ນະຄອນຫຼວງຄອງເຈົ້າຫຼຽນຄຳ ດອກປີກໄກ່ຊຽງຂວາງເກມ

ນະຄອນຫຼວງວຽງຈັນ ສາມາດຍາດໄດ້ 3 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ ເປັນອັນດັບ 1 ໃນການແຂ່ງຂັນກິລາດອກປີກໄກ່ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ.

ການແຂ່ງຂັນກິລາດອກປີກໄກ່ງານກິລາຊຽງຂວາງເກມ ໄດ້ປິດສາກລົງໃນວັນທີ 21 ທັນວາ 2022 ທີ່ສະໂມສອນກິລາໃນຮົ່ມໄຊຊະນະ ເມືອງແປກ ແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມ ແລະມອບຫຼຽນລາງວັນໂດຍ ທ່ານນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວພ້ອມດ້ວຍບັນດາຄະນະນຳຂັ້ນແຂວງ, ບັນດາພາກສ່ວນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍ ແລະສື່ມວນຊົນເຂົ້າຮ່ວມ.

ການແຂ່ງຂັນກິລາດອກປີກໄກ່ ຊຽງຂວາງເກມ ປີນີ້ແຂ່ງຂັນລະຫວ່າງວັນທີ 16-21 ທັນວາ 2022 ມີການຊີງໄຊທັງໝົດ 7 ຫຼຽນຄຳ, 7 ຫຼຽນເງິນ ແລະ 12 ຫຼຽນທອງ ມີນັກກິລາຈາກນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ກະຊວງຊວງພະລັງງານ ແລະ ບໍ່ແຮ່, ແຂວງວຽງຈັນ, ແຂວງໄຊຍະບູລີ ແລະເຈົ້າພາບ ແຂວງຊຽງຂວາງ. ສຳລັບຜົນການແຂ່ງຂັນປະກົດວ່ານັກກິລາຈາກນະຄອນຫຼວງວຽງຈັນ ສາມາດຍາດມາໄດ້ 3 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ ຊຶ່ງຫຼຽນຄຳ ໄດ້ມາຈາກ ປະເພດຄູ່ຊາຍ ພັນທະລັງ ອຸໄທທານີ ແລະ ນາມບຸນ ຫຼວງອາມາດ, ປະເພດຄູ່ຍິງ ທິດາຈັນ ສີປະເສີດ ແລະ ພຸດສະຫວັນ ດາວປະສິດ ແລະ ປະເພດຄູ່ປະສົມ ທ້າວ ພັນທະລັງ ອຸໄທທານີ ແລະ ນາງ ທິດາຈັນ ສີປະເສີດ. ສ່ວນຫຼຽນເງິນ ໄດ້ມາຈາກຄູ່ປະສົມ, ທີມຊາຍ ແລະ ທີມຍິງ ແລະຫຼຽນທອງ ໄດ້ມາຈາກດ່ຽວຍິງ. ສະຫຼຸບການແຂ່ງຂັນ ນະຄອນຫຼວງວຽງຈັນ ເປັນອັນດັບ 1 ຂອງຕາຕະລາງແຂ່ງຂັນ, ອັນດັບ 2 ກະຊວງພະລັງງານ ແລະບໍ່ແຮ່ ຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ, ອັນດັບທີ 3 ແຂວງຄຳມ່ວນ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 2 ຫຼຽນທອງ, ອັນດັບທີ 4 ແຂວງສະຫວັນນະເຂດ ຍາດໄດ້ 1 ຫຼຽນເງິນ, ແຂວງວຽງຈັນ 3 ຫຼຽນທອງ, ອັນດັບທີ 5 ຮ່ວມ ແຂວງຊຽງຂວາງ ແລະແຂວງໄຊຍະບຸລີ ຍາດໄດ້ແຂວງລະ 1 ຫຼຽນທອງ.

ຂ່າວໂດຍ: ບຸນນິກ