ຈັດບຸນສະຫຼອງສົມໂພດ ອົງພຣະຍອດແກ້ວຣາຊະຄູຫຼວງໂພນສະເມັກ ທີ່ວັດບ້ານຄອນໄຫຼ ນະຄອນປາກເຊ

ໃນຕອນແລງວັນທີ 26 ມັງກອນ 2023, ຊາວພຸດຈຳນວນຫຼາຍໄດ້ຮ່ວມພິທີສະຫຼອງສົມໂພດ ອົງພຣະຍອດແກ້ວຣາຊະຄູຫຼວງໂພນສະເມັກ ທີ່ວັດບ້ານຄອນໄຫຼ ນະຄອນປາກເຊ ໂດຍການເຂົ້າຮ່ວມເປັນປະທານຝ່າຍສົງຂອງພຣະອາຈານໃຫຍ່ ມະຫາ ບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສໍາພັນລາວ (ອພສ) ແຫ່ງ ສປປ ລາວ, ປະທານຝ່າຍຄາລະວາດໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ແຫ່ງ ສປປ ລາວ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍພັນລະຍາ.

ໃນງານມີການຮັບອະນຸໂມທະນາ, ມີພິທີແຫ່ກອງອັດຖະ ຈໍານວນ 9 ກອງ ເຂົ້າສູ່ວັດ ປະສານສຽງມະໂຫລີດົນຕຣີພື້ນເມືອງລາວຢ່າງຄຶກຄື້ນຫລັງຈາກນັ້ນກໍດໍາເນີນພິທີທາງສາສະໜາ ໄຫວ້ພຣະ, ຮັບສິນ, ສູດປະລິຕະມຸງຄຸນ ແລະ ຟັງທັມມະເທສະໜາ ແລະຕອນທ້າຍກໍມີການຖວາຍປັດໄຈ ແກ່ພຣະສົງ ຜູ້ເປັນອົງປະມຸກປະທານຕື່ມອີກ.
ຊຶ່ງມາຮອດຕອນເຊົ້າວັນທີ 27 ມັງກອນ 2023 ກໍມີພິທີທໍາບຸນໃສ່ບາດ, ຖວາຍສັງຄະທານແດ່ພຣະສົງ 99 ອົງ, ຟັງທໍາມະເທສະໜາ, ຮັບພອນ, ຢາດນໍ້າ ແລະຍົກຍອດພຣະທາດບໍລິວານທັງ 4 ອົງ. ຕອນແລງກໍມີພິທີສຸດປະຣິຕະມົງຄຸນ, ຖວາຍອົງພຣະຍອດແກ້ວ ຣາຊະຄູຫລວງໂພນສະມັກ (ພໍ່ເຖົ້າຍາຄູຂີ້ຫອມ) ແລະ ເທທອງ ຫຼໍ່ພຣະອົງແສນ ອົງຈໍາລອງ ແລະເວລາ 20 ໂມງ ເຂົ້າສູ່ພິທີສົມໂພດພຣະຕະຫລອດແຈ້ງ.

ຈຸດປະສົງກໍເພື່ອບໍາເພັນບາລະມີຍານ,ສ້າງມະຫາກຸສົນ ແລະສະເຫຼີມສະຫຼອງສົມໂພດອົງພຣະຍອດແກ້ວຣາຊະຄູຫຼວງໂພນສະເມັກ (ພຣະຄູຂີ້ຫອມ) ໃນຄັ້ງປະຫວັດສາດ ຊຶ່ງເປັນຄັ້ງທໍາອິດ ແລະເປັນຮູບຫລໍ່ຂອງອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກໃຫຍ່ທີ່ສຸດໃນລາວເພື່ອເປັນມູນມໍລະດົກຂອງຊາດ ແລະຂອງພຣະພູດທະສາສະໜາໄວ້ຄູ່ຄົນລາວຊາວພຸດໄດ້ເປັນມິ່ງຂວັນ ແລະສັກກະລະບູຊາຕະຫຼອດໄປ.