ທຸງເຈົ້າພາບ ງານກິລາແຫ່ງຊາດ ຄັ້ງທີ 12 ເດີນທາງຮອດນະຄອນຫຼວງວຽງຈັນຮຽບຮ້ອຍແລ້ວ

ທຸງກິລາ ເຈົ້າພາບງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ແລະ ທັບນັກກິລາ ນະຄອນຫຼວງວຽງຈັນ ຮອງເຈົ້າຫຼຽນຄຳ ຊຽງຂວາງເກມ ເດີນທາງຮອດນະຄອນຫຼວງວຽງຈັນ ເມືອງເອກຂອງ ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວນຳໂດຍທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະກິລາ ນະຄອນຫຼວງວຽງຈັນ ຊຶ່ງຖືກຕ້ອນຮັບຈາກຄະນະນຳນະຄອນຫຼວງ ກໍຄືມວນຊົນຊາວ ນະຄອນຫຼວງວຽງຈັນຢ່າງອົບອຸ່ນ ແລະສົມກຽດ.

ພິທີຕ້ອນຮັບທັບນັກກິລາ ນະຄອນຫຼວງວຽງຈັນ ຈັດຂຶ້ນ ໃນຕອນແລງວັນທີ 23 ທັນວາ 2022 ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ພູໂຄງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ, ບັນດາການນຳຂັ້ນເມືອງ, ມວນຊົນ, ນ້ອງນ້ອຍເຍົາວະຊົນ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ສົມພອນ ສອນດາລາ ໄດ້ລາຍງານສະພາບການເຂົ້າຮ່ວມການແຂ່ງຂັນຂອງຄະນະນຳ ແລະນັກກິລານະຄອນຫຼວງວຽງຈັນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບລະຫວ່າງວັນທີ 13-22 ທັນວາ 2022 ໃຫ້ຮູ້ວ່າ: ຕະຫຼອດໄລຍະການເຂົ້າຮ່ວມແຂ່ງຂັນງານກິລາ ຊຽງຂວາງ ເກມ ທາງຄະນະນຳ-ນັກກິລາ ໄດ້ເອົາໃຈໃສ່ເປັນເຈົ້າການໃນໄລຍະການຝຶກຊ້ອມ ແລະ ຮ່ວມແຂ່ງຂັນກິລາແຕ່ລະປະເພດຢ່າງຕັ້ງໜ້າສາມາດຊີງໄຊມາໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ97 ຫຼຽນທອງ ລວມທັງໝດ 206 ຫຼຽນ ເປັນອັນດັບທີ 2 ຮອງຈາກເຈົ້າພາບ ແຂວງຊຽງຂວາງ ທີ່ສາມາດຍາດໄດ້ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມທັງ 217 ຫຼຽນ.

ໃນໂອກາດດັ່ງກ່າວ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຄະນະນຳ-ນັກກິລານະຄອນຫຼວງວຽງຈັນ ຍາດມາໄດ້ບໍ່ວ່າຈະເປັນຄະນະນຳ ກໍຄື ຄະນະຮັບຜິດຊອບແຕ່ລະສະຫະພັນກິລາ, ຄູຝຶກ ແລະນັກກິລາ ທີ່ໄດ້ອຸທິດສະຕິປັນຍາເຫື່ອແຮງນັບແຕ່ການຝຶກຊ້ອມ ແລະການກຽມພ້ອມດ້ານຕ່າງໆ ໃນການເຂົ້າຮ່ວມງານແຂ່ງຂັນກິລາດັ່ງກ່າວ ເຮັດໃຫ້ນະຄອນຫຼວງວຽງຈັນ ໄດ້ຮັບຜົນສຳເລັດເຖິງແມ່ນວ່າເຮົາຈະບໍ່ໄດ້ເປັນເຈົ້າຫຼຽນຄຳ ແຕ່ກໍໄດ້ທີ 2 ອັນເປັນຜົນງານທີ່ໜ້າເພິ່ງພໍໃຈຊຶ່ງເປັນເລື່ອງປົກກະຕິໃນເກມການແຂ່ງຂັນກິລາເທົ່ານີ້ກໍຖືວ່າປັນຜົນງານອັນຍິ່ງໃຫຍ່ແລ້ວ.

ຢ່າງໃດກໍຕາມ, ໃນຕໍ່ໜ້າຄືພວກເຮົາຮູ້ນຳກັນແລ້ວວ່າ ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ໃນປີ 2025 ນັ້ນ ພວກເຮົາຕ້ອງໄດ້ຕັ້ງເປົ້າໝາຍເປັນເຈົ້າຫຼຽນຄຳ. ດັ່ງນັ້ນ, ແຕ່ລະສະຫະພັນກິລາຕ້ອງໄດ້ເອົາໃຈໃສ່ໃນການວາງແຜນຝຶກຊ້ອມແຕ່ຫົວທີສະນັ້ນຂໍຮຽກຮ້ອງນັກກິລາເອົາໃຈໃສ່ໃນການປະກອບສ່ວນເຂົ້າຮ່ວມເປັນຄະນະນັກກິລານະຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ່ຝຶກຊ້ອມນັບແຕ່ນີ້ເປັນຕົ້ນໄປເພື່ອເຮັດໃຫ້ຄວາມຫວັງເປັນເຈົ້າຫຼຽນຄຳໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້.

ຂ່າວໂດຍ: ບຸນນນິກ ມະນີ