ງານມະຫາກຳບຸນຊ້າງແຂວງໄຊຍະບູລີປີ 2023 ຈະຈັດຂຶ້ນໃນລະຫວ່າງວັນທີ 13-20 ກຸມພາ 2023 ຊຶ່ງມີຊ້າງເຂົ້າຮ່ວມທັງໝົດ 75 ໂຕ

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ໃນນາມປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2023 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດວ່າ: ການຈັດງານມະຫະກໍາບຸນຊ້າງໄຊຍະບູລີ ໃນປີ 2023 ນີ້ ຖືວ່າເປັນຄັ້ງທີ16ພວກເຮົາຈະໄດ້ຈັດເປັນງານໃຫຍ່ຊຶ່ງຈະປະກອບມີກິດຈະກຳຕ່າງໆເພື່ອໃຫ້ບັນດາທ່ານໄດ້ມາທ່ຽວ, ມາຊົມໂດຍຈະມີຊ້າງເຂົ້າຮ່ວມທັງໝົດ ຈໍານວນ 75 ໂຕ. ພ້ອມກັນນີ້ແມ່ນມີການວາງສະແດງ ແລະຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ສິນຄ້າກະສິກຳ, ຫັດຖະກຳ, ອຸດສາຫະກຳປຸງແຕ່ງທີ່ເປັນເອກະລັກຂອງທ້ອງຖິ່ນພາຍໃນແຂວງ, ຕ່າງແຂວງ ແລະສິນຄ້າຕ່າງໆຈາກປະເທດໃກ້ຄຽງເຊິ່ງຈະເລີ່ມເປີດໃຫ້ບໍລິການນັບແຕ່ວັນທີ 13 ກຸມພາ 2023 ເປັນຕົ້ນໄປ.

ວັນທີ 15-16 ກຸມພາ 2023 ຈະເປັນພິທີຊ້ອມໃຫຍ່ ວັນທີ 17 ກຸມພາ 2023 ພິທີເຮັດບຸນຕັກບາດອຸທິດກຸສົນໃຫ້ຊ້າງວັນທີ 18 ກຸມພາ 2023 ເປັນຕົ້ນໄປຈົນເຖິງວັນທີ20 ກຸມພາ 2023 ພິທີເປີດງານເປັນທາງການ. ຖືໂອກາດນີ້ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ເຊີນຊວນພໍ່ແມ່ປະຊາຊົນ, ບັນດາແຂກ-ນັກທ່ອງທ່່ຽວທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມພິທີເຮັດບຸນດັ່ງກ່າວດ້ວຍ.

ສ່ວນກິດຈະກໍາຫຼັກຂອງການຈັດງານແມ່ນຈະເນັ້ນກິດຈະກຳທີ່ຫຼາກຫຼາຍຕິດພັນກັບຊ້າງແລະການອະນຸລັກຊ້າງໂດຍສະເພາະການສະແດງຂອງຊ້າງຄຳຮູ້, ພິທີບາສີສູ່ຂວັນຊ້າງ, ການໃຫ້ອາຫານຊ້າງ, ຂີ່ຊ້າງຊົມເມືອງ ແລະຂະບວນການສະແດງສິລະປະວັນນະຄະດີຂອງມວນຊົນ ແລະການສະແດງຂອງ 8 ເຜົ່າ, ກິລາໂດດຈ້ອງຂອງກອງພັນທະຫານອາກາດ.

ພ້ອມກັນນີ້ໃນແຕ່ລະວັນຂອງໄລຍະການຈັດງານແມ່ນຈະຈັດໃຫ້ມີກິດຈະກໍາທ່ອງທ່ຽວແຫຼ່ງທຳມະຊາດທີ່ສວຍງາມ ແລະບ່ອນພັກແບບໂຮມສະເຕທີ່ສຳຜັດກັບບັນຍາກາດທໍາມະຊາດ, ການສະແດງວັດທະນະທໍາຂອງປະຊາຊົນ8ເຜົ່າທີ່ເປັນເອກະລັກຂອງຊາວແຂວງໄຊຍະບູລີ; ສໍາລັບແຕ່ລະຄືນຈະມີການຄົບງັນ,ການສະແດງຄອນເສີດແລະສິລະປະວັນນະຄະດີຈາກພາກສ່ວນຕ່າງໆ ແລະການບັນເທີງອື່ນໆ.