ແຂວງຄໍາມ່ວນ ເປັນເຈົ້າຫລຽນຄໍາກິລາມວຍລາວໃນຊຽງຂວາງເກມ

ມວຍລາວ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງ ເກມ ແຂ່ງຂັນກັນຢູ່ສະໜາມກີລາສວນມອນ ບ້ານໂງຍ ເມືອງແປກ ເປັນເວລາ 5 ວັນ, ເລີ່ມແຕ່ວັນທີ 16-20 ທັນວານີ້, ມີນັກກິລາ 100 ກວ່າຄົນ ຈາກ 2 ກະຊວງ, 12 ແຂວງ ແລະ 1 ນະຄອນຫລວງ ເຂົ້າຮ່ວມແຂ່ງຂັນ, ມີຊີງໄຊທັງໝົດ 18 ຫລຽນຄໍາ, 18 ຫລຽນເງິນ ແລະ 36 ຫລຽນທອງ.

ຜ່ານການແຂ່ງຂັນ

- ອັນດັບທີ 1: ແຂວງ ຄໍາມ່ວນ 2 ຫຼຽນຄໍາ, 3 ຫຼຽນເງິນ, 5 ຫຼຽນທອງ, ລວມ 10 ຫຼຽນ.
- ອັນດັບທີ 2: ແຂວງ ຊຽງຂວາງ 2 ຫຼຽນຄໍາ, 3 ຫຼຽນເງິນ, 4 ຫຼຽນທອງ, ລວມ 9 ຫຼຽນ.
- ອັນດັບທີ 3: ແຂວງ ສາລະວັນ 2 ຫຼຽນຄໍາ, 2 ຫຼຽນທອງ, ລວມ 4 ຫຼຽນ
- ອັນດັບທີ 4: ນະຄອນຫຼວງວຽງຈັນ 2 ຫຼຽນຄໍາ, 1 ຫຼຽນເງິນ 5 ຫຼຽນທອງ, ລວມ 8 ຫຼຽນ.
- ອັນດັບທີ 5: ແຂວງ ໄຊສົມບູນ 2 ຫຼຽນຄໍາ, 1 ຫຼຽນເງິນ, 1 ຫຼຽນທອງ, ລວມ 4 ຫຼຽນ.
- ອັນດັບທີ 6: ແຂວງ ວຽງຈັນ 2 ຫຼຽນຄໍາ, ລວມ 2 ຫຼຽນ
- ອັນດັບທີ 7: ແຂວງ ຫຼວງພະບາງ 1 ຫຼຽນຄໍາ, 2 ຫຼຽນເງິນ, 5 ຫຼຽນທອງ, ລວມ 8 ຫຼຽນ.
- ອັນດັບທີ 8: ແຂວງ ເຊກອງ 1 ຫຼຽນຄໍາ, 2 ຫຼຽນເງິນ, 1 ຫຼຽນທອງ, ລວມ 4 ຫຼຽນ.
- ອັນດັບທີ 9: ແຂວງ ບໍລິຄຳໄຊ 1 ຫຼຽນຄໍາ, 1 ຫຼຽນເງິນ, 4 ຫຼຽນທອງ, ລວມ 6 ຫຼຽນ.
- ອັນດັບທີ 10: ແຂວງ ສະຫວັນນະເຂດ 1 ຫຼຽນຄໍາ, 1 ຫຼຽນເງິນ, 2 ຫຼຽນທອງ, ລວມ 4 ຫຼຽນ
- ອັນດັບທີ 11: ກະຊວງ ປ້ອງກັນຄວາມສະຫງົບ 1 ຫຼຽນຄໍາ, 2 ຫຼຽນທອງ, ລວມ 3 ຫຼຽນ.
- ອັນດັບທີ 12: ກະຊວງປ້ອງກັນປະເທດ 1 ຫຼຽນຄໍາ, 1 ຫຼຽນທອງ, ລວມ 2 ຫຼຽນ
- ອັນດັບທີ 13: ແຂວງ ຈໍາປາສັກ 2 ຫຼຽນເງິນ, 2 ຫຼຽນທອງ, ລວມ 4 ຫຼຽນ
- ອັນດັບທີ 14: ແຂວງ ໄຊຍະບູລີ 3 ຫຼຽນທອງ, ລວມ 3 ຫຼຽນ.
- ອັນດັບທີ 15: ແຂວງ ບໍ່ແກ້ວ 1 ຫຼຽນທອງ, ລວມ 1 ຫຼຽນ.

ຂ່າວ:ບຸນນິກ