ຫ້ອງວ່າການສຳນັກງານປະທານປະເທດເຜີຍແຜ່ເອກະສານສຳຄັນຂອງພັກ

ຫ້ອງວ່າການສໍານັກງານປະທານປະເທດ(ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຕໍ່ກອງປະຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງຕິດພັນວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງ, ຜົນສໍາເລັດກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດແລະພັດທະນາຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ມັງກອນນີ້ທີ່ ຫສປທ ໂດຍໃຫ້ກຽດເຜີຍແຜ່ຂອງທ່ານນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກຫົວໜ້າ ຫສປທ, ມີທ່ານ ເພັດສະໝອນ ພັນທະວົງ ຮອງຫົວໜ້າ ຫສປທ, ບັນດາຫົວໜ້າກົມ, ຮອງກົມ, ພະນັກງານ-ລັດຖະກອນເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ສຸມສະຕິປັນຍາຄົ້ນຄວ້າ, ປຶກສາຫາລືແລະໃຫ້ທິດຊີ້ນໍາຕໍ່ບັນຫາສໍາຄັນ ເປັນຕົ້ນ: ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາໄລຍະ 9 ເດືອນ, ວຽກງານຈຸດສຸມທ້າຍປີ 2022 ແລະ ທິດທາງທ້າຍປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ. ທິດທາງຕໍ່ໜ້າ 2023 ຕ້ອງສູ້ຊົນຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມທິດຂະຫຍາຍຕົວຢ່າງຕໍ່ເນື່ອງ,ມີຄຸນນະພາບ,ໝັ້ນທ່ຽງແລະມີຄວາມຍືນຍົງ,ຄາດຄະເນຜົນກະທົບພາຍນອກຕໍ່ປະເທດລາວ, ບົນພື້ນຖານນັ້ນ ກໍານົດມາດຕະການຕົວຈິງເພື່ອແກ້ໄຂໃຫ້ທັນການແລະນໍາສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາຮັບຮອງເອົາ ເປັນຕົ້ນ: ອັດຕາເຕີບໂຕຂອງເສດຖະກິດໃນລະດັບ GDP4,5% ຂຶ້ນໄປຊຶ່ງເປັນຄາດໝາຍທີ່ມີລັກສະນະບຸກບືນສູ້ຊົນສູງສົມຄວນໃນເງື່ອນໄຂສະພາບແວດລ້ອມຫຼາຍດ້ານບໍ່ເອື້ອອໍານວຍ, ສ້າງລາຍຮັບເຂົ້າງົບປະມານໃຫ້ໄດ້ 17% ຂອງ GDP ຂຶ້ນໄປ, ສຶກສາຄົ້ນຄວ້າລະອຽດກ່ຽວກັບການປັບຂຶ້ນອັດຕາດັດສະນີເງິນເດືອນຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ.

ຄະນະບໍລິຫານງານສູນກາງພັກໄດ້ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍຕ້ອງທຸ່ມເທສະຕິປັນຍາ, ເຫື່ອແຮງແລະຍົກສູງຄວາມຮັບຜິດຊອບທາງດ້ານການເມືອງເພື່ອນໍາພາຊີ້ນໍາການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ຕິດພັນກັບການຍູ້ແຮງຂະບວນການແຂ່ງຂັນ “ຮັກຊາດແລະພັດທະນາ” ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ກໍຄືການແກ້ໄຂບັນຫາຕົວຈິງທີ່ເກີດຂຶ້ນຢູ່ແຕ່ລະຂົງເຂດວຽກງານໃຫ້ເປັນລະບົບຕໍ່ເນື່ອງແລະມີປະສິດທິພາບ.
ຂ່າວ-ພາບ: ນາງແສງຈັນ