ປກສ ນະຄອນ-ຫຼວງພະບາງ ສະຫຼຸບວຽກງານແກ້ໄຂປະກົດການຫຍໍ້ທໍ້ 9 ກຸ່ມເທດສະບານ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ນະຄອນ-ຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ໃນ 9 ກຸ່ມເທດສະບານນະຄອນ-ຫຼວງພະບາງ ຂຶ້ນໃນວັນທີ 11 ມັງກອນຜ່ານມາ ທີ່ສະໂມສອນໃຫຍ່ນະຄອນຫຼວງພະບາງ ພາຍໃຕ້ການເປັນປະທານຂອງທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ-ຫຼວງພະບາງ, ມີທ່ານ ພັອ ທາ ລຽນປະດິດ ຮອງກອງບັນຊາການ ປກສ ແຂວງ, ທ່ານ ພັທ ເດດ ມະນີວົງ ຫົວໜ້າກອງບັນຊາການ ປກສ ນະຄອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັທ ວິລະຫົງ ໄຊວິສິດ ຮອງກອງບັນຊາການ ປກສ ນະຄອນ ຄະນະຊີ້ນຳຂະບວນການລົງກໍ່ສ້າງຮາກຖານ ກ່າວວ່າ: ສະພາບຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມກຸ່ມຄົນບໍ່ດີຈຳ ນວນໜຶ່ງຍັງມີການເຄື່ອນໄຫວສ້າງຄວາມບໍ່ສະຫງົບເປັນຕົ້ນແມ່ນບັນຫາການຄ້າຂາຍຢາເສບຕິດ, ການມົ້ວສຸມເສບຢາເສບຕິດ, ການລັກຊັບ, ງັດແງະເຮືອນຊານ, ເຮືອນພັກ, ໂຮງແຮມ, ລັກລົດຈັກ, ຊີງຊັບ, ສໍ້ໂກງຊັບ, ຫຼິ້ນການພະນັນ, ອາລະວາດຄອບຄົວ,ທຳຮ້າຍຮ່າງກາຍ, ບັນຫາການຄອບຄອງທາດແຕກອາວຸດເສິກ, ອາວຸດລ່າ ເນື້ອ ແລະ ບັນຫາຂໍ້ຂັດແຍ່ງທາງດ້ານເສດຖະກິດ, ບັນຫາຄົນອານາຖາ, ບ້າໄບ້ເສຍຈິດ, ການຍົກຍ້າຍໄປມາຂອງພົນລະເມືອງບໍ່ຖືກຕ້ອງ, ການບໍ່ປະຕິບັດກົດລະບຽບຈະລາຈອນທີ່ພາໃຫ້ເກີດອຸບັດເຫດ ແລະ ລະເມີດຄວາມເປັນລະບຽບຮຽບຮ້ອຍ, ການຂາຍເຄື່ອງແຄມທາງ, ລວມເຖິງບັນຫາຄວາມບໍ່ສະອາດ ຊຶ່ງໃນ 1 ປີຜ່ານມາການແກ້ໄຂບັນຫາດັ່ງກ່າວແມ່ນໄດ້ສືບຄົ້ນຫາ ແລະ ຂຶ້ນບັນຊີເປົ້າໝາຍປະເພດຕ່າງໆລວມທັງໝົດ 1.051 ຄົນ ຍິງ 112 ຄົນ;ແຍກເປົ້າໝາຍທີ່ມີການກະທຳຜິດມາກ່ອນມີ 99 ຄົນ ຍິງ 4 ຄົນ, ຕໍ່ສະພາບປະກົດການຫຍໍ້ທໍ້ດັ່ງກ່າວຄະນະພັກ-ຄະນະກອງບັນຊາການ ປກສ ນະຄອນ ກໍຄືຄະນະຊີ້ນຳກໍ່ສ້າງຮາກຖານໄດ້ຊີ້ນຳວິຊາສະເພາະ ສຸມໃສ່ແກ້ໄຂ ແລະ ເລີກຮື້ ຊຶ່ງສາມາດນຳເອົາຕົວຜູ້ກະທໍາຜິດ ແລະ ເກັບກູ້ເຄື່ອງຂອງກາງສົ່ງມອບໃຫ້ເຈົ້າຂອງເດີມພ້ອມທັງສະຫຼຸບປະກອບສຳນວນຄະດີສົ່ງໃຫ້ພະແນກວິຊາສະເພາະ ປກສ ນະຄອນ-ຫຼວງພະບາງ ດຳເນີນຕາມຂັ້ນຕອນຂອງກົດໝາຍ 119 ເລື່ອງ, ມີຜູ້ກະທຳຜິດ 74 ຄົນ, ຍິງ 7 ຄົນທຽບໃສ່ປີ 2021 ເຫັນວ່າສະພາບປະກົດການຫຍໍ້ທໍ້ໃນເທດສະບານນະຄອນຫຼວງພະບາງຫຼຸດລົງ.

ກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຖອນ ແລະນຳສົ່ງນາຍຕຳຫຼວດກັບຄືນກົມກອງທີ່ກ່ຽວຂ້ອງ ພ້ອມທັງຍ້ອງຍໍພະນັກງານທີ່ມີຜົນງານດີເດັ່ນໃນການລົງກໍ່ສ້າງຮາກຖານໃຫ້ກຽດມອບໃບຍ້ອງຍໍໂດຍ ທ່ານ ວຽງທອງ ຫັດສະຈັນ ພ້ອມນັ້ນທ່ານຍັງໄດ້ມີຄຳເຫັນໂອ້ລົມຮຽກຮ້ອງໃຫ້ກຳແໜ້ນສະພາບການ, ຖືເອົາວຽກງານການ ເມືອງ-ແນວຄິດສຶກສາອົບຮົມໃຫ້ພະນັກງານ, ປະຊາຊົນມີຄວາມໜັກແໜ້ນເຂັ້ມແຂງ, ກຳໃຫ້ໄດ້ທຸກເປົ້າໝາຍໃນແຕ່ລະກຸ່ມບ້ານ, ພ້ອມທັງແກ້ໄຂໃຫ້ເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍກຳໄດ້ສະພາບຂອງພົນລະເມືອງການເໜັງຕີງຂອງກຸ່ມຄົນ, ອາຊີບ, ໃກ້ຊິດຕິດແທດກັບປະຊາຊົນພ້ອມກັນແກ້ 2 ວາລະແຫ່ງຊາດໃຫ້ປະກົດຜົນເປັນຈິງ.
ຂ່າວ-ພາບ: ສົມພອນ ວິໄລຜົນ