ລູກຄ້າມາໃຊ້ບໍລິການ ຮ້ານລາບແຊບຊຽງຂວາງ ເພີ່ມຂຶ້ນ 50% ໄລຍະເປີດມະຫະກຳກິລາແຫ່ງຊາດ

ປັດຈຸບັນຫລາຍໆຮ້ານຢູ່ແຂວງຊຽງຂວາງຖືວ່າມີບັນຍາກາດຄຶກຄື້ນ, ມວນຊົນຫລາຍພາກສ່ວນໃນຂອບເຂດທົ່ວປະເທດເຂົ້າມາໃຊ້ບໍລິການໄລຍະເປີດມະຫະກຳກິລາແຫ່ງຊາດ. ໃນນັ້ນ, ຮ້ານລາບແຊບຊຽງຂວາງ ເຊິ່ງເປັນຮ້ານອາຫານຕາມສັ່ງ, ມີອາຫານ ແລະເຄື່ອງດື່ມຫລາຍຊະນິດ, ຫລາຍປະເພດກໍມີລູກຄ້າເຂົ້າມາໃຊ້ບໍລິການເພີ່ມຂຶ້ນ 50% ຈາກວັນປົກກະຕິ.

ທ່ານ ສິງຄຳ ຄຳສະຫວັນ ເຈົ້າຂອງຮ້ານລາບແຊບຊຽງຂວາງ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນນີ້ວ່າ: ຮ້ານລາບແຊບຊຽງຂວາງເປັນຮ້ານອາຫານຕາມສັ່ງ, ມີອາຫານ ແລະເຄື່ອງດື່ມຫລາຍປະເພດເພື່ອບໍລິການແກ່ລູກຄ້າພາຍໃນແຂວງ ແລະມວນຊົນທົ່ວໄປທີ່ເຂົ້າມາແຂວງຊຽງຂວາງ ໃນໂອກາດມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໂດຍສະເພາະອາຫານທີ່ເປັນເອກະລັກຂອງແຂວງ ແລະອາຫານພື້ນເມືອງລາວເປັນຕົ້ນລາບແຊບຊຽງຂວາງ (ລາບຂົມ, ກ້ອຍຂົມ ຫລືແຊ່ເພ້ຍ) ໂດຍໄດ້ຄັດເອົາວັດຖຸດິບກໍຄືຊີ້ນງົວສົດທີ່ສັ່ງຈາກໂຮງງານໂດຍກົງ. ພ້ອມນັ້ນ, ຍັງມີອາຫານທີ່ເປັນເອກະລັກຂອງທ້ອງຖິ່ນເຊັ່ນ: ເຂົ້າໄກ່ນ້ອຍ, ປີ້ງຊີ້ນທູບ, ປີ້ງຊີ້ນນໍ້າຕົກ, ປີ້ງ-ທອດ ນົກແອ່ນຕຸ້ງ, ລາບປາ, ກ້ອຍປາ, ປີ້ງ-ທອດປາແດດດ່ຽວ, ແຈ່ວບອງໃສ່ໜໍ່ໄມ້ສົ້ມ ແລະອື່ນໆ.

ນອກນັ້ນ, ຍັງມີອາຫານຕາມສັ່ງອີກຫລາຍລາຍການ ເຊັ່ນ: ເຂົ້າປຽກເສັ້ນ, ເຝີ ແລະປະເພດຕຳຕ່າງໆ ເຊິ່ງທຸກຂັ້ນຕອນການເຮັດອາຫານແມ່ນເນັ້ນຄວາມສະອາດເປັນຫລັກ, ບໍລິການດີ ແລະໃສ່ໃຈລູກຄ້າທຸກລາຍລະອຽດໂດຍເລີ່ມເປີດໃຫ້ບໍລິການແຕ່ 06:00 ໂມງ ເປັນຕົ້ນໄປ, ຮ້ານຕັ້ງຢູ່ບ້ານໂພນທອງ ເມືອງແປກ, ຢູ່ແຄມທາງສາຍຫລັກລະຫວ່າງທາງໄປຕະຫລາດນໍ້າຫງໍາ ແລະທາງໄປແຫລ່ງທ່ອງທ່ຽວທົ່ງໄຫຫີນ.