ຄະນະຜູ້ແທນ ກະຊວງກະສິກຳ ແລະປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ

ຄະນະຜູ້ແທນລາວນໍາໂດຍທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ພ້ອມຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ລັດຖະມົນຕີກະສິກຳໂລກຄັ້ງທີ 15 ແລະງານສັບປະດາສີຂຽວທີ່ນະຄອນຫຼວງເບີລິນປະເທດເຢຍລະມັນໃນລະຫວ່າງວັນທີ 16-22 ມັງກອນຜ່ານມາຊຶ່ງການເຂົ້າຮ່ວມຄັ້ງນີ້ແມ່ນຈາກການເຊື້ອເຊີນຂອງກະຊວງສະບຽງອາການ ແລະກະສິກຳປະເທດເຢຍລະມັນ, ພາຍໃຕ້ຄໍາຂວັນ “ການຫັນປ່ຽນລະບົບອາຫານໂລກໃຫ້ມີຈຸດສຸມ”.

ການເດີນທາງເຂົ້າຮ່ວມກອງປະຊຸມ ແລະງານດັ່ງກ່າວ,ຄະນະຜູ້ແທນລາວ ໄດ້ພົບປະສອງຝ່າຍ ກັບ ກະຊວງພັດທະນາ ແລະຮ່ວມມືດ້ານເສດຖະກິດ ແຫ່ງ ເຢຍລະມັນ (BMZ) ແລະ ອົງການ GIZ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບທຶນຈາກລັດຖະບານເຢຍລະມັນ ແລະແຜນການຮ່ວມມືໃນຕໍ່ໜ້າໂດຍຈະໄດ້ສຸມໃສ່ການຊ່ວຍເຫຼືອວຽກງານປ່າໄມ້ ແລະການປ່ຽນແປງດິນຟ້າອາກາດຊຶ່ງຜ່ານການປະຊຸມປຶກສາຫາລື ທັງສອງຝ່າຍ ເຫັນດີເປັນເອກະພາບ ດ້ານຜົນສໍາເລັດ ແລະຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາໂຄງການທີ່ມີ ແລະວຽກຈຸດສຸມ ທີ່ຈະສືບຕໍ່ຮ່ວມມືໃນຕໍ່ໜ້າ.

ນອກຈາກນັ້ນ, ຄະນະຜູ້ແທນຝ່າຍລາວໄດ້ສືບຕໍ່ເຂົ້າຮ່ວມຫຼາຍໆກອງປະຊຸມເພື່ອແລກປ່ຽນດ້ານວິຊາການທັງລະດັບວິຊາການ ແລະລະດັບສູງ, ແລກປ່ຽນ ແລະປຶກສາຫາລື ໃນຫຼາຍໆຫົວຂໍ້ທີ່ປິ່ນອ້ອມຫົວຂໍ້ການຫັນປ່ຽນລະບົບສະບຽງອາຫານໃຫ້ມີຈຸດສຸມ, ລວມທັງຖະແຫຼງການຮ່ວມ (Communique) ເພື່ອສັງລວມຖອດຖອນເອົາບົດຮຽນໃນການຈັດຕັ້ງປະຕິບັດວຽກງານລະບົບສະບຽງອາຫານ ຈາກຫຼາຍປະເທດ ໃນສະພາບບັນດາວິກິດການ (ໂຄວິດ, ການຂັດແຍ່ງດ້ານທະຫານ) ແລະ ພາກພື້ນເພື່ອກ້າວໄປສູ່ນະໂຍບາຍທີ່ເປັນເອກະພາບຮ່ວມກັນຈັດຕັ້ງປະຕິບັດໃນຕໍ່ໜ້າ.

ຕິດພັນກັບວາລະການເຄື່ອນໄຫວດັ່ງກ່າວ, ຄະນະຜູ້ແທນຝ່າຍລາວໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະສິກໍາໂລກໂດຍມີຄະນະນໍາລະດັບລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາປະເທດເຂົ້າຮ່ວມຈາກ 70 ປະເທດ, ລວມທັງການນໍາສູງສຸດຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ແລະຕົວແທນຊາວກະສິກໍາໜຸ່ມນ້ອຍ ເຂົ້າຮ່ວມແລກປ່ຽນບົດຮຽນນໍາ. ກອງປະຊຸມນີ້, ເປັນກອງປະຊຸມ ທີ່ບໍ່ໄດ້ເປີດກວ້າງໃຫ້ສາທາລະນະຊົນທົ່ວໄປເຂົ້າຮ່ວມ ແລະ ຕິດຕາມ.

ສັງລວມຜົນການປຶກສາຫາລືທີ່ປະຊຸມເຫັນດີເປັນເອກະພາບຮ່ວມກັນໃນການຫັນປ່ຽນລະບົບສະບຽງອາຫານໃຫ້ມີຈຸດສຸມເພື່ອເຮັດໃຫ້ມີການຜະລິດທີ່ດີກວ່າ, ສະພາບແວດລ້ອມທີ່ດີກວ່າ,ມີໂພຊະນາການທີ່ດີກວ່າໂດຍສະເພາະກຸ່ມເປົ້າໝາຍມີຊີວິດທີ່ດີກວ່າ, ບໍ່ປະວາງໃຜໄວ້ເບື້ອງຫຼັງ, ໃນສະພາບຄວາມຫຍຸ້ງຍາກຂອງວິກິດການຕ່າງໆ.
ຂ່າວ: ເພສຂ່າວສານກະສິກຳ