ນ້ຳເຜີ້ງຫວານ ເປັນຢາຖ້າກິນໃຫ້ຖືກວິທີ

ປະໂຫຍດຂອງນໍ້າເຜິ້ງບໍ່ໄດ້ມີດີພຽງແຕ່ບໍາ ລຸງຜີວ, ຊ່ວຍປິ່ນປົວສີວ ແລະບໍາລຸງຄວາມງາມແຕ່ ສັບພະຄຸນຂອງນໍ້າເຜິ້ງຍັງຊ່ວຍປິ່ນປົວພະຍາດໄດ້ ຫຼາຍຢ່າງ ຊຶ່ງມື້ນີ້ຈະພາໄປເບິ່ງວິທີໃຊ້ນ້ຳເຜີ້ງໃຫ້ຖືກວິທີຈະເປັນຢາດີດັ່ງນີ້.

  1. ໃຊ້ປິ່ນປົວບາດແຜ: ສາມາດຮັກສາໄດ້ທັງບາດ ແຜສົດ ແລະແຜເປື່ອຍພຽງເຮັດຄວາມສະອາດບາດແຜໃຫ້ຮຽບຮ້ອຍ (ໃຊ້ນ້ຳເກືອ) ເຊັດດ້ວຍຜ້າສະອາດໃຫ້ແຫ້ງຈາກນັ້ນກໍທາແຜດ້ວຍນ້ຳເຜີ້ງໃຫ້ຊຸ່ມແລ້ວໃຊ້ຜ້າພັນແຜປິດບາດແຜໄວ້, ຊຶ່ງຈາກຜົນການສຶກ ສາລະບຸວ່ານໍ້າເຜິ້ງມີລິດຄ້າຍຄືຢາຕ້ານການອັກເສບ ຈຶ່ງສາມາດນໍາເອົານໍ້າເຜີ້ງມາປິ່ນປົວບາດແຜໄດ້.
  2. ແກ້ໄອ: ກິນປະສົມກັບໝາກນາວໃຊ້ນ້ຳເຜີ້ງ 3-4 ສ່ວນ ແລະໃຊ້ນ້ຳໝາກນາວ 1 ສ່ວນ ຄ່ອຍໆ ຈິບກີນນອກຈາກຈະແກ້ໄອໄດ້ແລ້ວຍັງຊ່ວຍແກ້ອາການເບື່ອອາຫານໄດ້ອີກດ້ວຍ.
  3. ນໍ້າເຜິ້ງຊ່ວຍປິ່ນປົວໂລກກະເພາະ: ເນື່ອງຈາກ ນໍ້າເຜິ້ງມີລິດຮັກສາບາດແຜຈຶ່ງສາມາດປິ່ນປົວບາດ ແຜໃນກະເພາະໄດ້ ໂດຍສະເພາະຄົນທີ່ເປັນພະຍາດ ກະເພາະເລີ່ມຕົ້ນຄວນດື່ມນໍ້າເຜີ້ງມື້ລະ 1 ບ່ວງເປັນ ປະຈຳ.

ຂໍ້ຄວນລະວັງ: ນໍ້າເຜິ້ງມີປະໂຫຍດຫຼາຍຢ່າງແຕ່ກໍ່ ຄວນລະວັງໃນການບໍລິໂພກນໍ້າເຜິ້ງຄື: ບໍ່ຄວນໃຫ້ ເດັກນ້ອຍອາຍຸຕໍ່າກວ່າ 1 ປີດື່ມນໍ້າເຜີ້ງເນື່ອງຈາກນໍ້າ ເຜີ້ງມີທັງໂປຣຕິນ, ນໍ້າລາຍຈາກໂຕເຜີ້ງເດັກນ້ອຍ ອາດມີພູມຕ້ານທານບໍ່ພໍຈົນເຮັດໃຫ້ເກີດອາການຮາກຫຼື ຖອກທ້ອງ ແລະບໍ່ຄວນດື່ມນໍ້າເຜິ້ງມື້ລະ 10 ບ່ວງ ເພາະວ່ານໍ້າເຜີ້ງກໍ່ເປັນນໍ້າຕານຊະນິດໜຶ່ງ ຊຶ່ງອາດເຮັດໃຫ້ລະດັບນໍ້າຕານໃນເລືອດສູງຂຶ້ນ ໂດຍສະເພາະຄົນທີ່ເປັນພະຍາດເບົາຫວານຢູ່ແລ້ວ.