ກຽມປະຊຸມແລກປ່ຽນບົດຮຽນພັດທະນາການທ່ອງທ່ຽວ 4 ແຂວງພາກໃຕ້

ໃນວັນທີ 30 ມັງກອນ 2023 ນີ້, ທີ່ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ແຂວງເຊກອງ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມຄວາມພ້ອມໃຫ້ແກ່ການເປີດກອງປະຊຸມແລກປ່ຽນບົດຮຽນການພັດທະນາການທ່ອງທ່ຽວເຊື່ອມໂຍງເຂດພູພຽງບໍລິເວນ 4 ແຂວງພາກໃຕ້ ທີ່ແຂວງເຊກອງເປັນເຈົ້າພາບເຊິ່ງຈະຈັດຂຶ້ນຢູ່ເມືອງທ່າແຕງໃນກາງເດືອນກຸມພານີ້ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງ ແລະເມືອງທ່າແຕງເຂົ້າຮ່ວມ.

ຊຶ່ງຜ່ານການດໍາເນີນກອງປະຊຸມກໍ່ຄືການລາຍງານ, ປຶກສາຫາລື ແລະແລກປ່ຽນຄໍາເຫັນຕໍ່ 9 ວຽກທີ່ສໍາຄັນຄື: ວຽກງານການກະກຽມດ້ານເນື້ອໃນ, ວຽກງານດ້ານສະຖານທີ່ ແລະ ຮັບແຂກ, ວຽກງານວາງສະແດງສິນຄ້າ, ວຽກງານສິລະປະ-ກິລາ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ-ການເງິນ, ວຽກງານໂຄສະນາ-ສື່ມວນຊົນ, ວຽກງານສາທາລະນະສຸກ ແລະຮັກສາສຸຂະພາບ.

ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ມີຄໍາເຫັນວ່າ: ກອງປະຊຸມແລກປ່ຽນບົດຮຽນການພັດທະນາການທ່ອງທ່ຽວເຊື່ອມໂຍງເຂດພູພຽງບໍລິເວນ 4 ແຂວງພາກໃຕ້ ແມ່ນເປັນການຜັນຂະຫຍາຍວິໄສທັດພັດທະນາການທ່ອງທ່ຽວເຊື່ອມໂຍງເຂດພູພຽງບໍລິເວນ 4 ແຂວງພາກໃຕ້ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວສີຂຽວທີ່ມີຄຸນນະພາບຄຽງຄູ່ກັບການອະນຸລັກ, ການຟື້ນຟູປ່າໄມ້ ແລະປົກປັກຮັກສາເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທໍາ, ປະຫວັດສາດສາມາດເຊື່ອມໂຍງເຂົ້າກັນ, ເຊື່ອມໂຍງກັບພາກພື້ນ ແລະສາກົນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ຍືນຍົງ. ສະນັ້ນ, ຄະນະຊີ້ນໍາ, ຄະນະກໍາມະການ ແລະອະນຸກໍາມະການ ຕ້ອງແບ່ງງານແບ່ງຄວາມຮັບຜິດຊອບໃຫ້ກັນ ແລະກັນຢ່າງລະອຽດຈະແຈ້ງໂດຍຖືເອົາວຽກງານດັ່ງກ່າວເປັນວຽກໜຶ່ງທີ່ສໍາຄັນ ແລະເປັນວຽກປົກກະຕິໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ. ພ້ອມທັງເຊື່ອໝັ້ນວ່າພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ-ຄະນະນນໍາແຕ່ລະຂະແໜງການຈະເຮັດໃຫ້ການກະກຽມ ແລະການດໍາເນີນກອງປະຊຸມມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
---
ຂ່າວ-ພາບ: ສັນຍາ