ປີ 2022 ມີນັກທ່ອງທ່ຽວພາຍໃນ-ສາກົນທ່ຽວລາວ 1,6 ລ້ານເທື່ອຄົນ

ວຽກງານການທ່ອງທ່ຽວເປັນຂະແໜງເສດຖະກິດໜຶ່ງທີ່ສຳຄັນ ແລະເປັນກໍາລັງແຮງຍູ້ດັນຂັບເຄື່ອນການຂະຫຍາຍຕົວເສດຖະກິດຂອງປະເທດ, ໃນນີ້ພັກ-ລັດຖະບານໄດ້ມີແນວທາງນະໂຍບາຍຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວໃຫ້ກາຍເປັນເສດຖະກິດປາຍແຫຼມປະກອບສ່ວນອັນສຳຄັນເຂົ້າໃນການສ້າງລາຍຮັບໃຫ້ປະເທດຢ່າງຕໍ່ເນື່ອງ ຊຶ່ງໃນປີ 2022 ຜ່ານມາມີນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວລາວທັງໝົດຈໍານວນ 1.681.806ເທື່ອຄົນທຽບໃສ່ແຜນປີ 2022 (1.966.000 ເທື່ອຄົນ)ປະຕິບັດໄດ້ 85,54%.

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານ ຖວທ ທົ່ວປະເທດປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ວ່າ:ເພື່ອເປັນການຜັນຂະຫຍາຍແນວທາງລວມຂອງພັກ-ລັດຖະບານຕໍ່ກັບການຟື້ນຟູການທ່ອງທ່ຽວພາຍຫຼັງທີ່ໄດ້ເປີດປະເທດເຫັນໄດ້ວ່າວຽກງານການທ່ອງທ່ຽວໄດ້ສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າເພື່ອໂຄສະນາດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຕິດພັນກັບແຜນສົ່ງເສີມ “ລາວທ່ຽວລາວ” ແລະແຜນຕ້ອນຮັບນັກທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ແລະເສັ້ນທາງທ່ອງທ່ຽວສີຂຽວ.

ສະເພາະວຽກງານທ່ອງທ່ຽວໃນປີ 2022 ຢູ່ໃນ ສປປ ລາວ ໄດ້ມີສະຖານທີ່ພັກແຮມທັງໝົດ 3.095 ແຫ່ງ, ມີ 67.370 ຫ້ອງ, ໃນນັ້ນໂຮງແຮມມີຈໍານວນ 759 ແຫ່ງ, ມີ 27.941 ຫ້ອງ; ຣີສອດ ແລະ ເຮືອນພັກມີ 2.331 ແຫ່ງ, ມີ 39.357 ຫ້ອງ; ພັດຕະຄານ 27 ແຫ່ງ, ສວນອາຫານ 33 ແຫ່ງ, ຮ້ານອາຫານ 2.944 ແຫ່ງ, ສະຖານທີ່ບັນເທີງ 140 ແຫ່ງ,ຮ້ານຄາຣາໂອເກະ 191 ແຫ່ງ; ການຈັດຂັ້ນໂຮງແຮມ ແລະເຮືອນພັກໄດ້ທັງໝົດ 136 ແຫ່ງ, ໃນນັ້ນມີໂຮງແຮມ ແລະ ຣີສອດ 79 ແຫ່ງ, ເຮືອນພັກ 57 ແຫ່ງ, ໂຮງແຮມລະດັບ 5 ດາວມີ 10 ແຫ່ງ, ໂຮງແຮມ 4 ດາວມີ 14 ແຫ່ງ,ໂຮງແຮມ 3 ດາວມີ 24 ແຫ່ງ, ໂຮງແຮມ 2 ດາວມີ 17 ແຫ່ງ, ໂຮງແຮມ 1 ດາວມີ 14 ແຫ່ງ; ນອກຈາກນັ້ນຍັງມີເຮືອນພັກປະເພດຕ່າງໆອີກຫຼາຍແຫ່ງ;ບໍລິສັດທ່ອງທ່ຽວທັງໝົດມີ 592 ບໍລິສັດເພີ່ມຂຶ້ນ 7 ບໍລິສັດ, ໃນນັ້ນມີບໍລິສັດແມ່ 559 ບໍລິສັດ, 33 ສາຂາບໍລິສັດທ່ອງທ່ຽວ, ຈຳນວນພະນັກງານນຳທ່ຽວທົ່ວປະເທດ 2.090 ຄົນເພີ່ມຂຶ້ນ 120 ຄົນ, ຂັ້ນແຂວງມີ 260 ຄົນ ແລະ ພື້ນທີ່ 23 ຄົນ; ພາສາທີ່ໄດ້ອອກບັດພະນັກງານນໍາທ່ຽວມີທັງໜົດ 12 ພາສາຄື: ອັງກິດ, ສະເປນ, ຝຣັ່ງ, ເຢຍຣະມັນ, ອີຕາລີ, ຍີ່ປຸ່ນ, ຈີນ, ຫວຽດນາມ, ເກົາຫຼີ, ໄທ, ອິນໂດເນເຊຍ ແລະຣັດເຊຍ.

