ແກ່ນທ້າວຂຸ້ນຂ້ຽວເກັບກູ້ມັນຕົ້ນ ແລະປູກພືດລະດູແລ້ງຢ່າງເປັນຂະບວນ

ເນື່ອງໃນໂອກາດທີ່ ທ່ານ ສົມສີ ຊາວພິລາ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງແກ່ນທ້າວ ແຂວງໄຊຍະບູລີໄດ້ລົງຕິດຕາມການເກັບກໍາຂໍ້ມູນວຽກງານຮອບດ້ານກະສິກໍາ ແລະປ່າໄມ້ ປະຈໍາ 2023 ຢູ່ເຂດພັດທະນາຫ້ວຍເລິກ-ວັງປາຫວ່າງບໍ່ດົນມານີ້, ທ່ານຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງ ຍັງໄດ້ລົງຕິດຕາມການປູກພືດລະດູແລ້ງ, ການເກັບກູ້ມັນຕົ້ນຂອງຊາວກະສິກອນຢູ່ເຂດພັດທະນາຫ້ວຍເລິກ-ວັງປາ ແລະຕິດຕາມໂຄງການຊົນລະປະທານນໍ້າຊາງ ທີ່ກໍາລັງກະກຽມສະຖານທີ່ຕັ້ງແຄ້ມຕື່ມອີກ.

ຕາມການລາຍງານຈາກໜ່ວຍງານປູກຝັງ ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ໃຫ້ຮູ້ວ່າ: ມາຮອດປັດຈຸບັນຊາວກະສິກອນເມືອງແກ່ນທ້າວໄດ້ເກັບກູ້ມັນຕົ້ນສໍາເລັດແລ້ວ 5.800 ກວ່າໂຕນ ໃນເນື້ອທີ່ 16.700 ກວ່າເຮັກຕາ ເທົ່າກັບ 35%, ຜະລິດຕະພາບ 29,81 ໂຕນ/ເຮັກ, ຜົນຜະລິດໄດ້ 174.500 ກວ່າໂຕນ. ພ້ອມດຽວກັນນີ້, ຊາວກະສິກອນຍັງໄດ້ສຸມໃສ່ການປູກພືດລະດູແລ້ງຊຶ່ງປີ 2023 ນີ້, ເມືອງແກ່ນທ້າວ ມີແຜນປູກເຂົ້ານາແຊງ ເນື້ອທີ່ 25 ເຮັກຕາ, ປັກດໍາສໍາເລັດແລ້ວ 3,45 ເຮັກຕາ ເທົ່າກັບ 13,80%,ມີແຜນປູກພືດສະບຽງອາຫານເນື້ອທີ່ 750 ເຮັກຕາ, ປະຕິບັດໄດ້ 130 ເຮັກຕາ ເທົ່າກັບ 17,76% ແລະມີແຜນປູກພືດເປັນສິນຄ້າ ເນື້ອທີ່ 250 ເຮັກຕາ ປະຕິບັດໄດ້ 4,47 ເຮັກຕາ ເທົ່າກັບ 1,79%.
(ຂ່າວ-ພາບ: ແກ່ນທ້າວ)