ສາທິດການສະແດງສິລະປະປ້ອງກັນຕົວຂອງຍີ່ປຸ່ນ ຄັ້ງທີ 20

ສະຖານເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ຮ່ວມກັບກະຊວງສຶກສາທິການ ແລະກິລາ ແຫ່ງ ສປປ ລາວ ໄດ້ຈັດການສາທິດການສະແດງສິລະປະປ້ອງກັນຕົວ (ບູໂດ) ຂອງປະເທດຍີ່ປຸ່ນ ຄັ້ງທີ 20 ຂຶ້ນໃນວັນທີ 28 ມັງກອນຜ່ານມານີ້ ທີ່ສູນກິລາ ບູໂດລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍມີທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ທ່ານ ໂຄບະຢະຊິ ເຄັນອິຈິ ໄດ້ກ່າວວ່າ: ການສາທິດການສະແດງສິລະປະປ້ອງກັນຕົວຂອງຍີ່ປຸ່ນຖືກຈັດຂຶ້ນຄັ້ງທໍາອິດ ໃນປີ 2005 ແຕ່ໃນໄລຍະການລະບາດຂອງພະຍາດໂຄວິດ-19 ແມ່ນບໍ່ໄດ້ຈັດມາເປັນເວລາ 2 ປີແລ້ວ; ເທື່ອນີ້ ເປັນການກັບມາຈັດອີກຄັ້ງ ຊຶ່ງເປັນຄັ້ງທີ 20. ການສາທິດການສະແດງສິລະປະປ້ອງກັນຕົວຂອງປະເທດຍີ່ປຸ່ນຄັ້ງນີ້, ມີສະຫະພັນກິລາຢູໂດແຫ່ງຊາດລາວ, ສະຫະພັນກາຣາເຕໂຕແຫ່ງຊາດລາວ, ສະໂມສອນໄອກິໂດລາວ ແລະສະໂມສອນເຄັນໂດລາວ ເຂົ້າຮ່ວມການສາທິດ.

ທ່ານ ສອນສັກ ນ. ຍານຊະນະ ເລຂາທິການກິລາຄາຣາເຕໂດແຫ່ງຊາດລາວ ໄດ້ກ່າວໃຫ້ຮູ້ວ່າ: ໃນວັນທີ 25/3/2003 ໄດ້ສ້າງຕັ້ງເປັນສະຫະພັນກາຣາເຕໂດແຫ່ງຊາດລາວ ແລະ ມາຮອດປັດຈຸບັນ ສປປ ລາວ ໄດ້ເຂົ້າເປັນສະມາຊິກກາຣາເຕໂດໂລກ (WKF), ສະມາຊິກກາຣາເຕໂດອາຊຽນ (AKE), ສະມາຊິກກາຣາເຕໂດອາຊີຕາເວັນອອກສ່ຽງໃຕ້ (JAKFEDFRATION) ເປັນສະມາຊິກກາຣາເຕໂລກ ກົງເຟກາຣາເຊິນ (WKC).

ຂ່າວຍັງໃຫ້ຮູ້ອີກວ່າ: ຄະນະບໍລິຫານງານສະຫະພັນກິລາກາລາເຕໂດ ແຫ່ງລາວ ໄດ້ປັບປຸງການຈັດຕັ້ງເພື່ອຄັດເລືອກເອົາບຸກຄະລາກອນທີ່ມີຄວາມສາມາດມາບໍລິຫານງານ ໂດຍສະເພາະການຊອກຫາແຫຼ່ງທຶນ, ຊອກຫາຜູ້ສະໜັບສະໜູນ ໃນຂົງເຂດຕ່າງໆ ເພື່ອນໍາເອົາທຶນມາພັດທະນາກິລາປະເພດດັ່ງກ່າວໃຫ້ເປັນສະຫະພັນທີ່ມີສາມາດຢືນຍົງໄດ້ນັ້ນກໍຍ້ອນກາຣາເຕໂດເປັນກິລາທີ່ຈະເຂົ້າເປັນສະມາຊິກໂອແລັມປິກໃນການແຂ່ງຂັນໂອແລັມປິກໃນຄັ້ງທີ່ຈະມາເຖິງນີ້ ແລະດ້ວຍເຫດຜົນດັ່ງກ່າວ ຈໍາເປັນຕ້ອງໄດ້ຂົນຂວາຍຊອກຫາແຫຼ່ງທຶນຈາກນັກທຸລະກິດຕ່າງໆ ເພື່ອຈະສາມາດນໍາພານັກກິລາອອກແຂ່ງຂັນຕ່າງປະເທດໄດ້ ແລະທັງເພື່ອຊອກຫາປະສົບການອັນໃໝ່ ແນໃສ່ຍົກລະດັບນັກກິລາລາວ ໃຫ້ເຂົ້າສູ່ສາກົນເທື່ອລະກ້າວໃຫ້ທັນກັບໂລກຂອງເຕັກໂນໂລຊີໃໝ່ໃນປັດຈຸບັນ.
ຂ່າວ-ພາບ: ສຸກສະຫວັນ