ເຈົ້າພາບຄອງອັນດັບ 1 ກິລາຢູໂດ ຊຽງຂວາງເກມ

ທັບນັກກິລາຢູໂດ ແຂວງຊຽງຂວາງ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ກວາດມາໄດ້ເຖິງ 4 ຫຼຽນຄຳ, 6 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 17 ຫຼຽນ ເປັນອັນດັບທີ 1 ຂອງຕາຕະລາງສະຫຼຸບຫຼຽນ ການແຂ່ງຂັນກິລາຢູໂດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ. ຂະນະທີ່ກະຊວງປ້ອງກັນປະເທດ ຍາດໄດ້ 4 ຫຼຽນຄໍາ, 2 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 9 ຫຼຽນ ເປັນອັນດັບທີ 2.

ການແຂ່ງຂັນກິລາຢູໂດ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໄດ້ດໍາເນີນການແຂ່ງຂັນລະຫວ່າງ 16-19 ທັນວາ 2022 ທີ່ສະໂມສອນໂຮງຮຽນ ມສ ພອນສະຫວັນ ເມືອງແປກ ແຂວງຊຽງຂວາງ, ຊຶ່ງມາຮອດຕອນບ່າຍຂອງວັນທີ 19 ທັນວາ 2022 ການແຂ່ງຂັນໄດ້ສິ້ນສຸດລົງເປັນທາງການ ແລະ ໄດ້ມີພິທີມອບຫຼຽນລາງວັນໃຫ້ແກ່ນັກກິລາ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຂອງ ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງຊຽງຂວາງ, ທ່ານ ວົງເພັດ ມັງທະພອນ ປະທານສະຫະພັນກິລາຢູໂດແຂວງຊຽງຂວາງ, ມີຄະນະຮັບຜິດຊອບຈັດການແຂ່ງຂັນທີ່ມາຈາກຂັ້ນສູນກາງ, ຂັ້ນແຂວງ ພ້ອມດ້ວຍນັກກິລາແຕ່ລະພາກສ່ວນ ແລະ ແຂກທີ່ຖືກເຊີນຢ່າງພ້ອມພຽງ.

ການແຂ່ງຂັນກິລາຢູໂດ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ, ມີນັກກິລາທັງໝົດຈາກ 7 ພາກສ່ວນເຂົ້າຮ່ວມຄື: ແຂວງຊຽງຂວາງ ເຈົ້າພາບ, ກະຊວງປ້ອງກັນຊາດ, ແຂວງຄໍາມ່ວນ, ແຂວງອັດຕະປື, ແຂວງສະຫວັນນະເຂດ, ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ. ຜ່ານການແຂ່ງຂັນຕະຫຼອດ 4 ວັນ ຜົນປາກົດວ່າ: ຊຽງຂວາງ ເຈົ້າພາບ ຍາດມາໄດ້ເຖິງ 4 ຫຼຽນຄໍາ, 6 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 17 ຫຼຽນ ເປັນອັນດັບທີ 1 ຂອງຕາຕະລາງ. ສ່ວນກະຊວງປ້ອງກັນປະເທດ ຍາດໄດ້ 4 ຫຼຽນຄໍາ, 2 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 9 ຫຼຽນ; ອັນດັບທີ 3 ແຂວງຄໍາມ່ວນ ຍາດໄດ້ 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 9 ຫຼຽນ; ອັນດັບທີ 4 ແຂວງອັດຕະປື ຍາດໄດ້ 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 6 ຫຼຽນ; ອັນດັບທີ 5 ແຂວງສະຫວັນນະເຂດ ຍາດໄດ້ 2 ຫຼຽນຄໍາ, 4 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 11 ຫຼຽນ; ອັນດັບທີ 6 ນະຄອນຫຼວງວຽງຈັນ ຍາດໄດ້ 2 ຫຼຽນຄໍາ, 3 ຫຼຽນທອງ ແລະ 7 ຫຼຽນເງິນ ລວມ 12 ຫຼຽນ; ອັນດັບທີ 7 ແຂວງວຽງຈັນ ຍາດໄດ້ 1 ຫຼຽນຄໍາ ແລະ 4 ຫຼຽນທອງ ລວມ 5 ຫຼຽນ.

ຂ່າວໂດຍ: ບຸນນິກ