ທ່ານກ່າວຕື່ມວ່າ: ໃນປີ 2022 ຍັງໄດ້ສໍາເລັດການຈັດຕັ້ງປະຕິບັດຄາດໝາຍຕົ້ນຕໍຂອງວຽກງານທ່ອງທ່ຽວມີຄື:1). ໄດ້ຈັດຕັ້ງປະຕິບັດແຜນແນວທາງຟື້ນຟູການທ່ອງທ່ຽວຂອງສປປ ລາວ ພາຍຫຼັງທີ່ການແຜ່ລະບາດຂອງພະຍາດໂຄວິດ-19 ຫຼຸດໜ້ອຍຖອຍລົງ; ແຜນພັດທະນາການທ່ອງທ່ຽວສໍາລັບປີ 2021-2025; ນອກນີ້ຍັງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດແຜນຮອງຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ;2). ໂດຍພາຍໃຕ້ນະໂຍບາຍການສົ່ງເສີມການທ່ອງທ່ຽວພາຍໃນກໍຄື “ລາວທ່ຽວລາວ”ມາຮອດປີ 2022 ນີ້ມີນັກທ່ອງທ່ຽວທ່ຽວລາວທັງໝົດຈໍານວນ 1.681.806ເທື່ອຄົນ; ທຽບໃສ່ແຜນປີ 2022 (1.966.000 ເທື່ອຄົນ) ປະຕິບັດໄດ້ 85,54% ໃນນີ້ມີນັກທ່ອງທ່ຽວພາຍໃນຈໍານວນ 1.037.050 ເທື່ອຄົນ (1.066.000 ເທື່ອຄົນ) ປະຕິບັດໄດ້ 97,28% ແລະ ນັກທ່ອງທ່ຽວສາກົນມີຈຳນວນ 644.756 ເທື່ອຄົນ (900.000 ເທື່ອຄົນ) ປະຕິບັດໄດ້ 71,63% ແລະ ຄາດຄະເນສ້າງລາຍຮັບປະມານ 219.107.254 ໂດລາ ໂດຍສະເລ່ຍໄລຍະພັກເຊົາຂອງນັກທ່ອງທ່ຽວສາກົນ 5 ມື້/ຄົນ ແລະນັກທ່ອງທ່ຽວພາຍໃນ 2,5 ມື້/ຄົນ;3). ໄດ້ສຸມໃສ່ການໂຄສະນາການທ່ອງທ່ຽວດ້ວຍຫຼາຍຮູບການພາຍຫຼັງທີ່ໄດ້ເປີດປະເທດເພື່ອເປັນການການດຶງດູດນັກທ່ອງທ່ຽວສາກົນ ແລະພາກພື້ນ.