້ 01.2 ໄດ້ລະບຸໄວ້ວ່າການແຂ່ງຂັນແມ່ນອີງໃສ່ກົດລະບຽບຂອງ UCI ວາງອອກ.(ໄດ້ຕິດຂັດເອກະສານມາພ້ອມນີ້.

3. ອີງໃສ່ຂໍ້ 4.5 ຂອງກົດລະບຽບຂອງ uci ໄດ້ລະບຸໄວ້ວ່າ ຜູ້ຂັບຂີ່ຕ້ອງເຂົ້າເສັ້ນໄຊດ້ວຍຕົນເອງຫ້າມບໍໃຫ້ມີການຊ່ວຍເຫລືອໃດໃດຈາກບຸກຄົນອື່ນໄດ້ຕິດຂັດເອກະສານມາພ້ອມນີ້ ພາກສັງເກດຕີລາຄາຕາມກຳມະການ uci ແຕ່ກຳມະການຊຽງຂວາງບໍຮັບຮອງຄື.

1. ການ spin ເຂົ້າເສັ້ນໄຊແມ່ນອຸບັດຕິເຫດບໍແມ່ນເຈດຕະນາໂດຍສັງເກດໄຫລ່ຂອງຄຳມ່ວນເອງກໍເບັດເຂົ້າມາຫານະຄອນຫລວງເຊັ່ນດຽວກັນຖ້າຫາກວ່າຈັບຟາວ ນະຄອນຫລວງຜູ້ທີ່ 1 ຄຳມ່ວນກໍ່ຖືກຕັດຟາວເຊັ່ນດຽວກັນ ຕາມກົດ uci ຂໍ້ 4.5
2.ຖ້າເຫດເປັນອຸບັດຕິເຫດແທ້ຂໍ້ສະຫລຸບແມ່ນນ້ອງຕຸກຕາ ຈາກນະຄອນຫລວງຕ້ອງໄດ້ທີ່ 1 ນ້ອງຫນູນາ ຕ້ອງໄດ້ທີ 2 ສ່ວນຖືກ 3 ຄຳມ່ວນຕ້ອງຖືກຕັດຟາວເນື່ອງຈາກມີບຸກຄົນທີ 3 ອຸ້ມເຂົ້າເສັ້ນໄຊຕາມກະຕິກາ.
3.ຖ້າເອົາຟາວທັງສອງຈາກກົດ uci ແມ່ນນ້ອງຫນູນາ ນະຄອນຫລວງ ຕ້ອງໄດ້ທີ 1 ແຂວງບໍ່ແກ້ວຕ້ອງໄດ້ທີສອງ ແລະແຂວງວຽງຈັນທີ 3 ແຕ່ກຳມະການພັດຕັດສິນ ໃຫ້ຄຳມ່ວນ ແລະນະຄອນຫລວງ ແຂ່ງກັນໃຫມ່ 4.000ແມັດ ອ້າງວ່າເຫັນໃຈຄຳມ່ວນ ແລະຖືກບັງຄັບຈາກກຳມະການເຕັກນິກໃຫ້ຍອມຮັບຄຳຕັດສິນດັ່ງກ່າວ.

ສຳລັບຂ້າພະເຈົ້າເອງໃນນາມປະທານສະຫະພັນລົດຖີບນະຄອນຫລວງທີ່ນຳພານັກກິລາມາເເຂ່ງຂັນກໍຮູ້ສືກເສຍໃຈກັບການຕັດສິນໃຈດັ່ງກ່າວເຫັນວ່າບໍສອດຄ່ອງຕາມກົດລະບຽບເພື່ອສ້າງຄວາມສຸກໃຫ້ປະຊາຊົນແຂວງຄຳມ່ວນກໍ່ຄືປະຊາຊົນລາວຍາມໃດກໍມີຄວາມສາມັກຄີຮັກຫໍ່ກັນແຕ່ດືກດຳບັນເພື່ອໃຫ້ສ້າງຄວາມແຕກແຍກທາງສອງຝ່າຍ ທາງສະຫະພັນລົດຖີບນະຄອນຫລວງ ຈິ່ງໄດ້ຕັດສິນໃຈບໍ່ຂໍເຂົ້າແຂ່ງຂັນ 4000 ແມັດ ຕາມການຕັດສິນໃຈຂອງຄະນະກຳມະການຊຽງຂວາງເກມຫມາຍຄວາມວ່າຈະມອບຫລຽນຄຳ ໃຫ້ຄຳມ່ວນເລີຍເພື່ອໃຫ້ທຸກຄົນມີຄວາມສຸກ ແລະບໍມີຄວາມແຕກແຍກກັນເອະກະສານຫລັກຖານແມ່ນຢູ່ກ້ອງຄອມເມັ້ນໄຫ້ໄປອ່ານເອົາ.

ສ່ວນໂຕຂ້າພະເຈົ້າຂໍລາອອກຈາກຮອງປະທານສະຫະພັນລົດຖີບ ແຫ່ງຊາດ ແລະປະທານສະຫະພັນລົດຖີບນະຄອນຫລວງທີ່ນຳພານັກກິລາມາບໍໄດ້ຕາມເປົ້າຫມາຍ ປ່ອຍໂອກາດໃຫ້ຄົນອື່ນທີ່ດີກ່ອນມາພັດທະນາການກິລາຂອງປະເທດລາວຮຽນມາດ້ວຍຄວາມນັບຖືເປັນຢ່າງສູງ.

ແນວໃດກໍ່ຕາມສຳລັບການແຂ່ງຂັນຄັ້ງນີ້ທາງສະຫະພັນລົດຖີບນະຄອງຫຼວງວຽງຈັນແມ່ນເພິ່ນສະຫຼຽນໃຫ້ທາງແຂວງຄຳມ່ວນ.