ປະຊາຊົນເຜົ່າມົ້ງ ນະຄອນຫຼວງພະບາງ ສະເຫຼີມສະຫຼອງບຸນກີນຈຽງ ຫຼືບຸນນໍເປເຈົ່າ ປະຈຳປີ 2022

ບູນປະເພນີກີນຈຽງ ຫຼືບຸນນໍ່ເປ້ເຈົ່າ ປະຈຳປີ 2022 ຂອງປະຊາຊົນເຜົ່າມົ້ງ ນະຄອນຫຼວງພະບາງ ໄດ້ຈັດຂື້ນໃນຫວ່າງບໍ່ດົນຜ່ານມານີ້ຢູ່ບ້ານວັງເງີນມີທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍການນຳຂອງແຂວງ, ນະຄອນ, ແຂກຮັບເຊີນ, ເຈົ້າກົກເຈົ້າເລົ່າ ແລະປະຊາຊົນບັນດາເຜົ່າເຂົ້າຮ່ວມ. ພິທີ ທ່ານ ໄຊຊົວລື ເຮີ ປະທານສະມາຄົມຊ່ວຍເຫຼືອເຊີ່ງກັນ ແລະກັນຂອງເຜົ່າມົ້ງຕາງໜ້າໃຫ້ຄະນະຈັດງານບູນໄດ້ກ່າວຂື້ນກ່າວເປີດງານຢ່າງເປັນທາງການທ່ານກ່າວວ່າ: ການຈັດງານບຸນປະເພນີກິນຈຽງ (ນໍ່ເປເຈົ່າ) ຂອງເຜົ່າມົ້ງ ເປັນປະເພນີສືບທອດກັນມາຫຼາຍເຊັ່ນຄົນ, ພໍເຖິງເດືອນຈຽງ ຂອງທຸກໆປີ ພີ່ນ້ອງປະຊາຊົນຊາວເຜົ່າມົ້ງ ໄດ້ພ້ອມກັນມາເຕົ້າໂຮມກັນ ເພື່ອສະເຫຼີມສະຫຼອງ ເປັນການສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ແລະສ້າງຂະບວນ ການ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ທັງຮັກສາໄດ້ມູນເຊື້ອອັນດີງາມຂອງຊາດ,ຂອງເຜົ່າທັງເປັນການເຄົາລົບບັນພະບູລຸດພໍ່ແມ່,ເຖົ້າແກ່ອາວຸໂສ,ຜູ້ຊົງຄຸນ ວຸດທິ, ຊິງຊາວຂອງຕະກຸນ ແລະພົບປະສ້າງສັນ, ອວຍພອນໃຫ້ບັນດາລູກຫຼານໃຫ້ມີຄວາມສຸກກາຍສະບາຍໃຈ, ມີໂຊກມີໄຊ, ອີກດ້ານໜຶ່ງ ເປັນການເອກອ້າງຜົນຜະລິດເຄື່ອງປູກຂອງຝັງ, ການຜະລິດເຄື່ອງຫັດຖະກໍາ, ສີໄມ້ລາຍມື, ການຫຍິບປັກຖັກແຊວຂອງຊາວເຜົ່າມົ້ງ, ການສະ ແດງສິລະປະວັນນະຄະດີ, ກິລາ ແລະສິລະປະຢຸດ ໃນການປ້ອງກັນຕົວ ທີ່ເປັນເອກະລັກສະເພາະຂອງເຜົ່າ ໃຫ້ຄົງຄຸນຄ່າຕະຫຼອດໄປ. ໂອກາດນີ້ ທ່ານ ສຸກັນ ບຸນຍົງ ໄດ້ມີຄຳເຫັນຊົມເຊີຍຜົນສຳເລັດ ແລະຄວາມສາມັກຄີຂອງປະຊາຊົນເຜົ່າມົ້ງ ທີ່ໄດ້ປະກອບສ່ວນເຮັດໃຫ້ແຂວງຫຼວງພະບາງມີການພັດທະນາຕາມທິດທາງ ແລະແຜນການທີ່ກຳນົດ, ພ້ອມທັງຮຽກຮ້ອງໃຫ້ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມໃຫ້ຍືນຍົງ ະກອບສ່ວນສຳຄັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂື້ນ ແລະທຸກທ້ອງຖີ່ນໄດ້ຮັບການພັດທະນາ.

ພາຍຫຼັງສຳເລັດການເປີດພິທີທາງການບັນດາການນຳຂອງແຂວງ-ນະຄອນ ຫຼວງພະບາງ ແລະແຂກຮັບເຊີນ ໄດ້ຮ່ວມກັນໂຍນໝາກຄອນຮ່ວມກັບປະຊາຊົນເຜົ່າມົ້ງ ຕາມຮີດຄອງປະເພນີ.