ນະຄອນຫຼວງຍິງຈຸດໂທດດັບຝັນ ເຈົ້າພາບ 3-1 ຄວ້າຫຼຽນຄຳ ເຕະບານຍິງກິລາແຫ່ງຊາດ ສະໄໝທີ 6 ໄປຄອງ

ທັບນັກເຕະສາວນະຄອນຫຼວງວຽງຈັນ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນສົມລາຄາແຊ໋ມເກົ່າ 5 ສະໄໝ ພາຍຫຼັງໃນນັດຊີງຊະນະເລີດສາມາດຍິງຈຸດໂທດດັບຝັນ ແຂວງຊຽງຂວາງ ເຈົ້າພາບ 3-1 ປະຕູ ຫຼັງໃນເວລາ 120 ນາທີ ຍັງສະເໝີກັນ 0-0 ຄວ້າຫຼຽນຄຳ ການແຂ່ງຂັນເຕະບານຍິງງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແລະເປັນແຊ໋ມຫຼຽນຄຳ ກິລາແຫ່ງຊາດ ສະໄໝທີ 6 ອີກດ້ວຍ.

ການແຂ່ງຂັນເຕະບານຍິງ ຮອບຊີງຊະນະເລີດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບໄດ້ມີຂຶ້ນໃນຕອນແລງວັນທີ 20 ທັນວາ 2022 ທີ່ສະໜາມກິລາໄຊຊະນະ ເມືອງແປກ ແຂວງຊຽງຂວາງ, ເປັນການພົບກັນລະຫວ່າງ ແຂວງຊຽງຂວາງ ເຈົ້າພາບ ແລະ ນະຄອນຫຼວງວຽງຈັນ ດີກຣີແຊ໋ມກິລາເຕະບານຍິງ ງານມະຫະກຳກິລາແຫ່ງຊາດ 5 ສະໄໝ. ຜ່ານການແຂ່ງຂັນຜົນປະກົດ ທັງສອງທີມຫຼິ້ນກັນໄດ້ຢ່າງສູສີ ສູ້ກັນຈົນຈົບ 120 ນາທີ ຍັງບໍ່ສາມາດຕັດສິນແຊ໋ມໄດ້ສະເໝີກັນ 0-0 ຕ້ອງໄດ້ຍິງຈຸດໂທດຕັດສິນຫາຜູ້ຊະນະເລີດ ຜົນການຍິງຈຸດໂທດປະກົດວ່າ ກາຍເປັນທັບນັກເຕະສາວນະຄອນຫຼວງວຽງຈັນ ທີ່ຍິງໄດ້ແມ້ນກວ່າ ເອົາຊະນະສາວເຕະແຂວງຊຽງຂວາງເຈົ້າພາບ ໄປໄດ້ 3-1 ປະຕູ ຄວ້າແຊ໋ມໄປຄອງໄດ້ສຳເລັດ ແລະຍັງເປັນແຊ໋ມກິລາເຕະບານຍິງງານມະຫະກຳກິລາແຫ່ງຊາດ ສະໄໝທີ 6 ອີກດ້ວຍ. ສ່ວນເຈົ້າພາບ ໄດ້ຫຼຽນເງິນໄປຄອງ ແລະຫຼຽນທອງ ຕົກເປັນຂອງແຂວງຫຼວງພະບາງ.

ສຳລັບການແຂ່ງຂັນເຕະບານຍິງງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແຂ່ງຂັນລະຫວ່າງວັນທີ 11-20 ທັນວາ 2022 ໂດຍມີ 4 ພາກສ່ວນເຂົ້າຮ່ວມຊີງໄຊ ປະກອບມີ ແຂວງຊຽງຂວາງ ເຈົ້າພາບ, ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະແຂວງຈຳປາສັກຊຶ່ງຮູບແບບການແຂ່ງຂັນແມ່ນແຂ່ງພົບກັນໝົດຄັດເອົາອັນດັບທີ 1-2 ຜ່ານເຂົ້າສູ່ຮອບຊີງຫຼຽນຄຳ ແລະອັນດັບທີ 3 ແມ່ນໄດ້ຫຼຽນທອງໄປຄອງເລີຍ.

ຂ່າວໂດຍ:ບຸນນິກ