ທ່ານ ຟາມ ເຢິດເວືອງ ຈາກລູກແມ່ຄ້າຂາຍນໍ້າຊາຕາມແຄມທາງ ສູ່ມະຫາເສດຖີເບີ 1 ຂອງຫວຽດນາມ

ທ່ານ ຟາມ ເຢິດເວືອງ( Pham Nhat Vuong) ເກີດໃນວັນທີ່ 5 ສິງຫາ ປີ 1968 ຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ ໃນຄອບຄົວທີ່ພໍ່ເປັນທະຫານ ແລະແມ່ເປັນແມ່ຄ້າຂາຍນໍ້າຊາແຄມທາງໂດຍໃນຕອນຍັງນ້ອຍຕ້ອງຢູ່ຢ່າງຍາກລໍາບາກເພາະຖານະທາງບ້ານທຸກຍາກ ແລະລອດມາໄດ້ຈາກການຂາຍນໍ້າຊາຂອງແມ່ນີ້ຈຶ່ງເປັນແຮງບັນດານໃຈເຮັດໃຫ້ລາວສູ້ຊົນໃຫ້ຄອບຄົວມີຊີວິດທີ່ດີຂຶ້ນ.

ໃນປີ 1990 ຍ້າຍໄປຢູ່ອູແກຣນຕັ້ງຕົວໄດ້ດ້ວຍການຂາຍໝີ່ສຳເລັດຮູບຫວຽດນາມ ໂດຍຫຼັງຈາກເຫັນວ່າໝີ່ສຳເລັດຮູບຫວຽດນາມຂາຍດີ ທ່ານ ຟາມເຢິດເວືອງ ກໍ່ເລີ່ມນໍາເຂົ້າອາຫານຊະນິດອື່ນ.ຕໍ່ມາຍອດຂາຍກໍ່ເຕີບໂຕຫຼາຍຈົນນໍາເຂົ້າບໍ່ທັນ ແລະຕ້ອງຕັ້ງໂຮງງານຜະລິດຂຶ້ນຈົນເປັນຈຸດເລີ່ມຕົ້ນຂອງ Vingroup ໃນປີ 1993.

ປີ 2010 ກັບຫວຽດນາມ ຫຼັງຂາຍຍີ່ຫໍ້ໝີ່ໃນອູແກຣນໃຫ້ Mivina ດ້ວຍມູນຄ່າ 150 ລ້ານໂດລາສະຫະລັດ  ໂດຍນໍາເງີນຈຳນວນນີ້ມາລົງທຶນອະສັງຫາລິມະຊັບ, ໂຮງແຮມ ແລະຫ້າງຊັບພະສິນຄ້າ.

ປີ 2018 Vingroup ຂະຫຍາຍທຸລະກິດສະມາດໂຟນ ແລະສ້າງໂຮງງານຜະລິດລົດໃນຊື່ VinSmart ແລະVinFast .

ກາຍເປັນມະຫາເສດຖີເບີ 1 ຂອງຫວຽດນາມຕະຫຼອດຫຼາຍປີມານີ້ດ້ວຍມູນຄ່າຊັບສິນສູງເຖິງ 7 ຕື້ໂດລາສະຫະລັດ .

ສິ່ງພົ້ນເດັ່ນສຸດແມ່ນການຜະລິດລົດໄຟຟ້າ VinFast ໃນປີ 2017 ແລະພວມກ້າວຂຶ້ນເປັນໜຶ່ງໃນຜູ້ນໍາໃນອຸດສາຫະກໍາລົດໄຟຟ້າຂອງໂລກໃນປະຈຸບັນ.