ບໍລິຄຳໄຊຕີລາຄາຜົນງານ 6 ເດືອນ 2022 ແລະວາງແຜນການ 2023

ໃນວັນທີ 16 ມັງກອນ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊໄດ້ຈັດກອງປະຊຸມວຽກງານປົກຄອງຂຶ້ນເພື່ອສະຫຼຸບຕີລາຄາຄືນຜົນງານການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂົງເຂດວຽກງານໃນໄລຍະ 6 ເດືອນທ້າຍປີ 2022 ແລະວາງທິດທາງແຜນການ 6 ເດືອນຕົ້ນປີ 2023 ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມເຈົ້າແຂວງບໍລິຄຳໄຊ ມີບັນດາຄະນະປະຈຳພັກແຂວງ ກຳມະການພັກແຂວງ, ພະແນກການອ້ອມຂ້າງ, ເຈົ້າເມືອງ 7 ເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຊຶ່ງໃນ 6 ເດືອນທ້າຍປີທົ່ວແຂວງໄດ້ສຸມໃສ່ຫຼາຍວຽກງານພົ້ນເດັ່ນເປັນຕົ້ນແມ່ນໄດ້ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະການແກ້ໄຂບັນຫາຢາເສບຕິດ ສາມາດແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໄດ້ໂດຍພື້ນຖານ, ມ້າງຄະດີຢາເສບຕິດໄດ້ 193 ເລື່ອງ, ກັກຜູ້ຕ້ອງຫາໄດ້ 214 ຄົນ ແລະ ຄະດີຢາເສບຕິດເກີດຂຶ້ນ 447 ລາຍ, ຜູ້ຕ້ອງຫາ 703 ຄົນ, ພ້ອມກັນນັ້ນ ເສດຖະກິດກໍມີການຂະຫຍາຍຕົວ,ສາມາດເກັບລາຍຮັບໄດ້ 742,65 ຕື້ກີບ ເທົ່າກັບ 89,30% ຂອງແຜນການປີ, ໃນນັ້ນພູດສູນກາງ 431,99 ຕື້ກີບ ເທົ່າກັບ 71,96% ແລະພູດທ້ອງຖິ່ນ 310,66 ຕື້ກີບ ເທົ່າກັບ 134,29%, ນອກນັ້ນວຽກງານຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດວຽກງານປົກຄອງ, ຍຸຕິທໍາ ແລະວຽກງານອື່ນໆ ກໍໄດ້ຮັບການເອົາໃຈໃສ່ສູງ, ຖືກປັບປຸງ ແລະພັດທະນາໃຫ້ດີຂຶ້ນເປັນກ້າວໆ.

ກອງປະຊຸມໄດ້ຮັບຟັງການລາຍງານວຽກງານສຳຄັນເປັນຕົ້ນແມ່ນການຈັດຕັ້ງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະການແກ້ໄຂບັນຫາຢາເສບຕິດໃນໄລຍະຜ່ານມາ ແລະທິດທາງແຜນການຕໍ່ໜ້າ, ການກໍ່ສ້າງ-ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ເຂດແຂວງບໍລິຄຳໄຊ ແລະທາງພາຍໃນເທດສະບານ,ການກະກຽມຮ່າງນິຕິກໍາທີ່ຈະນໍາເຂົ້າທາບທາມຢູ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາປະຊາຊົນແຂວງ ຊຸດທີ II ແລະວຽກງານອື່ນໆ.
ຂ່າວ-ພາບ: ວຽງສະຫວັນ